Home ຂ່າວພາຍໃນ ເປີດນໍາໃຊ້ອາຄານອະເນກປະສົງໂຮງຮຽນມິດຕະພາບລາວ-ຫວຽດນາມ

ເປີດນໍາໃຊ້ອາຄານອະເນກປະສົງໂຮງຮຽນມິດຕະພາບລາວ-ຫວຽດນາມ

0

ພິທີເປີດນຳໃຊ້ອາຄານອະເນກປະສົງໂຮງຮຽນມິດຕະພາບລາວ-ຫວຽດນາມ ແຂວງສະຫວັນນະເຂດ ໂຄງການຊ່ວຍເຫຼືອຈາກນະຄອນດານັງ ສສ ຫວຽດນາມ ປີ 2022 ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 3 ກໍລະກົດ ຜ່ານມາ, ໂດຍມີທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ນາງ ດັ້ງ ທິ ຫາຍ ເຕິມ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາແຂວງສະຫວັນນະເຂດ, ທ່ານ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຕາງໜ້າການນຳຈາກນະຄອນດານັງ, ສະມາຄົມຊາວຫວຽດນາມປະຈຳແຂວງ, ພະນັກງານຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.

ໂອກາດນີ້, ທ່ານ ເລືອງໄຊ ບຸນໂຊກວັນ ປະທານສະມາຄົມຊາວຫວຽດນາມປະຈໍາແຂວງສະຫວັນນະເຂດ ໄດ້ກ່າວວ່າ: ໃນໄລຍະຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດ – ປ້ອງກັນຄວາມສະຫງົບວັດທະນະທຳ, ຂ່າວສານ ແລະ ສາທາລະນະສຸກ ພິເສດແມ່ນຂົງເຂດສຶກສາ-ບຳລຸງສ້າງ ລະຫວ່າງສອງທ້ອງຖິ່ນ ກໍຄືແຂວງສະຫວັນນະເຂດ ສປປ ລາວ ແລະ ນະຄອນດານັງ ສສ ຫວຽດນາມ ສືບຕໍ່ໄດ້ຮັບການເພີ່ມທະວີປະກອບສ່ວນຍົກສູງລະດັບການສຶກສາຮັກສາວັດທະນະທຳພາສາຫວຽດນາມໃຫ້ແກ່ລູກຫຼານຊາວຫວຽດນາມຢູ່ລາວ. ເນື່ອງໃນໂອກາດນີ້, ຂ້າພະເຈົ້າຂໍຂອບໃຈມາຍັງການນຳນະຄອນດານັງ ທີ່ໄດ້ມອບທຶນສຶກສາ 2 ທຶນ/ປີ ໃຫ້ແກ່ລູກຫຼານຊາວຫວຽດກຽວ ແຂວງສະຫວັນນະເຂດ ໄປສຶກສາຮ່ຳຮຽນຢູ່ມະຫາວິທະຍາໄລສ້າງຄູດານັງ. ໃນເດືອນກໍລະກົດ 2022 ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບລາວ-ຫວຽດນາມ ຄົບຮອບ 45 ປີ ຊຶ່ງຄະນະຜູ້ແທນຂັ້ນສູງນະຄອນດານັງ ໄດ້ຢ້ຽມຢາມ ແລະ ເຮັດວຽກຮ່ວມກັບການນໍາແຂວງສະຫວັນນະເຂດ ຫຼັງຈາກນັ້ນ, ໄດ້ໄປຢ້ຽມຢາມໂຮງຮຽນມິດຕະພາບລາວ-ຫວຽດນາມ ແລະ ຕັດສິນໃຈສະໜັບສະໜູນສະມາຄົມຊາວຫວຽດນາມ ດ້ວຍງົບປະມານ 4,8 ຕື້ດົງ (ສະກຸນເງິນຫວຽດນາມ) ເພື່ອກໍ່ສ້າງອາຄານອະເນກປະສົງ ໃນຂອບເຂດຂອງໂຮງຮຽນ ຊຶ່ງເຮັດໃຫ້ຄວາມໄຝ່ຝັນຂອງສະມາຄົມ, ຄູ-ອາຈານ ແລະ ນັກຮຽນ ໄດ້ກາຍເປັນຄວາມຈິງ; ພາຍຫຼັງ 1 ປີ ທີ່ດໍາເນີນການກໍ່ສ້າງ ຮອດວັນທີ 3 ກໍລະກົດ 2023 ໂຄງການກໍ່ສ້າງອາຄານຫຼັງນີ້ ກໍໄດ້ສໍາລັດ ຊຶ່ງຈະຊ່ວຍໃຫ້ໂຮງຮຽນມີເງື່ອນໄຂດ້ານສະຖານທີ່ໃຫ້ນັກຮຽນໄດ້ຝຶກກິລາ ແລະ ຍົກສູງຄຸນນະພາບດ້ານວິຊາການອື່ນໆອີກ.

ຈາກນັ້ນ, ທ່ານ ນາງ ຫຼິງທອງ ແສງຕາວັນ ກໍໄດ້ກ່າວມີຄຳເຫັນຕໍ່ພິທີ ຊຶ່ງໄດ້ຕີລາຄາສູງຕໍ່ຜົນງານການຮ່ວມມືຂອງສອງປະເທດ ລາວ-ຫວຽດນາມ ພ້ອມນີ້, ກໍໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພົວພັນ ແລະ ການປະສານວຽກທຸກພາກສ່ວນ ທີ່ໃຫ້ອາຄານໄດ້ລົງມືກໍ່ສ້າງຜ່ານມາ; ສະແດງຄວາມຂອບໃຈຕໍ່ການນໍານະຄອນດານັງ ແລະ ແຂວງສະຫວັນນະເຂດ ທີ່ເຮັດໃຫ້ການກໍ່ສ້າງສໍາເລັດຕາມແຜນ ເພື່ອໃຫ້ໄດ້ນໍາໃຊ້ອາຄານດັ່ງກ່າວໄດ້ຫຼາຍກິດຈະກໍາ ໂດຍສະເພາະກິລາ, ສິລະປະ ແລະ ກິດຈະກໍາອື່ນໆ ເພື່ອໃຫ້ນັກຮຽນ ໄດ້ປະຕິບັດຕາມ 5 ຫຼັກມູນ ແລະ 3 ລັກສະນະ ຂອງການສຶກສາ.

ໂອກາດນີ້, ຄະນະປະທານ ກໍໄດ້ຮ່ວມກັນຕັດແຖບຜ້າ ເພື່ອເປີດນໍາໃຊ້ອາຄານອະເນກປະສົງໂຮງຮຽນມິດຕະພາບລາວ-ຫວຽດນາມ ແຂວງສະຫວັນນະເຂດ ຢ່າງເປັນທາງການ.

ຂ່າວ-ພາບ: ແຂວງສະຫວັນນະເຂດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version