Home ຂ່າວຕ່າງປະເທດ ສປ ຈີນ-ໄທ ຮ່ວມມືກັນສ້າງຕັ້ງ ສູນຄົ້ນຄວ້າຈີນ

ສປ ຈີນ-ໄທ ຮ່ວມມືກັນສ້າງຕັ້ງ ສູນຄົ້ນຄວ້າຈີນ

0

ຕາມ​ຂ່າວ​ຈາກວິທະຍຸ​ສາກົນ ​ແຫ່ງ ສປ ຈີນ, ເນື່ອງໃນໂອກາດການສະເໜີຂໍ້ລິເລິ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຄົບຮອບ10 ປີ, ວັນທີ 3 ກໍລະກົດນີ້ ສະຖາບັນວິທະຍາສາດສັງຄົມຈີນ ແລະ ສະພາຄົ້ນຄ້ວາແຫ່ງຊາດໄທ ໄດ້ເຊັນສັນຍາຢູ່ນະຄອນຫລວງ ປັກກິ່ງ ໂດຍສອງຝ່າຍຕົກລົງສ້າງຕັ້ງສູນຄົ້ນຄວ້າຈີນ ຢູ່ນະຄອນຫລວງບາງກອກ ຂອງໄທ ເພື່ອຊຸກຍູ້ການແລກປ່ຽນ ແລະ ການຮ່ວມມືໃນຂົງເຂດວິທະຍາສາດດ້ານວັດທະນະທຳ ແລະ ສັງຄົມ ຂອງສອງປະເທດ ຈີນ-ໄທ. ສູນຄົ້ນຄວ້າຈີນ ຈະລົງເລິກ ເຊື່ອມຕໍ່ຄວາມຕ້ອງການພັດທະນາຮ່ວມ ລະຫວ່າງສອງປະເທດ, ຕັ້ງໜ້າດຳເນີນການຮ່ວມມືທີ່ຕິດແທດຕົວຈິງໃນຂົງເຂດ ຕ່າງໆເຊັ່ນ: ການກໍ່ສ້າງທາງລົດໄຟຄວາມໄວສູງ, ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ ແລະ ອຸດສາຫະກຳພະລັງງານໃໝ່ ເປັນຕົ້ນ: ຊຸກຍູ້​ໃຫ້ພ້ອມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງກ້າວລົງສູ່ລວງເລິກຢ່າງແທ້ຈິງ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version