Home ສຶກສາ ຊຽງຂວາງ ພ້ອມ 100% ເຂົ້າສູ່ຂະບວນການສອບເສັງຈົບ ມ.7 ລະບົບບຳລຸງສົກ 2022-2023

ຊຽງຂວາງ ພ້ອມ 100% ເຂົ້າສູ່ຂະບວນການສອບເສັງຈົບ ມ.7 ລະບົບບຳລຸງສົກ 2022-2023

0

ແຂວງຊຽງຂວາງ ມີຄວາມພ້ອມແລ້ວ 100% ທີ່ຈະເຂົ້າສູ່ຂະບວນການສອບເສັງຈົບຊັ້ນມັດທະຍົມຕອນປາຍ (ມ.7) ລະບົບບໍາລຸງ ສົກຮຽນ 2022-2023 ພ້ອມທັງວາງຄາດໝາຍຜົນການສອບເສັງໃຫ້ບັນລຸ 100%.

ຕາມໃຫ້ການສຳພາດຂອງທ່ານ ຄໍາສອນ ແສນທະວົງ ຫົວໜ້າຂະແໜງການສຶກສານອກໂຮງຮຽນ ແລະ ຝຶກອົບຮົມວິຊາຊີບຂັ້ນພື້ນຖານ ພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) ຊຽງຂວາງ, ທັງເປັນຮອງປະທານການສອບເສັງຈົບ ມ.7 ລະບົບບໍາລຸງທົ່ວແຂວງ ສົກຮຽນ 2022-2023 ໃນວັນທີ 29 ມິຖຸນາ 2023 ໃຫ້ຮູ້ວ່າ: ມາຮອດປະຈຸບັນ ແຂວງຊຽງຂວາງ ມີຄວາມພ້ອມແລ້ວ 100% ທີ່ຈະເຂົ້າສູ່ຂະບວນການສອບເສັງຈົບ ມ.7 ລະບົບບໍາລຸງ ສົກຮຽນ 2022-2023 ເພາະທາງແຂວງໄດ້ຫ້າງຫາກະກຽມຄວາມພ້ອມຮອບດ້ານມາແຕ່ຕົ້ນປີ ເພື່ອໃຫ້ທ່ວງທັນກັບເວລາ ເປັນຕົ້ນແມ່ນ ໄດ້ຮ່າງບົດລາຍງານການຈັດຕັ້ງປະຕິບັດຫຼັກສູດການຮຽນການສອນ ລະບົບບໍາລຸງຊັ້ນມັດທະຍົມຕອນປາຍ (ມ.7) ເຖິງທ່ານຫົວໜ້າກົມການສຶກສານອກໂຮງຮຽນ ກະຊວງສຶກສາທິການ ແລະ ກິລາ, ຮ່າງຂໍ້ຕົກລົງ ແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາລວມ, ກອງເລຂານຸການ ແລະ ກຳມະການເຝົ້າຫ້ອງສອບເສັງ, ຮ່າງຂໍ້ຕົກລົງແຕ່ງຕັ້ງຄະນະກໍາມະການກວດບົດສອບເສັງ, ການເຮັດບັດເຂົ້າຫ້ອງສອບ, ໃບບັນທຶກເຫດການສອບເສັງ, ເຈ້ຍຕອບບົດສອບເສັງ, ການແບ່ງຫ້ອງສອບເສັງ, ການຈັດຕາຕະລາງສອບເສັງ, ການກະກຽມສະຖານທີ່ຈັດສອບເສັງ, ແຜນງົບປະມານ ແລະ ອຸປະກອນຮັບໃຊ້ການສອບເສັງ, ປຶ້ມທະບຽນ ແລະ ປຶ້ມບັນທຶກການສອບເສັງ.

ທ່ານ ຄຳສອນ ແສນທະວົງ ຍັງກ່າວໃຫ້ຮູ້ກ່ຽວກັບຈຸດປະສົງຂອງການຈັດສອບເສັງຄັ້ງນີ້ ແມ່ນເພື່ອວັດແທກລະດັບຄວາມຮູ້ ຄວາມສາມາດຂອງຜູ້ຮຽນຕະຫຼອດໄລຍະການຮໍ່າຮຽນຕາມຫຼັກສູດລະບົບບໍາລຸງ ແລະ ຍົກລະດັບໃນຊັ້ນມັດທະຍົມສຶກສາຕອນປາຍ, ເປັນການຕີລາຄາຄວາມສາມາດໃນການສິດສອນ ແລະ ທັງເປັນການຖອດຖອນບົດຮຽນໃຫ້ແກ່ຄູສອນລະບົບບໍາລຸງ. ພ້ອມກັນນັ້ນ, ຍັງເປັນການຢັ້ງຢືນ ແລະ ວັດແທກລະດັບການສຶກສາຂອງກຸ່ມເປົ້າໝາຍທີ່ສອບເສັງໄດ້ອີກດ້ວຍ.

ຂະນະດຽວກັນ, ທ່ານ ຄໍາສອນ ແສນທະວົງ ຍັງໄດ້ຮຽກຮ້ອງໃຫ້ຄະນະຮັບຜິດຊອບການສອບເສັງແຕ່ລະຂັ້ນ ຈົ່ງເອົາໃຈໃສ່ປະຕິບັດທຸກມະຕິຄໍາສັ່ງໃຫ້ເຂັ້ມງວດ, ເຮັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ມີຄວາມໂປ່ງໃສ, ບໍລິສຸດຍຸດຕິທໍາ ແລະ ເປັນທີ່ໄວ້ວາງໃຈຂອງຂັ້ນເທິງໄດ້. ສຳລັບນັກສອບເສັງ ແມ່ນໃຫ້ປະຕິບັດໂມງເວລາ ແລະ ປະຕິບັດຕາມຂໍ້ກໍານົດກົດລະບຽບການສອບເສັງຢ່າງເຂັ້ມງວດ ພ້ອມທັງຮັບປະກັນຜົນການສອບເສັງໃຫ້ສຳເລັດ.

ສໍາລັບສົກຮຽນ 2022-2023 ນີ້, ທົ່ວແຂວງຊຽງຂວາງ ມີນັກສອບເສັງຈົບ ມ.7 ລະບົບບໍາລຸງ ທັງໝົດ 37 ຄົນ, ຍິງ 1 ຄົນ, ແບ່ງເປັນ 1 ສູນສອບເສັງ, ມີ 2 ຫ້ອງສອບເສັງ, ມີຄະນະຮັບຜິດຊອບການສອບເສັງ 25 ທ່ານ, ຍິງ 15 ທ່ານ, ຈະດໍາເນີນການສອບເສັງເປັນເວລາ 2 ວັນ ລະຫວ່າງວັນທີ 4-5 ກໍລະກົດ 2023 ຈຶ່ງສໍາເລັດ. ພ້ອມດຽວກັນນັ້ນ, ທາງແຂວງໄດ້ວາງຄາດໝາຍຜົນການສອບເສັງໃຫ້ບັນລຸ 100%.

ໂດຍ: ຄານສີສະຫວັນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version