Home ຂ່າວກິລາ ປະທານເທຄວັນໂດລາວ ຄົນໃໝ່ ເນັ້ນ 6 ຈຸດສຸມ ສົ່ງເສີມພັດທະນານັກກິລາ ແນໃສ່ສ້າງຜົນງານໃຫ້ພົ້ນເດັ່ນໃນເວທີສາກົນ

ປະທານເທຄວັນໂດລາວ ຄົນໃໝ່ ເນັ້ນ 6 ຈຸດສຸມ ສົ່ງເສີມພັດທະນານັກກິລາ ແນໃສ່ສ້າງຜົນງານໃຫ້ພົ້ນເດັ່ນໃນເວທີສາກົນ

0

ທ່ານ ປະສາດໄຊ ພິລາພັນເດຊ ປະທານສະຫະພັນກິລາເທຄວັນໂດແຫ່ງຊາດລາວ ຄົນໃໝ່ ພ້ອມດ້ວຍຄະນະບໍລິຫານງານສະຫະພັນກິລາດັ່ງກ່າວ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ອຸທິດເຫື່ອແຮງ ສະຕະປັນຍາຄວ້າຄົ້ນແຫຼ່ງທຶນ ເພື່ອມາພັດທະນາວົງການກິລາເທຄວັນໂດລາວ ໃຫ້ມີຄວາມກ້າວໜ້າ ພ້ອມທັງສືບຕໍ່ເອົາໃຈໃສ່ເສີມຂະຫຍາຍຜົນສຳເລັດໃນໄລຍະຜ່ານມາ ແລະ ພ້ອມກັນແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງ ແລະ ສ້າງທຸກເງື່ອນໄຂສະດວກ ໄດ້ມີກິດຈະກຳແຂ່ງຂັນ ແລະ ຍົກລະດັບຄວາມຮູ້ຄວາມສາມາດຢ່າງຕໍ່ເນື່ອງ ແນໃສ່ນຳພາທັບນັກກິລາເທຄວັນໂດລາວ ສ້າງຜົນງານໃນເວທີລະດັບພາກພື້ນ, ອານຸພາກພື້ນ ແລະ ສາກົນ ໃຫ້ພົ້ນເດັ່ນກວ່າເກົ່າ.

ເນື່ອງໃນໂອກາດທີ່ໄດ້ມີພິທີປະກາດການຈັດຕັ້ງຂອງຄະນະບໍລິຫານງານ ສະຫະພັນກິລາເທຄວັນໂດແຫ່ງຊາດລາວ ຊຸດໃໝ່ ເມື່ອບໍ່ດົນມານີ້ ທີ່ໂຮງແຮມ ເມືອງແທັງວຽງຈັນ ໂດຍແມ່ນທ່ານ ປະສາດໄຊ ພິລາພັນເດຊ ເປັນປະທານສະຫະພັນກິລາເທຄວັນໂດແຫ່ງຊາດລາວ ຄົນໃໝ່ ແທນທ່ານ ປອ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຜູ້ເກົ່າ ທີ່ປ່ຽນໄປເປັນປະທານກິດຕິມະສັກຂອງສະຫະພັນດັ່ງກ່າວ, ທ່ານ ປະສາດໄຊ ພິລາພັນເດຊ ກ່າວວ່າ: ຂ້າພະເຈົ້າ ພ້ອມໝູ່ຄະນະ ແມ່ນມີຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈເປັນຢ່າງສູງ ທີ່ໄດ້ຮັບການມອບໝາຍໃຫ້ເປັນຄະນະບໍລິຫານງານສະຫະພັນເທຄວັນໂດຊຸດໃໝ່ນີ້ ສະນັ້ນ ຂໍໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ອຸທິດເຫື່ອແຮງ ສະຕິປັນຍາຄວ້າຄົ້ນແຫຼ່ງທຶນ ເພື່ອມາພັດທະນາວົງການກິລາເທຄວັນໂດລາວ ໃຫ້ມີຄວາມກ້າວໜ້າ ພ້ອມທັງສືບຕໍ່ເອົາໃຈໃສ່ເສີມຂະຫຍາຍຜົນສຳເລັດໃນໄລຍະຜ່ານມາ ແລະ ພ້ອມກັນແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງ ແລະ ສ້າງທຸກເງື່ອນໄຂສະດວກ ໄດ້ມີກິດຈະກຳແຂ່ງຂັນ ແລະ ຍົກລະດັບຄວາມຮູ້ຄວາມສາມາດຢ່າງຕໍ່ເນື່ອງ ແນໃສ່ນຳພາທັບນັກກິລາເທຄວັນໂດລາວ ສ້າງຜົນງານໃນເວທີລະດັບພາກພື້ນ, ອານຸພາກພື້ນ ແລະ ສາກົນ ໃຫ້ພົ້ນເດັ່ນກວ່າເກົ່າ ໂດຍຈະພ້ອມກັນຈັດຕັ້ງປະຕິບັດ 6 ໜ້າວຽກຈຸດສຸມ ເປັນຕົ້ນຕໍ ຄື: ຈະສົ່ງເສີມການສຶກສາອົບຮົມການເມືອງແນວຄິດ ນໍ້າໃຈຮັກຊາດ, ມີນໍ້າໃຈນັກກິລາ, ມີຈັນຍາບັນການເປັນນັກກິລາໃຫ້ບັນດາຄະນະສະຫະພັນ, ຫົວໜ້າສະໂມສອນ, ຄູຝຶກ ແລະ ນັກກິລາ ພ້ອມທັງສົ່ງເສີມ ແລະ ຂະຫຍາຍຕາໜ່າງສະໂມສອນເທຄວັນໂດ ຈາກຂໍ້ມູນປີ 2022 ມີ 27 ສະໂມສອນ ໃຫ້ເພີ່ມຂຶ້ນ ເປັນ 35 ສະໂມສອນໃນປີ 2025 ໃນຂອບເຂດທົ່ວປະເທດ, ສົ່ງເສີມຄວາມນິຍົມເຂົ້າສູ່ເຍົາວະຊົນ ແລະ ຊາວໜຸ່ມ ໂດຍຂະຫຍາຍຖານຜຸ້ສົນໃຈໃນທົ່ວປະເທດ, ສ້າງລະບົບບໍລິຫານຈັດການ, ຕຳແໜ່ງງານໃນສະຫະພັນເທຄວັນໂດທຸກລະດັບໃຫ້ມີການພັດທະນາບຸກຄະລາກອນທຸກລະດັບ, ສ້າງກອງທຶນຂອງສະຫະພັນ ທີ່ໄດ້ຮັບການສະໜັບສະໜູນຈາກພາກລັດ ແລະ ເອກະຊົນ, ການຈັດນະໂຍບາຍ, ອຸປະກອນ ເພື່ອສ້າງແຮງຈູງໃຈສະວັດດີການ ແລະ ນໍາໃຊ້ວິທະຍາສາດການກິລາມາພັດທະນາວົງການກິລາເທຄວັນໂດລາວໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ສ້າງລະບົບການພັດທະນານັກກິລາຈາກພື້ນຖານສູ່ຄວາມເປັນເລີດ ດ້ວຍການສົ່ງເສີມຈັດການແຂ່ງຂັນ ແລະ ເຂົ້າຮ່ວມການແຂ່ງຂັນທຸກລາຍການ.

ທ່ານປະທານສະຫະພັນກິລາເທຄວັນໂດແຫ່ງຊາດລາວ ຄົນໃໝ່ ຍັງກ່າວອີກວ່າ: ສິ່ງທີ່ໄດ້ກ່າວໄປນັ້ນ ເປັນບັນຫາທີ່ມີຄວາມທ້າທ່າຍຕໍ່ຄະນະບໍລິຫານງານສະຫະພັນພວກເຮົາ ໃນການຈັດຕັ້ງປະຕິບັດ ມັນສ່ອງແສງເຖິງຈະຕ້ອງມີຄວາມສາມັກຄີໃນຄະນະສະຫະພັນ, ການປະກອບສ່ວນຊ່ວຍເຫຼືອຈາກບັນດາສະໂມສອນ ອົງການຈັດຕັ້ງສາກົນ ຄະນະກຳມະການໂອແລມປິກແຫ່ງຊາດ, ສະຖານທູດ ສ ເກົາຫຼີ ແລະ ຂໍທິດຊີ້ນຳຈາກຂັ້ນເທິງ ກໍຄື ການຊີ້ນຳນຳພາຈາກທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ.

ໂດຍ ສົງການ ພັນແພງດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version