Home ຂ່າວໜ້າໜຶ່ງ ລັດຖະບານ ປະເມີນການປະຕິບັດກົດໝາຍສານປະຊາຊົນ ແລະ ການດໍາເນີນຄະດີແພ່ງ

ລັດຖະບານ ປະເມີນການປະຕິບັດກົດໝາຍສານປະຊາຊົນ ແລະ ການດໍາເນີນຄະດີແພ່ງ

0

ໃນວາລະດຳເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 4 ກໍລະກົດ 2023 ນີ້, ທ່ານນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ໄດ້ລາຍງານ ກ່ຽວກັບການປະເມີນການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍສານປະຊາຊົນ ແລະ ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ. ຫລັງຈາກນັ້ນບັນດາສະມາຊິກສະພາແຫ່ງຊາດ ກໍໄດ້ ສຸມໃສ່ປະກອບຄຳເຫັນ ເຊິ່ງໂດຍລວມແລ້ວແມ່ນເຫັນດີເປັນເອກະພາບຕໍ່ເນື້ອໃນຂອງກົດໝາຍທັງສອງສະບັບດັ່ງກ່າວ ແລະ ສະ ແດງຄວາມຊົມເຊີຍຕໍ່ຜົນສຳເລັດ ທີ່ສານປະຊາຊົນສູງສຸດຍາດມາໄດ້ໃນໄລຍະຜ່ານມາ ເຊິ່ງກົດໝາຍສອງສະບັບນີ້, ໄດ້ເປັນເຄື່ອງມືສໍາຄັນ ໃນການຄຸ້ມຄອງການເຄື່ອນໄຫວວຽກງານຂອງສານ ແລະ ຄຸ້ມຄອງການດໍາເນີນຄະດີຢູ່ສານແຕ່ລະຂັ້ນໃຫ້ດໍາເນີນໄປຢ່າງຖືກຕ້ອງຕາມກົດໝາຍກໍານົດ.

ທ່ານນາງ ວຽງທອງ ສີພັນດອນ ກ່າວວ່າ: ຜ່ານການປະເມີນຜົນການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍສານປະຊາຊົນ ແລະ ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ ສາມາດຕີ ລາຄາຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ດ້ານດີ, ດ້ານອອ່ນ, ສາເຫດທີ່ພາໃຫ້ມີດ້ານດີ, ດ້ານອອ່ນ ແລະ ບົດຮຽນທີ່ຖອດຖອນໄດ້ບາງດ້ານຕົ້ນຕໍ. ກົດໝາຍ ສອງສະບັບນີ້, ໄດ້ເປັນນິຕິກໍາສໍາຄັນໃນການຈັດຕັ້ງ ແລະ ການເຄື່ອນໄຫວຂອງສານປະ ຊາຊົນ ແລະ ດໍາເນີນຄະດີ ຂອງສານປະຊາຊົນ ອໍານວຍຄວາມສະດວກໃຫ້ໂຈດ, ຈໍາເລີຍ, ພະຍານ, ຜູ້ຊ່ຽວຊານ ແລະ ຜູ້ເຂົ້າຮ່ວມໃນການດໍາເນີນຄະດີອື່ນ ໄດ້ປະຕິບັດຕາມກົດໝາຍກໍານົດໄວ້ຢ່າງເຂັ້ມງວດ; ຜູ້ພິພາກສາ, ພະ ນັກງານສານປະຊາຊົນ ໄດ້ນໍາໃຊ້ກົດໝາຍດັ່ງກ່າວ ເປັນເຄື່ອງມືໃນການດໍາເນີນຄະດີ, ເກັບກໍາຂໍ້ມູນຫລັກຖານ, ພິສູດຫລັກຖານ, ການໄຕ່ສວນ ແລະ ການຕັດສິນ, ພິພາກ ສາຄະດີຢູ່ສານປະຊາຊົນແຕ່ລະຂັ້ນ ໃຫ້ມີຄວາມວ່ອງໄວ, ໂປ່ງໃສ, ຖືກຕ້ອງ ແລະ ຮັບປະກັນຄວາມຍຸຕິທໍາໃນສັງຄົມ.

ສຳລັບ ກົດໝາຍວ່າດ້ວຍ ສານປະຊາຊົນ ສະບັບທໍາອິດ ໄດ້ຖືກຮັບຮອງໃນກອງປະຊຸມ ສະໄໝສາມັນຄົບຄະນະ ເທື່ອທີ 2 ຂອງສະພາປະຊາຊົນສູງສຸດ ຊຸດທີ II ໃນປີ 1989 ແລະ ປະກາດນໍາໃຊ້ຢ່າງເປັນທາງການ ໃນວັນທີ 9 ມັງ ກອນ 1990 ປະກອບມີ 6 ພາກ, 38 ມາດຕາ. ກົດໝາຍສະບັບນີ້ ຖືເປັນນິຕິກຳ ທີ່ີມີຄວາມໝາຍສໍາຄັນ ແລະ ເປັນເຄື່ອງມືພື້ນຖານໃນການສ້າງຕັ້ງ ແລະ ພັດທະນາລະບົບສານປະຊາຊົນທັງຢູ່ສູນກາງ, ແຂວງ, ກໍາແພງນະຄອນ ແລະ ເມືອງ, ເປັນການກໍານົດພາລະບົດບາດ, ໜ້າທີ່ຂອງສານປະຊາຊົນແຕ່ລະຂັ້ນ ໃນການຕັດສິນຄະດີ ແລະ ການປະກອບຄະນະສານຕັດສິນ, ທັງເປັນບ່ອນອີງໃຫ້ສານປະຊາຊົນ ໄດ້ເຄື່ອນໄຫວປະຕິບັດໜ້າທີ່ ໄດ້ເປັນຢ່າງດີ. ຢ່າງໃດກໍຕາມ ກົດໝາຍສະບັບນີ້, ໄດ້ຮັບການປັບປຸງມາຫລາຍຄັ້ງທີ 1 ໃນປີ 1991, ຄັ້ງທີ 2 ໃນປີ 2003, ຄັ້ງທີ 3 ໃນປີ 2009, ຄັ້ງທີ 4 ໃນປີ 2017 ເພື່ອເຮັດໃຫ້ການຈັດຕັ້ງສານປະຊາຊົນ ມີຄວາມໜັກແໜ້ນ, ເຂັ້ມແຂງ, ປະກອບມີ 9 ພາກ, 5 ໝວດ ແລະ 69 ມາດຕາ ແລະ ໄດ້ປັບປຸງຄັ້ງທີີ 5 ໃນປີ 2022 ເພື່ອຮັບປະກັນການແບ່ງຂັ້ນຄຸ້ມຄອງ ແລະ ກະຈາຍອໍານາດ ໃຫ້ສານປະຊາຊົນແຕ່ລະຂັ້ນ ໃນການຄຸ້ມ ຄອງບໍລິຫານສານ ໂດຍສະເພາະສິດອໍານາດຂອງສານປະ ຊາຊົນສູງສຸດ ໃນການແຕ່ງຕັ້ງ, ຍົກຍ້າຍ, ປົດຕໍາແໜ່ງພະ ນັກງານບໍລິຫານຂອງສານ, ພະນັກງານຕຸລາການບາງຕໍາແໜ່ງ ແລະ ການສັບປ່ຽນບ່ອນປະຈໍາການ ຂອງພະນັກງານໃນລະບົບສານປະຊາຊົນ, ຈຶ່ງໄດ້ປັບປຸງບາງມາດຕາ ຄື: ມາດຕາ 2, 3, 21, 37 ແລະ ມາດຕາ 38 ທີ່ພົວພັນເຖິງສິດອໍານາດຂອງສານປະຊາຊົນສູງສຸດ.

ສຳລັບ ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ ໄດ້ຖືກຮັບຮອງ ແລະ ປະກາດໃຊ້ໃນປີ 1990, ປະກອບມີ 6 ພາກ, 14 ໝວດ, 88 ມາດຕາ ເຊິ່ງໄດ້ກໍານົດ ຂັ້ນຕອນ ແລະ ວິທີ ການ ໃນການດໍາເນີນ, ຕັດສິນ ແລະ ພິພາກສາຄະດີແພ່ງ ໃຫ້ເປັນເອກະພາບ. ກົດໝາຍສະບັບນີ້, ໄດ້ຮັບການປັບປຸງ ຄັ້ງທີ 1 ໃນປີ 2004 ແລະ ຄັ້ງທີ 2 ໃນປີ 2012 ໂດຍໄດ້ປັບ ປຸງລະບົບການດໍາເນີນຄະດີ ໃຫ້ສອດຄ່ອງກັບການປັບປຸງການຈັດຕັ້ງຂອງສານປະຊາຊົນ ໂດຍສະເພາະການໂຮມສານປະຊາຊົນເມືອງ ເປັນສານປະຊາຊົນເຂດ ແລະ ເພີ່ມສິດອໍານາດໃນການຕັດສິນຄະດີ ຂອງສານປະຊາຊົນເຂດ, ປັບປຸງຂັ້ນຕອນການດໍາເນີນຄະດີ ນັບແຕ່ຂັ້ນຕອນການຮັບຄໍາຮ້ອງຟ້ອງ, ການຄົ້ນຄວ້າ, ເກັບກໍາຂໍ້ມູນຫລັກຖານໃນຄະດີໃຫ້ລະອຽດ, ຄົບຖ້ວນມາແຕ່ເບື້ອງຕົ້ນ, ກໍານົດຫລັກ ການ ແລະ ວິທີການໂຕ້ແຍ່ງ ເພື່ອໃຫ້ຄະດີມີຄວາມຈະແຈ້ງ, ການເກັບກໍາຂໍ້ມູນຫລັກຖານມີຄວາມຄົບຖ້ວນ, ຮອບດ້ານ ແລະ ພາວະວິໄສ, ການຕັດສິນ ແລະ ພິພາກສາມີຄວາມຖືກຕ້ອງ ແລະ ກໍານົດການຮ່ວມມືສາກົນ ໃນການດໍາເນີນຄະດີແພ່ງຢ່າງລະອຽດ ແລະ ສອດຄ່ອງກັບສົນທິ ສັນຍາ ແລະ ສັນຍາສາກົນທີ່ ສປປ ລາວເຂົ້າເປັນພາຄີ ເຊິ່ງກົດໝາຍສະບັບນີ້ ປະກອບມີ 18 ພາກ, 32 ໝວດ, 370 ມາດຕາ.

ພ້ອມນັ້ນ, ຍັງໄດ້ຜັນຂະຫຍາຍບັນດາມາດຕາ ຂອງກົດ ໝາຍວ່າດ້ວຍສານປະຊາຊົນ ແລະ ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ ອອກເປັນນິກໍາໃຕ້ກົດໝາຍ ທີ່ເຫັນວ່າມີຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດ ເພື່ອເປັນບ່ອນອີງໃຫ້ ການເຄື່ອນໄຫວຂອງສານປະຊາຊົນ ແລະ ການດໍາເນີນຄະດີ ມີຄວາມວ່ອງໄວ, ໂປ່ງໃສ, ຖືກຕ້ອງ ແລະ ຮັບປະກັນຄວາມຍຸຕິທໍາໃນສັງຄົມ, ເຮັດໃຫ້ສັງຄົມມີຄວາມເຄົາລົບ, ເຊື່ອຖື, ເຊື່ອໝັ້ນຕໍ່ກັບການຕັດສິນຂອງສານຫລາຍຂຶ້ນ.

ຂ່າວ: ທະນູທອງ ພາບ: ເກດສະໜາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version