Home ຂ່າວໜ້າໜຶ່ງ ລັດຖະບານລາວ ແລະ ສປຊ ຮັບຮອງບົດລາຍງານຄວາມຄືບໜ້າປະຈຳປີ 2022

ລັດຖະບານລາວ ແລະ ສປຊ ຮັບຮອງບົດລາຍງານຄວາມຄືບໜ້າປະຈຳປີ 2022

0

ກະຊວງການຕ່າງປະເທດ ຮ່ວມກັບ ຫ້ອງການຜູ້ປະສານງານ ອົງການສະຫະປະຊາຊາດ( ສປຊ) ປະຈໍາ ສປປ ລາວ ຈັດກອງປະຊຸມຂັ້ນສູງ ຄະນະກໍາມະການຊີ້ນໍາຮ່ວມການຈັດຕັ້ງປະຕິບັັດຂອບການຮ່ວມມື ເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດ 2023 (The High-Level Joint Steering Committee Meeting 2023) ໃນວັນທີ 3 ກໍລະກົດ 2023 ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ນາງ ຊາຣາ ເຊເກັນເນສ ຜູ້ປະສານງານ ອົງການ ສປຊ ປະຈໍາ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ການຈັດກອງປະຊຸມຄັ້ງນີ້, ເພື່ອປຶກສາຫາລື, ພິຈາລະນາ ຮັບຮອງບົດລາຍງານຄວາມຄືບໜ້າປະຈຳປີ 2022 ຢ່າງເປັນທາງການ ຂອງຂອບການຮ່ວມມືລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ ສປຊ ເພື່ອການພັດທະນາແບບຍືນຍົງ (UNSCDF); ນຳສະເໜີແຜນວຽກຮ່ວມປີ 2023 ແລະ ບາງໜ້າວຽກທີ່ໄດ້ຈັດຕັ້ງປະຕິບັດ ໃນປີ 2023 ແລະ ປຶກສາຫາລືເພື່ອກະກຽມໃຫ້ການເຂົ້າຮ່ວມກອງປະຊຸມສຸດຍອດ ວ່າດ້ວຍເປົ້າໝາຍການພັດທະນາແບບຍືນຍົງ(ປພຍ) ຂອງຄະນະຜູ້ແທນ ແຫ່ງ ສປປ ລາວ ໃນເດືອນກັນຍາ 2023 ທີ່ນິວຢອກ, ສ ອາເມລິກາ.

ໂອກາດນີ້, ທ່ານ ໂພໄຊ ໄຂຄຳພິທູນ ໄດ້ຢໍ້າຄືນເຖິງຄວາມໝາຍຄວາມສຳຄັນຂອງກົນໄກຂອບ ການຮ່ວມມືດັ່ງກ່າວ ເຊິ່ງນອກຈາກເປັນເວທີການປຶກສາຫາລື ໃຫ້ເເກ່ບັນດາຈຸດປະສານງານຄະນະກໍາມະທິການ (Joint Steering Committee/JSC) ກ່ຽວກັບເເຜນງານກິດຈະກໍາບູລິມະສິດ ເເລະ ບັນດາສິ່ງທ້າທາຍຕ່າງໆພາຍໃຕ້ 4 ຄາດໝາຍຫລັກຂອງຂອບການຮ່ວມມື UNSDCF 2022-2026 ຄື: ຊີວິດການເປັນຢູ່ທີດີ; ຄວາມຈະເລີນຮຸ່ງເຮືອງທີ່ກວມລວມ; ການຄຸ້ມຄອງບໍລິຫານລັດ ເເລະ ການປົກຄອງດ້ວຍກົດໝາຍ; ແລະ ສິ່ງເເວດລ້ອມ, ການປ່ຽນເເປງດິນຟ້າອາກາດ ເເລະ ການສ້າງຄວາມທົນທານ ແລ້ວ. ກອງປະຊຸມຄັ້ງນີ້, ຍັງເປັນກົນໄກທີ່ສຳຄັນໃນການຕິດຕາມກວດກາ ການຈັດຕັ້ງປະຕິບັດແຜນງານການຮ່ວມມືຍ່ອຍຕ່າງໆ ລະຫວ່າງພາກລັດ ແລະ ອົງການເຄືອຂ່າຍ ສປຊ ຊຶ່ງສະໜັບສະໜູນໂດຍກົງຕໍ່ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ລວມທັງເປັນການກຳນົດທິດທາງການເຄື່ອນໄຫວໃນຕໍ່ໜ້າ ໃຫ້ຖືກຕ້ອງສອດຄ່ອງກັບສະພາບການພັດທະນາຕົວຈິງຂອງ ສປປ ລາວ ໃນປັດຈຸບັນ.

ຄະນະກຳມະການຊີ້ນຳຮ່ວມລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດ 2022-2026 ເປັນກົນໄກສຳຄັນ ເພື່ອທົບທວນການຈັດຕັ້ງປະຕິບັດຂອບການຮ່ວມມື UNSDCF 2022-2026 ໃນການສະໜອງການຊ່ວຍເຫລືອ ໃຫ້ແກ່ ສປປ ລາວ ດ້ານເຕັກນິກວິຊາການ, ການຂົນຂວາຍທຶນຮອນເຂົ້າໃນວຽກງານການຍົກລະດັບຊີວິດທີ່ດີຂອງປະຊາຊົນ, ເສີມສ້າງຄວາມຮຸ່ງເຮືອງສີວິໄລ, ການປົກຄອງທີ່ດີ ແລະ ລັດແຫ່ງກົດໝາຍ, ການປົກປັກຮັກສາສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ໄພທໍາມະຊາດ ແລະ ອື່ນໆ ຊຶ່ງມີຄວາມສອດຄ່ອງກັບບຸລິມະສິດ ແລະ ຍຸດທະສາດການສ້າງສາ ແລະ ພັດທະນາປະເທດຊາດຂອງ ສປປ ລາວ ກໍຄື ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 2021-2025, ວາລະ 2030 ເພື່ອການພັດທະນາແບບຍືນຍົງ ແລະ ເປົ້າໝາຍການພັດທະນາແບບຍືນຍົງ ຂອງອົງການ ສປຊ ແລະ ການກ້າວອອກຈາກສະຖານະພາບປະເທດດ້ອຍພັດທະນາຂອງ ສປປ ລາວ ໃນປີ 2026.

ກອງປະຊຸມໃນຄັ້ງນີ້, ໄດ້ດໍາເນີນໄປດ້ວຍບັນຍາກາດທີ່ສ້າງສັນ ແລະ ສໍາເລັດລົງຢ່າງຈົບງາມ. ສໍາລັບໝາກຜົນຂອງກອງປະຊຸມດັ່ງກ່າວ ຈະເປັນບ່ອນອີງສຳຄັນໃນການສືບຕໍ່ຈັດຕັ້ງປະຕິບັດ ຂອບການຮ່ວມມື UNSDCF 2022-2026 ເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ ສະຫະປະຊາຊາດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version