Home ຂ່າວພາຍໃນ ເຜີຍແຜ່ນິຕິກຳ ແລະ ດຳລັດຂອງລັດຖະບານ ເພື່ອສ້າງຄວາມເຂັ້ມແຂງວຽກງານຊົນເຜົ່າ

ເຜີຍແຜ່ນິຕິກຳ ແລະ ດຳລັດຂອງລັດຖະບານ ເພື່ອສ້າງຄວາມເຂັ້ມແຂງວຽກງານຊົນເຜົ່າ

0

ແຫລ່ງຂ່າວຈາກ ແຂວງໄຊສົມບູນ ໃຫ້ຮູ້ວ່າ: ກອງບັນຊາການ ປກສ ເມືອງ ລ້ອງແຈ້ງ ແຂວງໄຊສົມບູນ ເຜີຍແຜ່ນິຕິກຳ ແລະ ດຳລັດຂອງລັດຖະບານ ເພື່ອສ້າງຄວາມເຂັ້ມແຂງ ທາງດ້ານວຽກງານຊົນເຜົ່າ ແລະ ສາສະໜາ ໃນທ້າຍອາທິດຜ່ານມາ ໂດຍການເປັນປະທານຂອງທ່ານ ອຸດອນ ສິງດາລາ ເຈົ້າເມືອງລ້ອງແຈ້ງ, ທ່ານ ສໍສອນພິດ ພານຸວົງ ຫົວໜ້າກົມຊົນເຜົ່າ ແລະ ສາສາສະໜາ, ທ່ານ ນາງ ຊ່ວງ ສີວິໄລ ຮອງຫົວໜ້າພະແນກພາຍໃນແຂວງ, ພ້ອມດ້ວຍ ຜູ້ຕາງໜ້າຈາກຫ້ອງການ-ກົມກອງ ພາຍໃນເມືອງເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ສໍສອນພິດ ພານຸວົງ ໄດ້ເຜີຍແຜ່ດຳລັດຂອງລັດຖະບານ ວ່າດ້ວຍວຽກງານຊົນເຜົ່າ, ດຳລັດວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງການເຄື່ອນໄຫວສາສະໜາ ຢູ່ ສປປ ລາວ, ຄວາມຮູ້ພື້ນຖານ ໃນການຄຸ້ມຄອງລັດ ກ່ຽວກັບວຽກງານຊົນເຜົ່າ ແລະ ສາສະໜາ ໂດຍໄດ້ຍົກເຫັນການກຳນົດຫລັກການ, ລະບຽບການ, ມາດຕະການ ກ່ຽວກັບການຄຸ້ມຄອງ, ຕິດຕາມກວດກາວຽກງານຊົນເຜົ່າ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ເຮັດໃຫ້ຊົນເຜົ່າຕ່າງໆ ມີຄວາມສາມັກຄີປອງດອງ, ສະເໜີພາບ, ເຄົາລົບນັບຖືຊ່ວຍເຫລືອເຊິ່ງກັນ ແລະ ກັນ, ຮັບປະກັນໃຫ້ມີສ່ວນຮ່ວມຂອງທຸກຊົນເຜົ່າ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປົກປ້ອງສິດຜົນປະໂຫຍດອັນຊອບທຳ ຕາມລັດຖະທຳມະນູນ ແລະ ກົດໝາຍຂອງ ສປປ ລາວ, ເຊິ່ງລັດ ໄດ້ຊູກຍູ້, ສົ່ງເສີມໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທຸກພາກສ່ວນ ລວມທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມປະຕິບັດວຽກງານຊົນເຜົ່າ ດ້ວຍການເສີມຂະຫຍາຍມູນເຊື້ອ ແຫ່ງຄວາມສາມັກຄີປອງດອງ, ປົກປັກຮັກສາ, ເສີມຂະຫຍາຍຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມ, ສ້າງຈິດສໍານຶກໃຫ້ຊົນເຜົ່າຕ່າງໆ ມີຄວາມເປັນປຶກແຜ່ນຢູ່ພາຍໃນຊາດລາວ ມີຄວາມເອກະພາບ ແລະ ພູມໃຈໃນຊົນເຜົ່າຂອງຕົນ, ລັດບໍ່ອະນຸຍາດໃຫ້ມີການແບ່ງແຍກພາຍໃນຊົນເຜົ່າ ແລະ ລະຫວ່າງເຜົ່າດ້ວຍກັນ.

ໂອກາດນີ້, ທ່ານ ອຸດອນ ສີງດາລາ ໄດ້ກ່າວວ່າ: ວຽກງານຊົນເຜົ່າ ແລະ ສາສະໜາ ເປັນວຽກງານທີ່ສຳຄັນ ຕໍ່ການພັດທະນາເສດຖະກິດ-ສັງຄົມ, ເຊິ່ງທຸກຄົນຈະຕ້ອງໄດ້ເອົາໃຈໃສ່ຄົ້ນຄວ້າໃຫ້ເລິກເຊິ່ງ ຕໍ່ກັບວຽກງານຊົນເຜົ່າ ແລະ ສາສະໜາ ພ້ອມກັນໝູນໃຊ້ເຂົ້າໃນຊີວິດປະຈຳວັນ ໃຫ້ຖືກຕ້ອງສອດຄ່ອງ ຕາມລັດຖະທຳມະນູນ ແລະ ກົດໝາຍ ເພື່ອພ້ອມກັນເຕົ້າໂຮມຄວາມສາມັກຄີ ໃຫ້ເປັນປຶກແຜນແໜ້ນໜາ, ມີຄວາມສະເໝີພາບຂອງປະຊາຊົນບັນດາເຜົ່າ ໃນຈຳນວນ 50 ຊົນເຜົ່າ ທີ່ສະພາແຫ່ງຊາດໄດ້ຮັບຮອງເອົາ, ບໍ່ໃຫ້ມີແນວຄິດແບ່ງແຍກ ຫລື ຈຳແນກເຜົ່າ ເພື່ອຢູ່ຮ່ວມກັນໂດຍສັນຕິ ແລະ ມີຄວາມສະຫງົບຢ່າງເປັນຮູບປະທຳ.

ພາບ-ຂ່າວ: ອານຸສອນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version