Home ຂ່າວພາຍໃນ ເມືອງໄຊທານີ ເປີດຂະບວນການອະນາໄມທຳລາຍ ແຫລ່ງເພາະພັນໜອນນໍ້າ-ຍຸງລາຍ

ເມືອງໄຊທານີ ເປີດຂະບວນການອະນາໄມທຳລາຍ ແຫລ່ງເພາະພັນໜອນນໍ້າ-ຍຸງລາຍ

0

ວັນທີ 1 ກໍລະກົດ 2023 ນີ້, ເມືອງໄຊທານີ ນະຄອນຫລວງວຽງຈັນ ໄດ້ເປີດຂະບວນການອະນາໄມ ທຳລາຍແຫລ່ງເພາະພັນໜອນນໍ້າ-ຍຸງລາຍ ຢູ່ບ້ານອຸດົມຜົນ ໂດຍມີ ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ມີບັນດາການນຳນະຄອນຫລວງ, ເມືອງໄຊທານີ, ຄະນະກົມ, ຫ້ອງການ, ສູນ ອ້ອມຂ້າງກະຊວງສາທາລະນະສຸກ, ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ເຂົ້າຮ່ວມ.

ໃນພິທີ, ທ່ານ ສະໜອງ ທອງຊະນະ ໄດ້ຊີ້ນໍາໃຫ້ທຸກພາກສ່ວນ ຕ້ອງຊ່ວຍກັນເປັນເຈົ້າການໃນການນຳພາ-ຊີ້ນໍາ ແລະ ໃຫ້ການຮ່ວມມືໃນການສະກັດກັ້ນ ແລະ ຕ້ານພະຍາດໄຂ້ຍຸງລາຍ ໂດຍການນໍາໃຊ້ ມາດຕະການທີ່ສຳຄັນ ຫັນເອົາການມີສ່ວນຮ່ວມ ແລະ ເປັນເຈົ້າການຂອງບຸກຄົນ, ຄອບຄົວ ໃນການປະຕິບັດຫລັກການ 5 ປ ແລະ ສິ່ງສຳຄັນຖ້າມີຄົນເປັນໄຂ້ແມ່ນໃຫ້ໄປກວດ ແລະ ປິ່ນປົວຢູ່ໂຮງໝໍຂອງລັດ ຫ້າມບໍ່ໃຫ້ໄປກວດຕາມຄຣີນິກ ຫລື ຊື້ຢາມາກິນເອງ ຫລື ປິ່ນປົວຕົນເອງຢູ່ບ້ານໂດຍການໃສ່ນໍໍ້າທະເລ ເພາະອາດຈະພາໃຫ້ມີອາການສົນ ແລະ ເປັນສາເຫດໃຫ້ເສຍຊີວິດໄດ້.

ຂໍ້ມູນ-ພາບ: ສູນຂ່າວສານການແພດສຸຂະສຶກສາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version