Home ຂ່າວໜ້າໜຶ່ງ ສະເຫລີມສະຫລອງວັນລັດຖະສະພາໂລກ ຄົບຮອບ 134 ປີ

ສະເຫລີມສະຫລອງວັນລັດຖະສະພາໂລກ ຄົບຮອບ 134 ປີ

0

ພິທີສະເຫຼີມສະຫຼອງວັນລັດຖະສະພາໂລກ ໄດ້ຈັດຂຶ້ນຕອນເຊົ້າ ວັນທີ 30 ມິຖຸນາ 2023, ທີ່ຫ້ອງປະຊຸມສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ປະທານຄະນະສະຫະພັນລັດຖະສະພາສາກົນ ຂອງສະພາແຫ່ງຊາດລາວ, ເຂົ້າຮ່ວມໃນພິທີ ມີ ຄະນະປະທານກອງປະຊຸມສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດຈາກເຂດເລືອກຕັ້ງຕ່າງໆ. ທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດ, ປະທານຄະນະສະຫະພັນລັດຖະສະພາສາກົນ ຂອງສະພາແຫ່ງຊາດລາວ ກ່າວໃນພິທີຄັ້ງນີ້ວ່າ:

ມື້ນີ້, ເນື່ອງໃນໂອກາດວັນລັດຖະສະພາໂລກ (International Day of Parliamentarism) ແລະ ວັນສ້າງຕັ້ງສະຫະພັນລັດຖະສະພາສາກົນ (IPU)ຄົບຮອບ 134 ປີ (30 ມິຖຸນາ 1889 – 30 ມິຖຸນາ 2023), ໃນນາມປະທານສະພາແຫ່ງຊາດ ແລະ ປະທານຄະນະສະຫະພັນລັດຖະສະພາສາກົນຂອງ ສປປ ລາວ, ຂ້າພະເຈົ້າ ຂໍສົ່ງຄວາມຊົມເຊີຍ ແລະພອນໄຊອັນປະເສີດໄປຍັງບັນດາການນຳ, ສະມາຊິກລັດຖະສະພາປະເທດສະມາຊິກໄອພີຢູທຸກທົ່ວຫນ້າ ແລະບັນດາສະມາຊິກສະພາແຫ່ງຊາດຊຸດທີ IX ຂອງສປປລາວຢ່າງສຸດອົກສຸດໃຈ.

ສະຫະພັນລັດຖະສະພາສາກົນ ຫລື IPU ແມ່ນອົງການລັດຖະສະພາລະດັບໂລກມີສະມາຊິກທັງໝົດ 178 ປະເທດ ແລະມີອົງການຈັດຕັ້ງສາກົນເປັນພາຄີ 14 ອົງການ, ໂດຍມີຈຸດປະສົງ ເພື່ອສ້າງເປັນເວທີສົ່ງເສີມການຕິດຕໍ່ພົວພັນ, ການປະສານງານແລະການແລກປ່ຽນປະສົບການລະຫວ່າງລັດຖະສະພາແລະສະມາຊິກລັດຖະສະພາບັນດາປະເທດໃນໂລກ; ພິຈາລະນາບັນຫາສໍາຄັນຂອງໂລກ, ສົ່ງເສີມການປົກຄອງດ້ວຍລະບຽບກົດໝາຍ, ສົ່ງເສີມບົດບາດຍິງ-ຊາຍ ແລະຊາວຫນຸ່ມ, ສົ່ງເສີມສັນຕິພາບ, ມິດຕະພາບ ແລະການຮ່ວມມືເພື່ອການພັດທະນາແບບຍືນຍົງ ຢູ່ໃນບັນດາປະເທດສະມາຊິກໄອພີຢູ.

ນັບແຕ່ໄດ້ເຂົ້າເປັນສະມາຊິກສະຫະພັນລັດຖະສະພາສາກົນໃນວັນທີ 4 ເມສາ 1990 ເປັນຕົ້ນມາ, ສະພາແຫ່ງຊາດລາວ ໄດ້ຕັ້ງໜ້າເຂົ້າຮ່ວມເຄື່ອນໄຫວຢ່າງຫ້າວຫັນ ໃນກອງປະຊຸມໃຫຍ່ ແລະກອງປະຊຸມລະດັບຕ່າງໆຂອງສະຫະພັນລັດຖະສະພາສາກົນ,ຊຶ່ງເປັນການເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດຖະບານ ສປປ ລາວ ທັງເປັນການປະກອບສ່ວນອັນສຳຄັນເຂົ້າໃນການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະຄວາມໝັ້ນຄົງໃນພາກພື້ນ ແລະໃນໂລກ.

ເປັນທີ່ຮູ້ກັນດີວ່າ ໃນກອງປະຊຸມສະຫະພັນລັດຖະສະພາສາກົນ ຄັ້ງທີ 129 ແລະກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດໃນປີ 2018ໄດ້ມີການຮັບຮອງເອົາມະຕິ ທີ່ໄດ້ກຳນົດເອົາ ວັນທີ 30 ມິຖຸນາຂອງທຸກໆປີ ເປັນວັນລັດຖະສະພາໂລກຂອງທຸກປະເທດສະມາຊິກສະຫະພັນລັດຖະສະພາສາກົນ ເພື່ອລະນຶກແລະທົບທວນຄືນການປະຕິບັດໜ້າທີ່ໃນຖານະເປັນອົງການນິຕິບັນຍັດ, ອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດ, ຄວາມມຸ່ງມາດປາຖະໜາຂອງປະຊາຊົນ, ການປະກອບສ່ວນເຂົ້າໃນການສົ່ງເສີມສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະການຮ່ວມມືເພື່ອການພັດທະນາແບບຍືນຍົງໃນທົ່ວໂລກ.

ການສະເຫລີມສະຫລອງວັນລັດຖະສະພາໂລກປີນີ້ ຈັດຂຶ້ນພາຍໃຕ້ຄຳຂວັນ “ລັດຖະສະພາເພື່ອໂລກ-Parliaments for the Planet” ຊຶ່ງເປັນຫົວຂໍ້ທີ່ມີຄວາມໝາຍສໍາຄັນ ແລະສອດຄ່ອງກັບສະພາບການ ທີ່ໂລກຂອງພວກເຮົາກໍາລັງປະເຊີນຢູ່ ເຊັ່ນ: ບັນຫາໂລກລະບາດ, ໄພພິບັດທາງທໍາມະຊາດ, ໄພອຶດຫີວ, ໄພເງິນເຟີ້, ບັນຫາພະລັງງານ, ການຂວໍ້າບາດທາງດ້ານເສດຖະກິດ ແລະຄວາມຂັດແຍ່ງດ້ານການທະຫານ ໃນຫລາຍພາກພື້ນຂອງໂລກ, ອັນໄດ້ສົ່ງຜົນກະທົບທີ່ໜັກໜ່ວງຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະຊີວິດການເປັນຢູ່ຂອງປະຊາຊົນທັງຢູ່ໃນບັນດາປະເທດທີ່ພັດທະນາແລະກຳລັງພັດທະນາ ລວມທັງສປປລາວ ຢ່າງຫລີກລ່ຽງບໍ່ໄດ້. ສະມາຊິກລັດຖະສະພາ ແລະໃນນາມຕົວແທນຂອງປະຊາຊົນລາວບັນດາເຜົ່າ ໃນຖານະທີ່ເປັນສະມາຊິກພ້ອມແລ້ວທີ່ຈະສືບຕໍ່ຮ່ວມມື ແລະສະໜັບສະໜູນແຜນດຳເນີນງານຕ່າງໆຂອງສະຫະພັນລັດຖະສະພາສາກົນ.

ສຸດທ້າຍນີ້, ຂ້າພະເຈົ້າ ຂໍອວຍພອນແດ່ບັນດາທ່ານສະມາຊິກສະພາແຫ່ງຊາດ ແລະບັນດາແຂກຜູ້ມີກຽດ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະປະສົບຜົນສໍາເລັດໃນໜ້າທີ່ວຽກງານ ອັນມີກຽດຂອງບັນດາທ່ານ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version