Home ຂ່າວພາຍໃນ ມອບ-ຮັບໜ້າທີ່ຫົວໜ້າພາສີ ປະຈໍານະຄອນຫຼວງວຽງຈັນ ຜູ້ໃໝ່

ມອບ-ຮັບໜ້າທີ່ຫົວໜ້າພາສີ ປະຈໍານະຄອນຫຼວງວຽງຈັນ ຜູ້ໃໝ່

0

ພິທີມອບ-ຮັບໜ້າທີ່ຫົວໜ້າພາສີ ປະຈໍານະຄອນຫຼວງວຽງຈັນ (ນວ) ລະ ຫວ່າງທ່ານ ທອງພັດ ລາດຊະວົງ ຫົວໜ້າພາສີ ປະຈໍາ ນວ ຜູ້ເກົ່າ ແລະ ທ່ານ ພຸດທະນິກອນ ເຄນນະວົງ ຫົວໜ້າພາສີປະຈໍາ ນວ ຜູ້ໃໝ່ ຈັດຂຶ້ນ ວັນທີ 30 ມິຖຸນາ 2023 ຢູ່ສູນເຝິກອົບຮົມພາສີ ບ້ານທ່ານເດື່ອ ເມືອງຫາດ ຊາຍຟອງ ໂດຍມີທ່ານ ພູ ເຂົາຄໍາ ວັນນະວົງໄຊ ຫົວໜ້າກົມພາສີ ກະຊວງ ການເງິນ ທ່ານ ເດດສົງຄາມ ທໍາມະວົງ ເຈົ້າເມືອງສີສັດຕະນາກ ທ່ານ ສິລິລາດທົງສິນ ທອງເພັງ ຫົວໜ້າພະແນກການເງິນ ນວ ແລະ ພາກສ່ວນ ກ່ຽວຂ້ອງ ເຂົ້າຮ່ວມ.

ການມອບ-ຮັບໜ້າທີ່ຄັ້ງນີ້ ແມ່ນປະຕິບັດຕາມຂໍ້ຕົກລົງ ສະບັບເລກທີ 1158/ກງ ລົງວັນທີ 20 ເມສາ 2023 ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງ ພະນັກງານຮັບໜ້າທີ່ໃໝ່ຢູ່ກົມພາສີ ແລະ ຂໍ້ຕົກລົງສະບັບເລກທີ 1711/ກງ ລົງວັນທີ 12ມິຖຸນາ 2023 ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງຫົວ ໜ້າພາສີ ປະຈໍາ ນວ ລັດຖະ ມົນຕີກະຊວງການເງິນໄດ້ຕົກລົງຍົກຍ້າຍ ແລະ ແຕ່ງຕັ້ງທ່ານ ທອງພັດ ລາດຊະວົງ ຫົວໜ້າພາສີ ປະຈໍາ ນວ ເປັນ ຫົວໜ້າພະແນກຈັດຕັ້ງ ບໍລິຫານ ແລະ ການເງິນ ກົມພາສີ ແລະ ຍົກ ຍ້າຍ-ແຕ່ງຕັ້ງທ່ານ ພຸດທະນິກອນ ເຄນນະວົງ ຫົວໜ້າພະແນກຮ່ວມ ມືພາສີສາກົນ ກົມພາສີ ເປັນຫົວໜ້າພາສີ ປະຈໍາ ນວ.

#VientianeMai

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version