Home ຂ່າວພາຍໃນ ສາມຫຼ່ຽມຄຳ ຈັດທັດສະນະສຶກສາເພື່ອໃຫ້ນັກຮຽນສອງໂຮງຮຽນຢູ່ເມືອງຕົ້ນເຜີ້ງ ຮັບຮູ້ເຂົ້າໃຈຜົນຮ້າຍຂອງຢາເສບຕິດ

ສາມຫຼ່ຽມຄຳ ຈັດທັດສະນະສຶກສາເພື່ອໃຫ້ນັກຮຽນສອງໂຮງຮຽນຢູ່ເມືອງຕົ້ນເຜີ້ງ ຮັບຮູ້ເຂົ້າໃຈຜົນຮ້າຍຂອງຢາເສບຕິດ

0

ຄູອາຈານ ແລະ ນັກຮຽນຈາກໂຮງຮຽນປະຖົມ ດອກງີ້ວຄໍາ ແລະ ໂຮງຮຽນ ມສ ຕົ້ນເຜີ້ງ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ຫລາຍກວ່າ 300 ຄົນ ໄດ້ເຂົ້າຮ່ວມການທັດ ສະນະສຶກສາຢູ່ເຂດເສດຖະກິດພິເສດສາມຫລ່ຽມຄໍາ ໃນຕອນ ເຊົ້າວັນທີ 25 ມິຖຸນາ 2023 ນີ້, ພາຍຫລັງສໍາເລັດການເຂົ້າຮ່ວມແລກປ່ຽນບົດຮຽນກ່ຽວກັບການສຶກສາ ຕ້ານຢາເສບຕິດໃຫ້ແກ່ຊາວຫນຸ່ມຫລາຍປະເທດ ເຊີ່ງເປັນກິດຈະກໍາໜຶ່ງທີ່ເຂດເສດ ຖະກິດພິເສດດັ່ງກ່າວຈັດຂຶ້ນໃນໂອກາດສະເຫລີມສະຫລອງວັນສາກົນຕ້ານຢາເສບ ຕິດ ວັນທີ 26 ມິຖຸນາ ຄົບຮອບ 36 ປີ.

ຄະນະຄູອາຈານ ແລະ ນັກຮຽນທັງໝົດ ໄດ້ເຂົ້າຮ່ວມພິທີຕ້ອນຮັບເຮືອລາດຕະ ເວນປະຕິບັດກົດໝາຍຮ່ວມກັນ 4 ປະເພດ ຄື: ລາວ, ຈີນ, ໄທ ແລະ ມຽນມາ ຢູ່ດ່ານສາກົນສາມຫລ່ຽມຄໍາ, ຈາກນັ້ນ ໄດ້ໄປທັດສະນະສຶກສາຢູ່ເຂດດອນຊາວ ເພື່ອຢ້ຽມຊົມຫໍວາງສະແດງວັດທະນະທໍາ, ຫໍພິພິດຕະພັນຢາເສບຕິດ, ຈໍາລອງນາງເທບທິດາຕ້ານຢາເສບຕິດ ແລະ ອື່ນໆ ພາຍໃນເຂດດອນຊາວທີ່ຂຶ້ນກັບເຂດເສດຖະກິດພິເສດສາມຫຼ່ຽມຄໍາ.

ອາຈານ ສູນທອນ ວຽງສີມາ ຜູ້ອໍານວຍການໂຮງຮຽນ ມສ ຕົ້ນເຜີ້ງ ໃຫ້ສໍາພາດກັບທີມຂ່າວວິທະຍຸກະຈາຍສຽງແຫ່ງຊາດວ່າ: ຈຸດປະສົງການນໍາພານັກຮຽນມາທັດສະນະສຶກສາໃນຄັ້ງນີ້ ເພື່ອໃຫ້ເຂົາເຈົ້າໄດ້ຮັບຮູ້ຜົນຮ້າຍ ກໍຄື ຜົນກະທົບທີ່ຈະຕາມມາຖ້າຫາກໄປພົວພັນກັບສິ່ງເສບຕິດ, ທັງຜົນຮ້າຍທີ່ຈະເກີດຂຶ້ນກັບຕົນເອງ, ຄອບຄົວ ແລະ ສັງຄົມ, ພ້ອມທັງຮູ້ໄດ້ວິທີປ້ອງ ກັນຕົນເອງຈາກຢາເສບຕິດຊະນິດຕ່າງໆ. ປັດຈຸບັນ, ໂຮງຮຽນ ມສ ຕົ້ນເຜີ້ງ ມີນັກ ຮຽນທັງໝົດ 1.134 ຄົນ, ເຊີ່ງໃນໄລຍະຜ່ານມາ ມີນັກຮຽນໃນໂຮງຮຽນຈໍານວນໜຶ່ງພົວພັນກັບສິ່ງເສບຕິດ, ແຕ່ຍ້ອນທາງໂຮງຮຽນໄດ້ມີວິທີແກ້ໄຂດ້ວຍການຈັດຕັ້ງປະ ຕິບັດມາດຕະການຕ່າງໆ ຢ່າງເຂັ້ມງວດ ເຮັດໃຫ້ສາມາດແກ້ໄຂບັນຫາທີ່ເກີດຂຶ້ນໃນໂຮງຮຽນໄດ້ເປັນຢ່າງດີ ແລະ ເຮັດໃຫ້ໂຮງຮຽນໄດ້ຮັບການປະກາດເປັນໂຮງຮຽນປອດຢາເສບຕິດມາໄດ້ 3 ປີແລ້ວ.

Cr: BT

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version