Home ຂ່າວໜ້າໜຶ່ງ ຜູ້ປະກອບການຕ້ອງມີຊິງຊັ່ງນ້ຳໜັກລົດບັນທຸກ ເພື່ອບໍ່ໃຫ້ເສັ້ນທາງເປ່ເພເສຍຫາຍ

ຜູ້ປະກອບການຕ້ອງມີຊິງຊັ່ງນ້ຳໜັກລົດບັນທຸກ ເພື່ອບໍ່ໃຫ້ເສັ້ນທາງເປ່ເພເສຍຫາຍ

0

ການຂົນສົ່ງທີ່ບັນທຸກນໍ້າໜັກເກີນຈາກບັນດາໂຄງການກໍ່ສ້າງຂະໜາດໃຫຍ່ ແລະ ການຂຸດຄົ້ນບໍ່ແຮ່ ເປັນບັນຫາທີ່ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ເສັ້ນທາງ ເຮັດໃຫ້ເກີດການເປ່ເພເສຍຫາຍ ສົ່ງຜົນກະທົບຕໍ່ງົບປະມານໃນການກໍ່ສ້າງ ເຮັດໃຫ້ການສັນຈອນໄປມາພົບຄວາມຫຍຸ້ງຍາກ.

ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຊີ້ແຈງບັນຫາດັ່ງກ່າວຕໍ່ ສະມາຊິກສະພາແຫ່ງຊາດ (ສສຊ) ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 28 ມິຖຸນາ ນີ້, ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານ ງາມປະສົງ ເມືອງມະນີ ກ່າວວ່າ: ທິດທາງໃນການແກ້ໄຂບັນຫາ ໄດ້ສະເໜີໃຫ້ຜູ້ປະກອບການຕ້ອງມີຊິງຊັ່ງນໍ້າໜັກລົດບັນທຸກເປັນຂອງຕົນເອງ ເພື່ອຄຸ້ມຄ້ອງນ້ຳໜັກຕາມຂໍ້ກຳນົດນ້ຳໜັກລວມສູງສຸດຂອງກະຊວງ ຍທຂ ວາງອອກ ເພື່ອບໍ່ໃຫ້ເສັ້ນທາງເປ່ເພເສຍຫາຍ. ທັງຮັບປະກັນການຂົນສົ່ງທີ່ບັນທຸກນໍ້າໜັກເກີນຈາກບັນດາໂຄງການກໍ່ສ້າງຂະໜາດໃຫຍ່ ແລະ ການຂຸດຄົ້ນບໍ່ແຮ່ ຊຶ່ງເປັນບັນຫາສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ທາງຫຼວງ, ໂດຍສະເພາະຢູ່ບັນດາແຂວງທີ່ມີຊາຍແດນຕິດຈອດກັບປະເທດເພື່ອນບ້ານ ທີ່ເປັນສາຍທາງການຂົນສົ່ງສິນຄ້າ ແລະ ແຮ່ທາດ ຊຶ່ງໄດ້ເຮັດໃຫ້ຕາໜ່າງທາງຫຼວງແຕ່ລະປະເພດເກີດການເປ່ເພລວມປະມານ 6.700 ກິໂລແມັດ (ກມ) ແລະ ຂົວຫັກ 79 ແຫ່ງ.

ທ່ານກ່າວເນັ້ນໃຫ້ຮູ້ອີກວ່າ: ຜ່ານມາ ກະຊວງ ຍທຂ ໄດ້ຮ່ວມກັບບັນດາກະຊວງທີ່ກ່ຽວຂ້ອງ ແລະ ບັນດາແຂວງ ໂດຍ ຈັດກອງປະຊຸມຮ່ວມກັນກັບຜູ້ພັດທະນາໂຄງການກໍ່ສ້າງຂະໜາດໃຫຍ່ ເປັນຕົ້ນໂຄງການລົດໄຟລາວ-ຈີນ,​ ໂຄງການທາງດ່ວນວຽງຈັນ-ວັງວຽງ, ບັນດາໂຄງການຂຸດຄົ້ນບໍ່ແຮ່ ແລະ ບັນດາໂຄງການກໍ່ສ້າງເຂື່ອນໄຟຟ້າໃຫ້ເອົາໃຈໃສ່ໃນການສ້ອມແປງເສັ້ນ ທາງທີ່ເປ່ເພຈາກການຈັດຕັ້ງປະຕິບັດໂຄງການ ຕາມທີ່ໄດ້ລະບຸໄວ້ໃນສັນຍາສໍາປະທານ ແລະ ໄດ້ມີການວາງມາດຕະການໃນການຈັດຕັ້ງປະຕິບັດຮ່ວມກັນ. ໃນການຈັດຕັ້ງປະຕິບັດຕົວຈິງເຫັນວ່າ ມີບາງໂຄງການໄດ້ປະຕິບັດຕາມສັນຍາສໍາປະທານ ແລະ ຍັງມີຈໍານວນໜຶ່ງບໍ່ປະຕິບັດຕາມສັນຍາສໍາປະທານ. ປັດ​ຈຸ​ບັນ ກະຊວງ ຍທຂ ໄດ້ເຮັດວຽກຮ່ວມກັບພາກສ່ວນກ່ຽວ ຂ້ອງກວດກາຄືນ ຖ້າໂຄງການໃດທີ່ບໍ່ປະຕິບັດຕາມສັນຍາສໍາປະທານ ໂດຍສະເພາະແມ່ນການສ້ອມແປງເສັ້ນທາງທີ່ເປ່ເພຈາກໂຄງການດັ່ງກ່າວ ແມ່ນຈະໄດ້ມີມາດຕະການເດັດຂາດໃນການປັບໄໝ ຫຼືລາຍງານລັດຖະບານ ເພື່ອຂໍຍົກເລີກສັນຍາສໍາປະທານຊຶ່ງກະຊວງ ຍທຂ ຈະໄດ້ສົມທົບກັບກະຊວງພະລັງງານ ແລະ ບໍ່ແຮ່ ແລະ ບັນດາແຂວງ ເພື່ອກຳນົດສາຍທາງ ແລະ ນໍ້າໜັກບັນທຸກຂອງລົດບັນທຸກແຕ່ລະປະເພດທີ່ນໍາໃຊ້ໃນການຂົນສົ່ງແຮ່ທາດ, ສະເໜີໃຫ້ຜູ້ປະກອບການມີຊິງຊັ່ງເປັນຂອງຕົນເອງ ເພື່ອຄຸ້ມຄ້ອງນ້ຳໜັກຕາມຂໍ້ກຳນົດນ້ຳໜັກລວມສູງສຸດຂອງກະຊວງ ຍທຂ ວາງອອກ ເພື່ອບໍ່ໃຫ້ເສັ້ນທາງເປ່ເພເສຍຫາຍ.

ປັດຈຸບັນ, ກະຊວງ ຍທຂ ໄດ້ປັບປຸງກົນໄກ ແລະ ລະບຽບການໃນ​ການ​ຄຸ້ມ​ຄອງ​ນ້ຳ​ໜັກລົດ​ບັນ​ທຸກ ໂດຍ​ໄດ້​ເອົ​າ​ວຽກ​ງານ​ການ​ຄຸ້ມ​ຄອງ​ນ້ຳໜັກລົດບັນທຸກ ມາ​ໃຫ້​ຂະ​ແໜງ​ຂົວ​ທາ​ງຮັບ​ຜິດ​ຊອບ ກໍ​ຄື​ພາກ​ສ່ວນ​ຮັບ​ຜິດ​ຊອບ​ໃນ​ການ​ສ້ອມ​ແປງ ແລະ ບູລະ​ນະ​ຮັກ​ສາ​ທາງຫຼວງ ໂດຍ​ໃຫ້​ໂຄງ​ການ​ສ້ອມ​ແປງ ແລະ ບູ​ລະ​ນະ​ຮັກ​ສາ​ທາງ​ຫຼວງ​ເປັນ​ຜູ້​ຮັບ​ຜິດ​ຊອບ. ໂດຍມີການແບ່ງຄວາມຮັບຜິດຊອບລະຫວ່າງສູນກາ​ງ ແລະ ທ້ອງຖິ່ນໃຫ້ຊັດເຈນ, ກໍານົດພາລະບົດບາດຂອງໜ່ວຍງານປະຈໍາສະຖານີຕິດຊັ່ງນໍ້າໜັກ ແລະ ປັບປຸງນິຕິກໍາທີ່ກ່ຽວຂ້ອງໃຫ້ສອດຄ່ອງກັບສະພາບປັດຈຸບັນ. ພ້ອມນີ້ຈະ​ໄດ້​ຫັນສະ​ຖາ​ນີ​ຕິດ​ຊັ່ງ​ນ້ຳ​ໜັກ​ໃຫ້​ເປັນ​ທັນ​ສະ​ໄໝໃນ​ຂອບ​ເຂດ​ທົ່ວ​ປະ​ເທດ (ໄດ້​ເປີດນຳ​ໃຊ້​ສະ​ຖາ​ນີ​ຕິດ​ຊັ່ງນໍ້າໜັກທັນ​ສະ​ໄໝ 1 ແຫ່ງແລ້​ວ ຢູ່​ເສັ້ນ​ທາງ​ຫຼວງ​ແຫ່ງ​ຊາດ R3).

ຂ່າວ-ພາບ: ບຸນຕອມ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version