Home ຂ່າວຕ່າງປະເທດ ໄຂກອງປະຊຸມສຸດຍອດ ສື່ມວນຊົນ ການຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ 2023

ໄຂກອງປະຊຸມສຸດຍອດ ສື່ມວນຊົນ ການຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ 2023

0

ຕາມ​ຂ່າວ​ຈາກວິທະຍຸສາກົນ ​ແຫ່ງສປ ຈີນ ວັນທີ 27 ມິຖຸນານີ້, ກອງປະຊຸມສຸດຍອດສື່ມວນຊົນການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ 2023 ໄດ້ຈັດຂຶ້ນຢູ່ນະຄອນຫລວງປັກກິ່ງ ຂອງ ສປ ຈີນ. ນັບແຕ່ໄດ້ເລີ່ມດຳເນີນການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ເປັນຕົ້ນມາໄດ້ນຳເອົາຜົນປະໂຫຍດຕົວຈິງມາໃຫ້ແກ່ປະຊາຊົນລາວ, ຈີນ, ໄທ, ມຽນມາ, ກຳປູເຈຍ ແລະ ຫວຽດນາມ ຊຶ່ງເປັນ 6 ປະເທດຢູ່ລຽບຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.

ຜ່ານການຮ່ວມມືດ້ານສື່ມວນຊົນ ຄັ້ງນີ້ ຈະຊຸກຍູ້ ໃຫ້ມີການແລກປ່ຽນ ລະຫວ່າງ ສື່ມວນຊົນ 6 ປະເທດ ແມ່ນ້ຳ ລ້ານຊ້າງ-ແມ່ນ້ຳຂອງ, ສ້າງຄວາມສຸກ ຫລາຍກວ່າເກົ່າ ໃຫ້ແກ່ ປະຊາຊົນ ຂອງແຕ່ລະ ປະເທດ. ກອງປະຊຸມ ສຸດຍອດ ຄັ້ງນີ້ ໂດຍ ການ ເປັນເຈົ້າພາບ ຈັດຂຶ້ນ ຂອງໜັງສືພິມ ເຢິມມິນຢື້ປາວຈີນ, ພາຍ​ໃຕ້ ຫົວຂໍ້: ຮ່ວມກັນ ສົນທະນາ ກ່ຽວກັບ ການເຊື່ອມຕໍ່ ຈິດໃຈ ປະຊາຊົນ, ຮ່ວມ ກັນ ຕ້ອນຮັບ ອະນາຄົດ ອັນດີງາມ ​ໂດຍມີຜູ້ຕາງໜ້າ 130 ກວ່າຄົນ ທີ່ມາຈາກພາກສ່ວນ ທີ່ກ່ຽວຂ້ອງ ແລະ ສື່ມວນຊົນຫລັກ ຂອງ 6 ປະເທດ ແມ່ ນ້ຳ ລ້ານຊ້າງ-ແມ່ນ້ຳ ຂອງ ເຂົ້າຮ່ວມ ເພື່ອແລກປ່ຽນ ແລະ ປຶກສາຫາລື ຢ່າງເລິກເຊິ່ງ ກ່ຽວກັບ ການບັນລຸ ການພັດທະນາ ໂດຍສັນຕິ, ການຮ່ວມມື ແບບຕ່າງຝ່າຍ ຕ່າງໄດ້ຮັບ ຜົນປະໂຫຍດ, ການ ເຊື່ອມຕໍ່ ຈິດໃຈ ປະຊາຊົນ ໃນພາກພື້ນ ຄືແນວໃດ ແລະ ການປະກອບສ່ວນເຂົ້າ ໃນການສ້າງ ປະຊາ ຄົມ ຮ່ວມຊາຕາກຳ ຂອງປະເທດ ແມ່ນ້ຳ ລ້ານຊ້າງ-ແມ່ນ້ຳຂອງ ໃຫ້ມີ ຄວາມແໜ້ນແຟ້ນ ກວ່າເກົ່າ./.

ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version