Home ຂ່າວຕ່າງປະເທດ ທ່ານ ສີ ຈິ້ນຜິງ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ນາຍົກລັດຖະມົນຕີ ຫວຽດນາມ

ທ່ານ ສີ ຈິ້ນຜິງ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ນາຍົກລັດຖະມົນຕີ ຫວຽດນາມ

0

ຕາມ​ຂ່າວ​ຈາກວິທະຍຸ​ສາກົນ ​ແຫ່ງ ສປ ຈີນ, ວັນທີ 27 ມິຖຸນານີ້, ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ຟ້າມ ມິ່ງຈິງ, ນາຍົກ ລັດຖະມົນຕີ ຫວຽດນາມ ທີ່ໄດ້ເດີນທາງ ມາຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ ຢູ່ຫໍສະພາ ປະຊາຊົນ ແຫ່ງຊາດ ຈີນ. ​ໃນ​ໂອກາດ​ນີ້ ທ່ານ ສີ ຈິ້ນຜິງ ​ໄດ້​ຍົກ​ໃຫ້​ເຫັນ​ເຖິງ​ ຄວາມ​ສຳຄັນ ​ໃນປີນີ້ ແມ່ນປີສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ສປ ຈີນ-ສສ ຫວຽດນາມ ຄົບຮອບ15 ປີ ການໄປມາ ຫາສູ່ກັນ ແຕ່ລະຂັ້ນ ລະຫວ່າງສອງປະເທດນັບມື້ນັບແໜ້ນແຟ້ນກວ່າເກົ່າ, ຄວາມຮັບຮູ້ທີ່ເປັນເອກະພາບກັນທີ່ບັນລຸໄດ້ ຂອງ​ການ​ນຳຂັ້ນສູງ ທັງ​ສອງ ​ປະ​ເທດ ພວມໄດ້ຮັບ ການຈັດຕັ້ງ ປະຕິບັດ. ເມື່ອປະເຊີນໜ້າກັບ ສະພາບການ ສາກົນ ທີ່ນັບມື້ ນັບສັບສົນ ກວ່າເກົ່າ, ສປ ຈີນ ແລະ ສສ ຫວຽດນາມ ຕ້ອງ ຮ່ວມມືກັນ, ສະແຫວງຫາ ການພັດທະນາ ຮ່ວມກັນ, ຮ່ວມສ້າງ “ໜຶ່ງ ແລວ ໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງ, ເພີ່ມທະວີ ການເຊື່ອມຕໍ່ ຍຸດທະສາດ ດ້ານການພັດທະນາ, ເລັ່ງລັດ ການຮ່ວມມືຕົວຈິງດ້ານພື້ນຖານໂຄງລ່າງ ແລະ ຂົງເຂດອື່ນໆ. ຈາກ​ນັ້ນ ທ່ານ ຟ້າມ ມິ່ງຈິງ ​ໄດ້ກ່າວວ່າ: ສສ ຫວຽດນາມ ຈະສືບຕໍ່ ຕັ້ງໜ້າ ເຂົ້າຮ່ວມ ການຮ່ວມສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ”, ລົງເລິກ ການຮ່ວມມື ໃນແຕ່ລະ ຂົງເຂດ, ຊຸກຍູ້ ໃຫ້ການພົວພັນ ລະຫວ່າງ ສສ ຫວຽດນາມ-ສປ ຈີນ ໄດ້ຮັບ ການພັດທະນາກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ. ສສ ຫວຽດ ນາມ ຄັດຄ້ານການຫັນບັນຫາເສດຖະກິດເປັນບັນຫາການເມືອງ, ຍິນດີຮັດແໜ້ນການປະສານງານກັບ ສປ ຈີນ, ບໍ່ໃຫ້ອິດທິກຳລັງໃດໆ ຫວັງສ້າງຂໍ້ຂັດແຍ້ງຕໍ່ການພົວພັນ ລະຫວ່າງ ສສ ຫວຽດນາມ-ສປ ຈີນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version