Home ຂ່າວຕ່າງປະເທດ ຍອດເດັກເກີດໃໝ່ ໃນ ສ.ເກົາຫລີ ຫລຸດລົງຫລາຍກວ່າ12%

ຍອດເດັກເກີດໃໝ່ ໃນ ສ.ເກົາຫລີ ຫລຸດລົງຫລາຍກວ່າ12%

0

ສຳນັກ​ຂ່າວຢອນ​ຮັບ ວັນທີ 28 ມິຖຸນານີ້ ສຳນັກ​ງານສະຖິຕິ​ແຫ່ງ​ຊາດ ສ.​ເກົາຫລີ ລະບຸ​ວ່າ: ​ໃນ​ເດືອນ​ເມສາ ມີ​ເດັກ​ເກີດ​ໃໝ່ ພຽງ 18.484 ຄົນ ຫລຸດ​ລົງ 12,7% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ປີ​ກາຍ​ນີ້ ​ແລະ ​ເປັນ​ຕົວ​ເລກຕ່ຳ​ສຸດ ນັບ​ແຕ່​ປີ1981 ຖື​ວ່າ ຍອດ​ເດັກ​ເກີດ​ໃໝ່​ຫລຸດ​ລົງ​ເປັນ​ເດືອນທີ 89 ຕິດ​ຕໍ່​ກັນ​​ເນື່ອງ​ຈາກຄົນ​ໜຸ່ມ​ສາວ​ເລື່ອນ​ໄລຍະເວລາການ​ສ້າງຄອບຄົວ​ໃໝ່ ຍ້ອນ​ລາຄາ​ສະຖານ​ທີ່ຢູ່​ອາ​ໄສເພີ່ມ​ສູງ​ຂຶ້ນຢ່າງ​ຕໍ່​ເນື່ອງ ​ແລະ ຄວາມ​ບໍ່​ແນນ​ອນທາງ​ເສດຖະກິດ, ອັດຕາ​ການຈະ​ເລີ​ນພັນ ຫລື ຄວາມ​ສາມາດຂອງ​ແມ່ຍິງສາມາດມີ​ລູກ​ໄດ້ຢູ່​ລະດັບ 0,81% ​ໃ​ນ​ໄລຍະ​ໄຕ​ມາດ​ທຳ​ອິດຂອງ​ປີ​ນີ້ຕ່ຳ​ກວ່າລະດັບ 2,1% ທີ່​ຈະ​ເປັນ​ລະດັບທີ່​ເຮັດ​ໃຫ້ ສ.​ເກົາຫລີ ມີ​ພົນລະ​ເມືອງຄົງ​ທີ 51 ລ້ານ​ຄົນ ຈຳນວນຜູ້​ເສຍ​ຊີວິດ ​ໃນ​ເດືອນ​ເມສາ 27.581 ຄົນ ຫລຸດ​ລົງ 24,8% ຈາກ​ປີ​ກາຍ​ນີ້ ​ໂດຍ​ອັດຕາ​ການ​ເສຍ​ຊີວິດຈະ​ຫລາຍ​ກວ່າ​ອັດຕາ​ການ​ເກີດ ​ຊຶ່ງ​ເປັນເກີດ​ຂຶ້ນຕໍ່​ເນື່ອງ​ເປັນ​ເດືອນ​ທີ 42 ຕິດ​ຕໍ່​ກັນ. ຂະນະ​ທີ່ຈຳນວນ​ຜູ້​ແຕ່​ງດອງຫລຸດ​ລົງ 8,4% ຈາກ​ປີ​ກາຍ​ນີ້ 14.475 ຄູ່ຕ່ຳ​ສຸດເປັນ​ປະຫວັດສາດ. ຂະນະ​ທີ່ ການ​ຢ່າ​ຮ້າງ​ເພີ່ມ​ຂຶ້ນ 1,3% ກວມ​ເອົາ 7.288 ຄູ່ ​ໃນ​ໄລຍະ​ດຽວ​ກັນ.

ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version