#ພາຍຸໝູນເຂດຮ້ອນແມດໂມ (Matmo) ປະຈໍາເຊົ້າວັນທີ 06 ຕຸລາ 2025, ພາຍຸໝູນເຂດຮ້ອນແມດໂມ (Matmo) ຫົວທີ 21 ປະຈໍາປີ 2025 ໄດ້ເຄືື່ອນຂຶ້ນຝັ່ງທາງພາກເໜືອຂອງປະເທດ ສສ ຫວຽດນາມ ແລ້ວຈາກນັັນຈະອ່ອນກໍາລັງລົງກາຍເປັນພາຍຸດີເປຊັນ ແລະ ຈະອ່ອນກໍາລັງລົງຕາມລໍາດັບກາຍເປັນຍ່ອມຄວາມກົດດັນອາກາດຕໍ່າ. ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ຍັງຈະມີກໍາລັງແຮງປົກຄຸມຢູູ່ທົົ່ວທຸກພາກຂອງປະເທດລາວ ແລະ ຈະເຮັດໃຫ້ເກີດມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍໃນແຕ່ລະພາກ ແລະ ຈະມີຝົນຕົກປານກາງ ຫາ ໜັກ ພ້ອມລົມພັດແຮງຢູູ່ບາງທ້ອງຖິ່ນ ແຂວງພາກເໜືອ ໃນໄລຍະວັນທີ 06 ຫາ 07 ຕຸລາ 2025.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນໃນແຕ່ລະພາກ ລວມທັງນະຄອນຫລວງວຽງຈັນ ຈົົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມືຕໍ່ສະພາບຝົນຕົກໜັກຕິດຕໍ່ກັນຫລາຍວັນ ທີ່ອາດຈະເຮັດໃຫ້ເກີດມີດິນເຈືື່ອນ, ນ້ຳປ່າໄຫລຊຸແຮງ, ນ້ຳຖ້ວມຍື່ງ ແລະ ນ້ຳຖ້ວມອັ່ງໃນຕົວເມືອງ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.