Home ຂ່າວໜ້າໜຶ່ງ ທົ່ວປະເທດ ມີ 2 ພັນກວ່າບໍລິສັດລົງທຶນໃນຂະແໜງກະສິກໍາ ແລະ ປ່າໄມ້

ທົ່ວປະເທດ ມີ 2 ພັນກວ່າບໍລິສັດລົງທຶນໃນຂະແໜງກະສິກໍາ ແລະ ປ່າໄມ້

0

ທົ່ວປະເທດ ມີກຸ່ມການຜະລິດທັງໝົດ 4 ພັນກວ່າກຸ່ມ, ກຸ່ມປູກຝັງ 2 ພັນກວ່າກຸ່ມ, ກຸ່ມລ້ຽງສັດ 1.600 ກວ່າກຸ່ມ, ໃນຂະນະດຽວກັນມີບໍລິສັດເອກະຊົນທັງພາຍໃນ ແລະ ຕ່າງປະເທດ ລົງທຶນເຂົ້າໃນຂົງເຂດກະສິກຳ ແລະ ປ່າໄມ້ ຈຳນວນ 2.065 ບໍລິສັດ, ມູນຄ່າການລົງທຶນທັງໝົດ 5,4 ຕື້ກວ່າໂດລາ.

ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອ 5 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 28 ມິຖຸນາ ນີ້ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ກ່າວວ່າ: ການຈັດຕັ້ງປະຕິບັດບັນດານະໂຍບາຍການແບ່ງເຂດດິນກະສິກຳ, ກຸ່ມການຜະລິດ, ສະຫະກອນການຜະລິດ ແລະ ບັນດາຫົວໜ່ວຍທຸລະກິດລົງທຶນການຜະລິດເປັນສິນຄ້າ ທີ່ລັດຖະບານມີສັນຍາກັບປະເທດຄູ່ຄ້າ ແລະ ມີຕະຫຼາດຮອງຮັບຕໍ່ບັນຫາດັ່ງກ່າວໂດຍສະເພາະການແບ່ງເຂດກະສິກຳ ຊຶ່ງກະຊວງກະສິກຳ ແລະ ປ່າໄມ້ໄດ້ປະຕິບັດຕາມມະຕິຂອງສູນກາງພັກກ່ຽວກັບການເພີ່ມທະວີວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນໃນໄລຍະໃໝ່ ແລະ ມະຕິຂອງສະພາແຫ່ງຊາດວ່າດ້ວຍແຜນແມ່ບົດຈັດສັນທີ່ດິນແຫ່ງຊາດຮອດປີ 2030 ໃນນີ້ ໄດ້ກຳນົດເອົາດິນກະສິກຳທັງຫມົດ 4,5 ລ້ານເຮັກຕາ ຊຶ່ງກະຊວງກະສິກຳ ແລະ ປ່າໄມ້ ໄດ້ຜັນຂະຫຍາຍເປັນຍຸດທະສາດຮອດປີ 2030 ແລະ ວິໃສທັດຮອດປີ 2040, ໃນນັ້ນໄດ້ກໍານົດຄືນບັນດາເນື້ອທີ່ການຜະລິດຕ່າງໆເຊັ່ນ: ເນື້ອທີ່ນາໄດ້ກຳນົດ 2 ລ້ານເຮັກຕາ, ດິນປູກພືດລົ້ມລຸກ 1 ລ້ານເຮັກຕາ, ເນື້ອທີ່ດິນປູກໄມ້ໃຫ້ໝາກ 0,8 ລ້ານເຮັກຕາ, ເນື້ອທີ່ລ້ຽງສັດ 0,7 ລ້ານເຮັກຕາ, ຜ່ານການຈັດຕັ້ງປະຕິບັດຕົວຈິງໄດ້ເຮັດສຳເລັດຕົວຈິງໃນ 14 ແຂວງ, ມາຮອດປັດຈຸບັນມີເນື້ອທີ່ນາ 874.320 ເຮັກຕາ, ເນື້ອທີ່ປູກພືດລົ້ມລຸກ 1,66 ລ້ານເຮັກຕາ, ເນື້ອທີ່ປູກໄມ້ໃຫ້ໝາກ 9 ແສນກວ່າເຮັກຕາ ແລະ ເນື້ອທີ່ລ້ຽງສັດ 7 ແສນກວ່າເຮັກຕາ, ໄດ້ສຳເລັດການກຳນົດເຂດເນື້ອທີ່ປູກພືດຕາມແລວທາງລົດໄຟລາວ-ຈີນ 5 ແສນກວ່າເຮັກຕາກວມເອົາ 4 ແຂວງ, ແລວທາງເສດຖະກິດຕາເວັນຕົກ ແລະ ຕາເວັນອອກ 1,26 ລ້ານເຮັກຕາ ກວມເອົາ 13 ແຂວງ.

ສຳລັບການຈັດຕັ້ງກຳລັງການຜະລິດ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ສຸມໃສ່ສ້າງກຳລັງການຜະລິດ, ຈັດຕັ້ງກຸ່ມ, ສ້າງສະຫະກອນ, ສະມາຄົມຕ່າງໆ, ມາຮອດປັດຈຸບັນມີກຸ່ມການຜະລິດທັງໝົດ 4.193 ກຸ່ມ (ກຸ່ມປູກຝັງ 2.248 ກຸ່ມ, ກຸ່ມລ້ຽງສັດ 1.776 ກຸ່ມ, ກຸ່ມການປະມົງ 115 ກຸ່ມ, ປຸງແຕ່ງ 26 ກຸ່ມ, ບໍລິການ 28 ກຸ່ມ, ມີສະຫະກອນ 27 ສະຫະກອນ, ໃນນີ້ ມີສະຫະກອນທີ່ເຄື່ອນໄຫວດີເດັ່ນ 6 ສະຫະກອນ. ແນວໃດກໍຕາມ ເຖິງຈະມີການຈັດຕັ້ງກຳລັງການຜະລິດ ມີໜໍ່ແໜງຫຼາຍຂຶ້ນແຕ່ຍັງມີບັນດາກຸ່ມ ແລະ ສະຫະກອນຈຳນວນໜຶ່ງຍັງບໍ່ທັນເຂັ້ມແຂງ ແລະ ຍັງບໍ່ທັນເຂົ້າເຖິງສິນເຊື່ອ ແລະ ເຂົ້າເຖິງຕະຫຼາດທີ່ເປັນຕົ້ນທາງໄດ້.

ໃນຂະນະທີ່ ການຊຸກຍູ້ບັນດາຫົວໜ່ວທຸລະກິດ ລົງທຶນໃສ່ການຜະລິດເປັນສິນຄ້າ, ປັດຈຸບັນ ມີບໍລິສັດເອກະຊົນທັງພາຍໃນ ແລະ ຕ່າງປະເທດ ລົງທຶນໃນຂົງເຂດກະສິກຳ ແລະ ປ່າໄມ້ ທັງໝົດ 2.065 ບໍລິສັດ, ມີມູນຄ່າລົງທຶນທັງໝົດ 5.424 ລ້ານໂດລາ, ທຶນຈົດທະບຽນ 3,9 ຕື້ກວ່າໂດລາ, ໃນນັ້ນລົງທຶນໃສ່ການປູກຝັງ 859 ບໍລິສັດ, ລົງທຶນໃສ່ການລ້ຽງສັດ 536 ບໍລິສັດ ແລະ ລົງທຶນໃສ່ປ່າໄມ້ 670 ບໍລິສັດ, ສຳລັບ 6 ເດືອນ ຕົ້ນປີນີ້ ສາມາດສົ່ງອອກສິນຄ້າກະສິກຳ ມູນຄ່າ 736 ລ້ານໂດລາ ທຽບໃສ່ແຜນການໄດ້ 61%, ສິນຄ້າສົງອອກສ່ວນໃຫຍ່ ຢາງພາລາ, ເຄື່ອງປ່າຂອງດົງ, ມັນຕົ້ນ, ອ້ອຍ, ໝາກໂມ, ສາລີແຂງ, ກາເຟ, ເຂົ້າ.

ສ່ວນການກະກຽມຮັບມືໄພພິບັດທາງທຳມະຊາດ ແລະ ການຕ້ານແລ້ງ ຕ້ານຖ້ວມນັ້ນ, ກະຊວງກະສິກຳ ແລະ ປ່າໄມ້ໄດ້ຖືເປັນບຸລິມະສິດໃນການປ້ອງກັນ ແລະ ການຫຼຸດຜ່ອນຜົນກະທົບຈາກໄພແຫ້ງແລ້ງ, ໄພນໍ້າຖ້ວມ ໂດຍໄດ້ອອກແຈ້ງກ່ຽວກັບກັບການຕ້ານແລ້ງ ແລະ ຕ້ານຖ້ວມ, ເອົາໃຈໃສ່ຕິດຕາມການປົກປັກຮັກສາຊົນລະປະທານໃຫ້ຮັບປະກັນໃນການສະໜອງນໍ້າ, ຊຸກຍູ້ໃນການສ້ອມແປງຊົນລະປະທານໃນຂອບເຂດທົ່ວປະເທດ, ຊຸກຍູ້ໃຫ້ປະຊາຊົນສ້າງແຫຼ່ງນໍາໃຊ້ດິນ, ຂຸດເຈາະບາດານ, ຕິດຕັ້ງລະບົບສູບນໍ້າໄຟຟ້າໂດຍໃຊ້ພະລັງງານແສງຕາເວັນ, ໃນນັ້ນໄດ້ກະກຽມຈັກສູບນໍ້າທັງໝົດ 100 ກວ່າແຫ່ງ, ກະກຽມຄັງແຮເຂົ້າທີ່ເປັນແນວພັນເຂົ້າ 1.500 ກວ່າໂຕນ ເພື່ອກຽມພ້ອມສະໜອງໃຫ້ຊາວກະສິກອນ.

(ຂ່າວ-ພາບ: ສຳນານ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version