Home ຂ່າວພາຍໃນ ຄະນະຜູ້ແທນສື່ມວນຊົນລາວ ເຂົ້າຮ່ວມກອງປະຊຸມສຸດຍອດການຮ່ວມມືດ້ານສື່ມວນຊົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ປີ 2023

ຄະນະຜູ້ແທນສື່ມວນຊົນລາວ ເຂົ້າຮ່ວມກອງປະຊຸມສຸດຍອດການຮ່ວມມືດ້ານສື່ມວນຊົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ປີ 2023

0

ກອງປະຊຸມສຸດຍອດການຮ່ວມມືດ້ານສື່ມວນຊົນ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ປີ 2023 ໄດ້ຈັດຂຶ້ນໃນວັນທີ 27 ມິຖຸນາ ນີ້ ທີ່ ນະຄອນຫຼວງ ປັກກິ່ງ ສປ ຈີນ ໂດຍການເປັນເຈົ້າພາບຂອງ ໜັງສືພິມປະຊາຊົນ ລາຍວັນ ແຫ່ງ ສປ ຈີນ; ໃຫ້ກຽດເຂົ້າຮ່ວມກອງປະຊຸມມີ ທ່ານ ຫຼີ ຊູເຫຼ (Li Shulei) ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາສູນກາງພັກກອມມູນິດຈີນ, ທ່ານ ທົວ ເຈິ້ນ (Tuo Zhen) ປະທານ ໜັງສືພິມປະຊາຊົນ ລາຍວັນ ແຫ່ງ ສປ ຈີນ, ມີບັນດາສື່ມວນຊົນຈາກ 6 ປະເທດ (ສປ ຈີນ ໃນນາມຄູ່ຮ່ວມພັດທະນາ ແລະ 5 ປະເທດລຸ່ມແມ່ນໍ້າຂອງຄື: ລາວ, ຫວຽດນາມ, ກຳປູເຈຍ, ມຽນມາ ແລະ ໄທ), ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຄະນະຜູ້ແທນຝ່າຍລາວທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້, ນໍາໂດຍ ທ່ານ ວັນໄຊ ຕະວິນຍານ ກຳມະການຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນ ປະຕິວັດລາວ ຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ ພ້ອມດ້ວຍ ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ມີຮອງອຳນວຍການສຳນັກຂ່າວສານປະເທດລາວ, ຮອງຫົວໜ້າບັນນາທິການການໜັງສືພິມວຽງຈັນທາມ ແລະ ນັກຂ່າວກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ດຳເນີນພາຍໃຕ້ຫົວຂໍ້ “ການສົ່ງເສີມຄວາມຜູກພັນ ລະຫວ່າງ ປະຊາຊົນ ເພື່ອອານາຄົດທີ່ດີກວ່າຮ່ວມກັນ” ຫຼື “Promoting People-to-People Bonds for a Better Shared Future” ໂດຍໄດ້ມີຫົວຂໍ້ຍ່ອຍສະເພາະອີກ 2 ຫົວຂໍ້ຄື: “ຍູ້ແຮງເສດຖະກິດພາກພື້ນ ເພື່ອຜົນປະໂຫຍດຮ່ວມກັນ” (Driving Regional Economic Recovery for Mutual Benefit” ແລະ “ສົ່ງເສີ່ມການແລກປ່ຽນສື່ມວນຊົນ ເພື່ອຄວາມຜູກພັນທີ່ແໜ້ນແຟ້ນ” (Promoting Media Exchanges for Closer Bonds” ຊຶ່ງສື່ມວນຊົນຫຼັກຈາກ 6 ປະເທດ ໄດ້ດຳເນີນການແລກປ່ຽນຄວາມຄິດເຫັນ, ປະສົບການ ຢ່າງເລິກເຊິ່ງ ແລະ ກົງໄປກົງມາ ພ້ອມທັງມີຂໍ້ສະເໜີ ເພື່ອສົ່ງເສີມສື່ມວນຊົນໃນບັນດາປະເທດແມ່ນໍ້າຂອງ ໃຫ້ມີຄວາມຜູກພັນແໜ້ນແຟ້ນຂຶ້ນ ຮ່ວມມືກັນໂຄສະນາເຜີຍແຜ່ການຈັດຕັ້ງປະຕິບັດ ແລະ ໝາກຜົນຂອງການຮ່ວມມືໃນຂອບແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃຫ້ປະຊາຊົນຂອງປະເທດຕົນໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ ປະກອບສ່ວນຍູ້ແຮງການຮ່ວມມື ໃຫ້ໄດ້ຮັບການສືບຕໍ່ ໂດຍມີຜົນປະໂຫຍດທີ່ເປັນຮູບປະທໍາເກີດຂຶ້ນຫຼາຍກວ່າເກົ່າ.

ທ່ານ ຫຼີ ຊູເຫຼ ກ່າວບາງຕອນວ່າ: ປີ 2016, ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ເລີ່ມຂຶ້ນ ຊຶ່ງໄດ້ມີການພົວພັນຮ່ວມມືກັນ ໂດຍໃນ 7 ປີ ຜ່ານມາ ຂອບການຮ່ວມມືດັ່ງກ່າວ ໄດ້ນໍາເອົາຜົນປະໂຫຍດຫຼາຍດ້ານ ມາສູ່ປະຊາຊົນຂອງບັນດາປະເທດແມ່ນໍ້າຂອງ ຊຶ່ງສື່ມວນຊົນຂອງພວກເຮົາຕ້ອງເສີມຂະຫຍາຍ 6 ແຜນງານສຳຄັນ ເພື່ອຜົນປະໂຫຍດລວມຂອງປະເທດລຸ່ມແມ່ນໍ້າຂອງ ໂດຍເອົາຕົວຢ່າງທີ່ດີໂຄສະນາເຜີຍແຜ່ສູ່ສັງຄົມ ເພີ່ມທະວີການຮ່ວມມື ເຂົ້າໃນໜຶ່ງແລວໜຶ່ງເສັ້ນທາງ, ການສຳພາດ, ຮ່ວມຊຸກຍູ້ການທ່ອງທ່ຽວ ແລະ ອື່ນໆ ເພື່ອເສີມຂະຫຍາຍການຮ່ວມມື, ສືບຕໍ່ຄວາມເຂົ້າໃຈຕໍ່ປະຊາຊົນສູ່ປະຊາຊົນ ເພື່ອຈັດຕັ້ງຜັນຂະຫຍາຍຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ.

ທ່ານ ວັນໄຊ ຕະວິນຍານ ກ່າວວ່າ: ໃນໄລຍະຜ່ານມາ, ໜັງສືພິມປະຊາຊົນ ຍາມໃດກໍໃຫ້ການສະໜັບສະໜູນ ການຮ່ວມມືໃນຂອບແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ. ໄລຍະຜ່ານມາ, ການຈັດຕັ້ງປະຕິບັດຂອບການຮ່ວມມືດັ່ງກ່າວ ມີຜົນສໍາເລັດຫຼາຍດ້ານ ໂດຍສະເພາະແມ່ນການປົກປັກຮັກສາແຫຼ່ງນໍ້າ, ອ່າງນໍ້າຂອງ ທີ່ພວມປະເຊີນກັບສິ່ງທ້າທາຍຫຼາຍຢ່າງເຊັ່ນ: ໄພແຫ້ງແລ້ງ, ໄພນໍ້າຖ້ວມ, ບັນຫາສິ່ງແວດລ້ອມ ແລະ ອື່ນໆ. ຂອບການຮ່ວມມືປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃນພາກພື້ນແມ່ນໍ້າຂອງ ຢ່າງເປັນຮູບປະທໍາ ແລະ ມີໝາກຜົນ. ໃນນັ້ນມີ 36 ໂຄງການທີ່ພວມຈັດຕັ້ງປະຕິບັດຢູ່ ສປປ ລາວ ຊຶ່ງອັນພົ້ນເດັ່ນ ແມ່ນໂຄງການພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ ລວມມູນຄ່າ 33 ລ້ານຢວນ (ປະມານ 42 ຕື້ກີບ); ໂຄງການປິ່ນປົວແກ່ນຕາຂຸ້ນບໍ່ເສຍຄ່າ ໂດຍແພດຊ່ຽວຊານ ຈາກ ສປ ຈີນ ທີ່ເດີນທາງມາໃຫ້ການກວດປິ່ນປົວຢູ່ ສປປ ລາວ ແລະ ໂຄງການສ້າງຄວາມອາດສາມາດ ໃຫ້ແກ່ພະນັກງານທີ່ຕິດພັນກັບ 5 ຂົງເຂດບຸລິມະສິດ ຂອງການຮ່ວມມື. ໃນອະນາຄົດ ບັນດາສື່ມວນຊົນເຂດລຸ່ມແມ່ນໍ້າຂອງ ມີຄວາມຈໍາເປັນທີ່ຈະຕ້ອງເສີມຂະຫຍາຍການຮ່ວມມື ໂຄສະນາບັນດາຂໍ້ກໍານົດ, ນິຕິກໍາຕ່າງໆທີ່ກ່ຽວຂ້ອງກັບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃນການປົກປັກຮັກສາຊັບພະຍາກອນນໍ້າໃຫ້ມີຄວາມຍືນຍົງ, ປົກປັກຮັກສາລະບົບນິເວດທາງນໍ້າ ໃນອ່າງແມ່ນໍ້າຂອງຮ່ວມກັນ ລວມເຖິງການເຊາະເຈື່ອນຂອງຕາຝັ່ງ ແລະ ການຕື້ນເຂີນຂອງແມ່ນໍ້າ ຍ້ອນມີການນຳໃຊ້ນ້ຳຢ່າງຫຼວງຫຼາຍ ແລະ ການປ່ຽນແປງຂອງດິນຟ້າອາກາດທີ່ຮຸນແຮງຂຶ້ນ, ແລກປ່ຽນຂໍ້ມູນ ແລະ ຖອດຖອນບົດຮຽນຊຶ່ງກັນ ແລະ ກັນເປັນປົກກະຕິ ໃນການພັດທະນາຂອງແຕ່ລະປະເທດສະມາຊິກ, ຄໍານຶງເຖິງຄວາມສົມດຸນ ລະຫວ່າງຜົນປະໂຫຍດແຫ່ງຊາດ ແລະ ຜົນປະໂຫຍດ ລວມຂອງພາກພື້ນ ມາເປັນອັນດັບໜຶ່ງ.

ທ່ານ ວັນໄຊ ຕະວິນຍານ ຍັງກ່າວຍໍ້າວ່າ: ໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ປະຊາຊົນປະຕິວັດລາວ ຢືນຢັນຈະສືບຕໍ່ໂຄສະນາການຮ່ວມມືໃນຂອບແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ, ຍຸດທະສາດພັດທະນາອ່າງແມ່ນໍ້າຂອງ ສົກ 2021-2030 ຊຶ່ງໄດ້ສະແດງໃຫ້ເຫັນເຖິງວິວັດທະນາການໃໝ່ ໂດຍຄໍານຶງເຖິງການສ້າງຜົນປະໂຫຍດສູງສຸດຂອງຊາດ ໄປຄຽງຄູ່ກັບຜົນປະໂຫຍດໃນພາກພື້ນ, ໂຄສະນາປຸກລະດົມໃຫ້ປະຊາຊົນລາວເຮັດໜ້າທີ່ “ເປັນເຈົ້າຂອງ ຮ່ວມກັນ” ຂອງທຸກໆຄົນ ເພື່ອພ້ອມກັນພັດທະນາ ແລະ ປົກປັກຮັກສາຄວາມອຸດົມສົມບູນຂອງແມ່ນ້ໍາສາຍນີ້ ໃຫ້ຄົງຢູ່ຕະຫຼອດໄປ ປຽບດັ່ງແຫຼ່ງຊັບພະຍາກອນອັນລ້ໍາຄ່າ ໃຫ້ສາມາດຫຼໍ່ລ້ຽງ ແລະ ຄໍ້າຊູທຸກສັບພະສິ່ງທີ່ອາໄສຢູ່ໃນຂົງເຂດນີ້.

(ຂ່າວ-ພາບ: ສຸກສະຫວັນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version