Home ຂ່າວຕ່າງປະເທດ ນູແວນເຊລັງ ຊ່ວຍປະຊາຊົນຮັບແຮງກົດດັນຄ່າຄອງຊີບ

ນູແວນເຊລັງ ຊ່ວຍປະຊາຊົນຮັບແຮງກົດດັນຄ່າຄອງຊີບ

0

ຂ່າວຕ່າງປະເທດລາຍງານ ໃນວັນທີ 27 ມິຖຸນາ ຜ່ານມາ, ລັດຖະບານນູແວນເຊລັງ ໄດ້ປະກາດຈັດສັນງົບປະມານຫຼາຍກວ່າ 150 ລ້ານໂດລານູແວນເຊລັງ ເພື່ອຊ່ວຍເຫຼືອດ້ານອາຫານໃຫ້ແກ່ປະຊາຊົນທ່າມກາງວິກິດຄ່າຄອງຊີບ.

ລັດຖະບານກຽມຈ່າຍເງິນທຶນໃຫ້ແກ່ອົງການຊຸມຊົນທີ່ຢູ່ແນວໜ້າຂອງການຈັດສັນອາຫານໃຫ້ແກ່ປະຊາຊົນ ແລະ ຄອບຄົວທີ່ປະເຊີນກັບແຮງກົດດັນດ້ານຄ່າຄອງຊີບ ໂດຍຄວາມຕ້ອງການໆສະໜັບສະ ໜູນດ້ານອາຫານ ໂດຍສະເພາະຊຸມຊົນທີ່ໄດ້ຮັບຜົນກະທົບຈາກສະພາບອາກາດຮ້າຍແຮງຍັງຄົງສູງກວ່າໄລຍະກ່ອນເກີດການແຜ່ລະບາດຂອງພະຍາດໂຄວິດ-19. ປັດຈຸບັນ, ລັດຖະບານນູແວນເຊລັງໄດ້ຈັດສັນເງິນທຶນສຸກເສີນຫຼາຍກວ່າ 150 ລ້ານໂດລານູແວນເຊລັງ ເພື່ອສະໜັບສະໜູນຜູ້ຈັດຫາອາຫານເພື່ອຊຸມຊົນພ້ອມທັງປະກາດການແບ່ງງົບປະມານປີ 2023 ຈຳນວນ 24 ລ້ານໂດລານູແວນເຊລັງ ເພື່ອການລົງທຶນແກ້ໄຂບັນຫາໃນໄລຍະຍາວ.

ທັງນີ້, ຖືວ່າເປັນຄັ້ງທຳອິດທີ່ລັດຖະບານນູແວນເຊລັງໄດ້ໃຫ້ການສະໜັບສະໜູນໂດຍກົງແກ່ຜູ້ຈັດຫາອາຫານ ເພື່ອຊຸມຊົນດ້ວຍວິທີນີ້ ຊຶ່ງຈະຊ່ວຍເຫຼືອຄົນກຸ່ມທີ່ອ່ອນແອທີ່ສຸດຢ່າງແທ້ຈິງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version