Home ຂ່າວພາຍໃນ ເພີ່ມຄວາມຮູ້ກ່ຽວກັບຜົນຮ້າຍຂອງຢາເສບຕິດໃຫ້ເຍົາວະຊົນ ແລະ ຊາວໜຸ່ມ

ເພີ່ມຄວາມຮູ້ກ່ຽວກັບຜົນຮ້າຍຂອງຢາເສບຕິດໃຫ້ເຍົາວະຊົນ ແລະ ຊາວໜຸ່ມ

0

ເຍົາວະຊົນ ແລະ ຊາວຫນຸ່ມທີ່ເປັນນັກຮຽນ ຈໍານວນ 300 ນ້ອງ, ໃນນີ້ ຈາກໂຮງຮຽນປະຖົມດອກງີ້ວຄໍາ 100 ນ້ອງ ແລະ ມສ ຕົ້ນເຜີ້ງ 200 ນ້ອງ ເຊີ່ງມີທັງນັກຮຽນລາວ, ຈີນ ແລະ ມຽນມາ ໄດ້ຮຽນຮູ້ກ່ຽວກັບຢາເສບຕິດຜ່ານການແລກປ່ຽນບົດຮຽນກ່ຽວກັບການສຶກສາ ຕ້ານຢາເສບຕິດໃຫ້ແກ່ຊາວຫນຸ່ມຫລາຍປະເທດ ຈັດຂຶ້ນໃນຕອນ ເຊົ້າວັນທີ 25 ມິຖຸນາ 2023 ນີ້ ທີ່ເຂດເສດຖະກິດພິເສດສາມຫລ່ຽມຄໍາ, ເມືອງຕົ້ນເຜີ້ງ, ແຂວງບໍ່ແກ້ວ ໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 36 ປີ (26.6.1987-26.6.2023) ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ເຄື່ອນເພັດ ວົງຈັນ, ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ຫວາງ ເອີ້ເປົາ, ຜູ້ອໍານວຍການກຸ່ມບໍລິສັດ ດອກງີ້ວຄໍາ, ພ້ອມດ້ວຍ ຕາງຫນ້າຈາກກະຊວງ ປ້ອງກັນຄວາມສະຫງົບ, ແຂກຮັບເຊີນຈາກແຂວງບໍ່ແກ້ວ ແລະ ແຂວງຢຸນນານ, ສປ ຈີນ.

ຈຸດປະສົງຂອງງານໃນຄັ້ງນີ້ ເພື່ອໃຫ້ເຍົາວະຊົນ ແລະ ຊາວຫນຸ່ມຮູ້ຈັກກ່ຽວກັບຜົນຮ້າຍຂອງຢາເສບຕິດ ເຊີ່ງ ເປັນບັນຫາລວມຂອງວົງຄະນະຍາດສາກົນ, ເປັນໄພຂົ່ມຂູ່ທີ່ຮ້າຍແຮງຕໍ່ມວນມະນຸດ, ເປັນບໍ່ເກີດຂອງອາຊະຍາກໍາຕ່າງໆ ທທີ່ກົດໜ່ວງຖ່ວງດຶງການສ້າງສາພັດທະນາເສດຖກິດ-ສັງຄົມຂອງຊາດ, ທັງຍັງສ້າງຄວາມເສຍຫາຍຢ່າງໃຫຍ່ ຫຼວງຕໍ່ບຸກຄົນ, ຄອບຄົວຜູ້ຕົກເປັນທາດຂອງຢາເສບຕິດ.

ໃນໂອກາດນີ້, ທ່ານ ເຄື່ອນເພັດ ວົງຈັນ ໄດ້ມີຄໍາເຫັນ ເຊີ່ງທ່ານໄດ້ຍົກໃຫ້ເຫັນຜົນຮ້າຍຂອງຢາເສບຕິດ ແລະ ຄວາມພະຍາຍາມຂອງພັກ ແລະ ລັດຖະບານລາວເຮົາ ໄດ້ຖືເອົາການຕ້ານຢາເສບຕິດເປັນວຽກງານທີ່ສຳຄັນຕ້ອງໄດ້ເອົາໃຈໃສ່ຊີ້ນຳຢ່າງໃກ້ສິດໃນການຕິດຕາມກວດກາປ້ອງ ກັນ ແລະ ປາບປາມທັງຢູ່ພາຍໃນປະເທດ ແລະການຮ່ວມ ມືກັບສາກົນ, ເຫັນໄດ້ຜົນຮ້າຍຂອງສິ່ງເສບຕິດຄືດັ່ງກ່າວ ພັກ ແລະ ລັດຖະບານລາວຈຶ່ງໄດ້ຈັດໃຫ້ເປັນວາລະແຫ່ງ ຊາດໃນການຕ້ານສິ່ງເສບຕິດໃຫ້ເປັນວຽກງານທົ່ວສັງຄົມລາວຕ້ອງໄດ້ເອົາໃຈໃສ່ໃນ ການຈັດຕັ້ງປະຕິບັດແກ້ໄຂໃຫ້ປະກົດຜົນເປັນຈິງຮ່ວມກັນ, ໃນການຈັດຕັ້ງຕາມວາລະແຫ່ງຊາດດັ່ງກ່າວ, ໄລຍະຜ່ານມາແຂວງບໍ່ແກ້ວ ກໍຄື ເຂດເສດຖະກິດພິເສດສາມຫຼ່ຽມຄຳ ໄດ້ຮ່ວມມືໃນການແກ້ໄຂບັນຫາຢາເສບຕິດໄດ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ ແລະ ກ້າວ ໄປເຖິງຂັ້ນລົບລ້າງຢ່າງສິ້ນເຊີງ.

ພ້ອມນີ້ ທ່ານໄດ້ຮຽກຮ້ອງມາຍັງພະນັກງານ, ທະຫານ, ຕຳຫຼວດ, ນັກທຸລະກິດ,ກຳມະກອນ ແລະ ລູກຫຼານ ໝົດທຸກຄົນ, ຈົ່ງຮ່ວມແຮງຮ່ວມໃຈສະກັດກັ້ນ ແລະ ຕ້ານການເຄື່ອນໄຫວທຸກຮູບແບບທີ່ພົວພັນກັບ ຢາເສບຕິດດ້ວຍການບໍ່ຊື້, ບໍ່ຂາຍ, ບໍ່ຂົນສົ່ງ, ບໍ່ຊຸກເຊື່ອງ, ບໍ່ເສບ, ບໍ່ຜະລິດ ເພື່ອເຮັດໃຫ້ແຂວງບໍ່ແກ້ວ ກໍ່ຄືເຂດເສດຖະກິດພິເສດສາມຫຼ່ຽມຄຳໄດ້ມີການພັດທະນາໃຫ້ຈະເລີນຮຸ່ງເຮືອງທາງດ້ານເສດຖະກິດ, ວັດທະນາທຳ-ສັງຄົມ ມີຄວາມສະຫງົບສີວິໄລຕະຫຼອດໄປ.

ສ່ວນ ທ່ານ ຫວາງ ເອີ້ເປົາ, ຜູ້ອໍານວຍການກຸ່ມບໍລິສັດ ດອກງີ້ວຄໍາ ໄດ້ຍົກໃຫ້ເຫັນຄວາມເອົາໃຈໃສ່ຂອງເຂດເສດ ຖະກິດພິເສດສາມຫລ່ຽມຄໍາ ໃນການຕ້ານ ແລະ ສະກັດກັ້ນບັນຫາຢາເສບຕິດໃນໄລຍະຜ່ານມາ, ລວມເຖີງຄວາມເອົາໃຈໃສ່ໃນການກໍ່ສ້າງເຍົາວະຊົນ ແລະ ຊາວຫນຸ່ມ ກໍຄື ກໍ່ສ້າງຊັບພະຍາກອນທີ່ເປັນຜູ້ສືບທອດພາລະກິດຂອງຊາດ ເພື່ອໃຫ້ຫ່າງໄກຈາກສິ່ງເສບຕິດປະເພດຕ່າງໆ ໂດຍມີກອງທຶນສໍາລັບວຽກງານນີ້ສະເພາະ. ນອກຈາກນີ້ ທ່ານໄດ້ຮຽກຮ້ອງໃຫ້ແຕ່ລະປະເທດສືບຕໍ່ຮ່ວມມືກັນຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ວຽກງານຕ້ານ ແລະ ສະກັດກັ້ນຢາເສບຕິດນັບມື້ໄດ້ຮັບຜົນດີກວ່າເກົ່າ.

Cr: BT

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version