Home ຂ່າວພາຍໃນ ສະໜາມບິນສາກົນບໍ່ແກ້ວ ຈະເປີດນໍາໃຊ້ໃນທ້າຍປີນີ້

ສະໜາມບິນສາກົນບໍ່ແກ້ວ ຈະເປີດນໍາໃຊ້ໃນທ້າຍປີນີ້

0

ມາຮອດປັດຈຸບັນ, ໂຄງການກໍ່ສ້າງສະໜາມບິນສາກົນບໍ່ແກ້ວ ຄວາມຄືບໜ້າແລ້ວຫລາຍກວ່າ 90%, ຄາດວ່າຈະເປີດນໍາໃຊ້ຢ່າງເປັນທາງການໃນທ້າຍປີ 2023 ນີ້.

ທ່ານ ຈ້າວ ເຫວີຍ, ປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫຼ່ຽມຄໍາ ໃຫ້ສໍາພາດຕໍ່ສື່ມວນຊົນລາວໃນວັນທີ 25 ມິຖຸນາ 2023 ນີ້ວ່າ: ການກໍ່ສ້າງສະໜາມບິນດັ່ງກ່າວໃນປັດຈຸບັນແມ່ນເຫລືອພຽງຂັ້ນຕອນຕົບແຕ່ງຕຶກອາຄານຜູ້ໂດຍສານທັງພາຍໃນ ແລະ ພາຍນອກ, ການຕິດຕັ້ງອຸປະກອນລະບົບສື່ສານການບິນ, ລວມເຖີງລະບົບຄວາມປອດໄພ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ໃນອາຄານ.

ສະໜາມບິນສາກົນ ບໍ່ແກ້ວ ຕັ້ງຢູ່ ບ້ານສີເມືອງງານ, ເມືອງ ຕົ້ນເຜີ້ງ ຫ່າງໄກຈາກເຂດເສດຖະກິດພິເສດສາມຫຼ່ຽມຄຳ ປະມານ 5 ກິໂລແມັດ, ມູນຄ່າການກໍ່ສ້າງທັງຫມົດ 175 ລ້ານໂດລາສະຫະລັດ ໃນເນື້ອທີ່ 300 ເຮັກຕາ, ເລີ່ມດຳເນີນການກໍ່ສ້າງຕັ້ງແຕ່ວັນທີ່ 20 ກັນຍາ ປີ 2020 ໂດຍກໍ່ສ້າງຕາມມາດຕະຖານຄວາມປອດໄພຂອງກົມການບິນພົນລະເຮືອນ ແລະ ມາດຕະຖານຂອງອົງການການບິນພົນ ລະເຮືອນສາກົນ (ICAO) ວາງອອກ ຄື: ຂະໜາດຂອງສະ ໜາມບິນທີ່ມີລະຫັດໝາຍເລກ ແລະ ຕົວອັກສອນ 4C (Aerodrome Code 4C) ທາງແລ່ນຂຶ້ນ-ລົງຂອງເຮືອບິນມີຄວາມຍາວ 2.500 ແມັດ ກວ້າງ 45 ແມັດ ແລະ ບ່າທາງແລ່ນຂຶ້ນ-ລົງ ເບື້ອງລະ 7,5 ແມັດ ເຊິ່ງສາມາດຮອງຮັບເຮືອບິນຂະໜາດ Boing 737-900ER Airbus A320/ A321 ຫຼື ເຮືອບິນຊະນິດຕ່າງໆ ທີ່ສາມາດຮອງຮັບຜູ້ໂດຍ ສານໄດ້ 200 ບ່ອນນັ່ງລົງມາ ແລະ ມີແຜນທີ່ຈະຕໍ່ຕື່ມທາງແລ່ນຂຶ້ນ-ລົງໃນອະນາຄົດອີກ ເພື່ອສາມາດຮອງຮັບເຮືອ ບິນຂະໜາດ Boing 747 ໄດ້ ພາຍໃນອາຄານຜູ້ໂດຍສານທັງຂາເຂົ້າ ແລະ ຂາອອກສາມາດຮອງຮັບໄດ້ຜູ້ໂດຍສານ 600 ຄົນ ໃນເວລາດຽວກັນ.

ຂ່າວ: BT

ພາບຈາກ: ທີ່ນີ້ ສາມຫລ່ຽມຄໍາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version