Home ທ່ອງທ່ຽວ ຄູອາຈານ ແລະ ນ້ອງນັກຮຽນ ມຕ ຈອມເພັດ ຮ່ວມກິດຈະກຳຂີ່ລົດໄຟຮຽນຮູ້ການເຊື່ອມໂຍງລາວ-ຈີນ

ຄູອາຈານ ແລະ ນ້ອງນັກຮຽນ ມຕ ຈອມເພັດ ຮ່ວມກິດຈະກຳຂີ່ລົດໄຟຮຽນຮູ້ການເຊື່ອມໂຍງລາວ-ຈີນ

0

ວັນທີ 21 ມິຖຸນາ 2023 ລັດວິສາຫະກິດທາງລົດໄຟລາວ-ຈີນ (CRRC) ໄດ້ນໍາ ພາຄູອາຈານ ແລະ ນ້ອງນັກຮຽນ 10 ຄົນ ພ້ອມດ້ວຍທີມງານບໍລິສັດ ຈັດ ກິດຈະກໍາຂີ່ລົດໄຟເບິ່ງໂລກ ເຊິ່ງເລີ່ມແຕ່ສະຖານີລົດໄຟ ນະຄອນຫຼວງວຽງ ຈັນ ໄປຍັງສະຖານີລົດໄຟຫຼວງພະບາງ ແລະ ກັບຄືນສູ່ສະຖານີລົດໄຟ ນະຄອນຫຼວງວຽງຈັນ.

ໃນຕະຫຼອດໄລຍະການເດີນທາງຜູ້ທີ່ເຂົ້າຮ່ວມກິດຈະກໍາໄດ້ຮູ້ກ່ຽວກັບຄວາມຮູ້ທົ່ວໄປກ່ຽວກັບລະບົບໂຄງສ້າງ ດ້ານເຕັກນິກ ແລະ ການຂັບເຄື່ອນຂອງ ລົດໄຟຄວາມໄວສູງລາວ-ຈີນ ພ້ອມນັ້ນຍັງໄດ້ມີການຖາມຕອບວິທະຍາສາດ ແລກປ່ຽນຄໍາຄິດເຫັນກັບນ້ອງນັກຮຽນ ເພື່ອແລກຂອງລາງວັນ ນອກນັ້ນ ຍັງມີກິດຈະກໍາຮ້ອງເພງ ເພື່ອເສີມສ້າງຄວາມສາມັກຄີ ແລະ ສ້າງຄວາມ ເບີກບານມ່ວນຊື່ນໃຫ້ແກ່ຜູ້ເຂົ້າຮ່ວມກິດຈະກໍາໃນຄັ້ງນີ້ຕື່ມອີກ.

ທ່ານ ສອນສະຫັວນ ດວງໜູພອນ ອໍານວຍການໂຮງຮຽນ ມຕ ຈອມເພັດ ໃຫ້ສໍາພາດວ່າ: ຕົນພ້ອມດ້ວຍອາຈານພາຍໃນໂຮງຮຽນ 7 ທ່ານ ໄດ້ນໍາພາ ນ້ອງນັກຮຽນ 10 ຄົນ ເປັນຕົວແທນໃຫ້ແກ່ໂຮງຮຽນ ມຕ ຈອມເພັດ ເຂົ້າ ຮ່ວມກິດຈະກໍາຈີ່ລົດໄຟເບິ່ງໂລກກັບລົດໄຟລາວ-ຈີນ ທີ່ໄດ້ຮັບການສະ ໜັບສະໜູນຈາກ CRRC ກິດຈະກຳຄັ້ງນີ້ເຮັດໃຫ້ນ້ອງນັກຮຽນໄດ້ຮຽນຮູ້ສິ່ງ ໃໝ່ໆໃນການເດີນທາງ ແລະ ຍັງເປັນສາຍເຊື່ອມໂຍງທາງດ້ານວັດທະນະທໍາ ສອງຊາດລາວ-ຈີນຕື່ມອີກ.

………………………………………

#VientianeMai

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version