Home ຂ່າວພາຍໃນ ” ຝຶກຊ້ອມຮັບມືເມື່ອເກີດອັກຄີໄພ ຢູ່ອາຄານວິສະຍາບໍລີສັດໄຟຟ້ານໍ້າເທີນ 2 “

” ຝຶກຊ້ອມຮັບມືເມື່ອເກີດອັກຄີໄພ ຢູ່ອາຄານວິສະຍາບໍລີສັດໄຟຟ້ານໍ້າເທີນ 2 “

0

ເພື່ອຮັບປະກັນໃຫ້ແກ່ຄວາມຮັບຮູ້-ເຂົ້າໃຈຂອງພະນັກງານ ກ່ຽວກັບ ວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ໂດຍສະເພາະ ໃນການໜີໄພເວລາມີອັກຄີໄພເກີດຂຶ້ນ ຢູ່ສໍານັກງານ ແລະ ອົງການ. ດັ່ງນັ້ນ, ໃນອາທິດທີ່ຜ່ານມາ ບໍລິສັດ ໄຟຟ້ານໍ້າເທີນ 2 ຮ່ວມກັບ ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ມີການຝຶກຊ້ອມໜີໄພ ໃຫ້ພະນັກງານ ທີ່ອາຄານວິສະຍາ ບໍລີສັດ ໄຟຟ້ານໍ້າເທີນ 2, ໂດຍມີ ທ່ານ ໄຊສະຫວ່າງ ຈັນເພັງໄຊ ຜູ້ປະສານງານຄວາມປອດໄພ ຫ້ອງການວຽງຈັນ ບໍລິສັດ ໄຟຟ້ານໍ້າເທີນ 2 ແລະ ພັທ ບຸນຍົງ ໄຊປັນຍາ ຮອງຫົວໜ້າພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

ສໍາລັບການຊ້ອມໜີໄພຄັ້ງນີ້ ຖືເປັນຄັ້ງທໍາອິດທີ່ທາງບໍລິສັດ ໄຟຟ້ານໍ້າເທີນ 2 ໄດ້ຮ່ວມກັບ ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ.

ເຊິ່ງການຝຶກຊ້ອມ ໄດ້ນໍາໃຊ້ລົດມອດໄຟ 3 ຄັນ ແລະ ລົດກູ້ໄພ 1 ຄັນ, ໂດຍໄດ້ມີການເປີດແຈ້ງເຕືອນ ເພື່ອໃຫ້ພະນັກງານໜີໄພທາງຂັນໄດໜີໄພ ແລະ ໄດ້ສີດນໍ້າໃສ່ບໍລິເວນຕຶກ ເພື່ອສາທິດການມອດໄຟເມື່ອມີອັກຄີໄພເກີດຂຶ້ນ. ທັງນີ້, ກໍເພື່ອກຽມຄວາມພ້ອມທຸກເວລາ ແລະ ສະຕິ ໃນການເຝົ້າລະວັງ, ຕິດຕາມ, ກວດກາຄວາມເປັນລະບຽບຮຽບຮ້ອຍພາຍໃນຫ້ອງການ ຮັບປະກັນບໍ່ໃຫ້ມີອັກຄີໄພເກີດຂຶ້ນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version