Home ຂ່າວຕ່າງປະເທດ ຊູແອດ ສົ່ງເສີມນະໂຍບາຍນະວັດຕະກຳ ແລະ ການພັດທະນາທີ່ຍືນຍົງ

ຊູແອດ ສົ່ງເສີມນະໂຍບາຍນະວັດຕະກຳ ແລະ ການພັດທະນາທີ່ຍືນຍົງ

0

ຊູແອດ ສົ່ງເສີມນະໂຍບາຍນະວັດຕະກຳ ແລະ ການພັດທະນາທີ່ຍືນຍົງ (ເນື່ອງໃນໂອກາດວັນຊາດຊູແອດ ວັນທີ 6 ມິຖຸນາ 1946 – 6 ມິຖຸນາ 2023)

ຊູແອດ ເປັນໜຶ່ງໃນປະເທດທີ່ມີຊື່ສຽງທາງດ້ານນະວັດຕະກຳ (Innovation) ແລະ ການພັດທະນາທີ່ຍືນຍົງ ໂດຍເປັນອັນດັບຕົ້ນໆໃນການຈັດອັນດັບຕ່າງໆເຊັ່ນ: ດັດຊະນີຄວາມຍືນຍົງ ແລະ ດັດຊະນີນະວັດຕະກຳໂລກ ໂດຍພິຈາລະນາຈາກການພັດທະນາດ້ານການປົກຄອງ-ສັງຄົມ ແລະ ສິ່ງແວດລ້ອມ ຊຶ່ງຊູແອດ ຕິດ 1 ໃນ 10 ອັນດັບປະເທດທີ່ມີການສ້າງຍີ່ຫໍ້ຂອງປະເທດ (Nation Branding) ທີ່ດີທີ່ສຸດໃນໂລກ. ຜ່ານມາ, ລັດຖະບານຊູແອດ ໄດ້ປະກາດການເຮັດວຽກທີ່ເນັ້ນສົ່ງເສີມການພັດທະນາຢ່າງຍືນຍົງຄວບຄຸມໃນທຸກກຸ່ມອຸດສາຫະກຳ ຄຽງຄູ່ໄປກັບການສົ່ງເສີມບົດບາດຂອງນະວັດຕະກຳໃນອຸດສາຫະກຳຕ່າງໆ ເພື່ອໃຫ້ສອດຄ່ອງກັບເປົ້າໝາຍການເປັນໜຶ່ງໃນປະເທດຜູ້ນຳດ້ານການວິໄຈ ແລະ ນະວັດຕະກຳລະດັບໂລກ ແລະ ການເປັນປະເທດແຫ່ງຄວາມຮູ້ຂັ້ນນຳ ລວມທັງໃຫ້ສອດຄ່ອງກັບການດຳເນີນການຕາມຕາຕະລາງ 2030 (Agenda 2030) ກ່ຽວກັບການດໍາເນີນການທີ່ສຳຄັນຕາມທີ່ລັດຖະບານຊູແອດ ໄດ້ປະກາດເມື່ອບໍ່ດົນມານີ້ໄດ້ແກ່:

ໜຶ່ງ, ການເຮັດໃຫ້ຊູແອດ ກາຍເປັນປະເທດທີ່ຍືນຍົງທີ່ສຸດໃນໂລກ ແລະ ເປັນແຫຼ່ງດຶງດູດນັກທ່ອງທ່ຽວດ້ານນະວັດຕະກຳ ຊຶ່ງອຸດສາຫະກຳການທ່ອງທ່ຽວຂອງຊູແອດ ເຕີບໂຕຢ່າງຕໍ່ເນື່ອງຕັ້ງແຕ່ໄລຍະປີ 2000 ໂດຍມີປັດໄຈດຶງດູດນັກທ່ອງທ່ຽວເຊັ່ນ: ທຳມະຊາດ ແລະ ສິ່ງແວດລ້ອມ, ວັດທະນະທຳ, ສະຖາປັດຕະຍະກຳ ແລະ ການອອກແບບ ເຮັດໃຫ້ການທ່ອງທ່ຽວເປັນໜຶ່ງໃນອຸດສາຫະກຳທີ່ເຕີບໂຕໄວທີ່ສຸດໃນຊູແອດ ໂດຍໃນປີ 2019 ຊຶ່ງເປັນປີສຸດທ້າຍກ່ອນເກີດພະຍາດໂຄວິດ-19 ລາຍໄດ້ຈາກການທ່ອງທ່ຽວຂອງຊູແອດ ຢູ່ທີ່ປະມານ 2,5% ຂອງໂຕເລກລວມຍອດຜະລິດຕະພັນພາຍໃນປະເທດ (GDP). ໃນປີ 2021 Euromonitor International ໄດ້ປຽບທຽບການເຮັດວຽກດ້ານຄວາມຍືນຍົງ ສິ່ງແວດລ້ອມ, ສັງຄົມ ແລະ ເສດຖະກິດ, ການຂົນສົ່ງ, ທີ່ຢູ່ອາໄສ ແລະ ການໃຫ້ຄວາມສຳຄັນກັບການທ່ອງທ່ຽວທີ່ຍືນຍົງລະຫວ່າງ 99 ປະເທດທົ່ວໂລກ ແລະ ໄດ້ຈັດອັນດັບໃຫ້ຊູແອດ ເປັນສະຖານທີ່ທ່ອງທ່ຽວທີ່ຍືນຍົງທີ່ສຸດໃນໂລກ. ເມື່ອບໍ່ດົນມານີ້, ລັດຖະບານຊູແອດ ໄດ້ຖະແຫຼງການຍຸດທະສາດດ້ານການທ່ອງທ່ຽວໄລຍະຍາວ ຫຼື Vision 2030 ໂດຍມີເປົ້າໝາຍສ່ວນໜຶ່ງ ເພື່ອຟື້ນຟູອຸດສາຫະກຳ ການທ່ອງທ່ຽວທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍໃນປີ 2020 ຜ່ານມາ, ຈຳນວນນັກທ່ອງທ່ຽວຫຼຸດລົງເຖິງ 74% ຊຶ່ງຍຸດທະສາດດັ່ງກ່າວເປັນການເຮັດຮ່ວມກັບໜ່ວຍງານພາກລັດ ແລະ ພາກເອກະຊົນທີ່ມີສ່ວນກ່ຽວຂ້ອງ ລວມທັງໄດ້ກຳນົດເປົ້າໝາຍໃຫ້ຊູແອດເປັນປະເທດທີ່ຍືນຍົງທີ່ສຸດໃນໂລກ ແລະ ເປັນແຫຼ່ງດຶງດູດນັກທ່ອງທ່ຽວດ້ວຍນະວັດຕະກຳຜ່ານການສົ່ງເສີມການພັດທະນາ 4 ດ້ານໄດ້ແກ່: ໜຶ່ງ, ການອຳນວຍຄວາມສະດວກຕໍ່ການປະກອບທຸລະກິດທ່ອງທ່ຽວ; ສອງ, ການສົ່ງເສີມທັກສະ ແລະ ສັກກະຍະພາບຂອງບຸກຄະລາກອນດ້ານການທ່ອງທ່ຽວ; ສາມ, ການພັດທະນາຄວາມຮູ້ ແລະ ນະວັດຕະກຳທີ່ກ່ຽວຂ້ອງກັບອຸດສາຫະກຳການທ່ອງທ່ຽວ ແລະ ສີ່, ການພັດທະນາລະບົບຂົນສົ່ງ ແລະ ການເຂົ້າເຖິງສະຖານທີ່ທ່ອງທ່ຽວຕ່າງໆ.

ສອງ, ການພັດທະນາກິດຈະການດ້ານອາວະກາດ ຊຶ່ງກິດຈະການດ້ານອາວະກາດເປັນດ້ານທີ່ຊູແອດຂ້ອນຂ້າງໄດ້ຮັບຄວາມສົນໃຈໃນລະດັບສາກົນ ເນື່ອງຈາກບໍລິສັດດ້ານອາວະກາດຂັ້ນນຳຫຼາຍແຫ່ງເຊັ່ນ: Swedish Space Corporation: SSC, RUAG Space AB ແລະ ຖານປ່ອຍຈະຫຼວດ ທີ່ສຳຄັນເຊັ່ນ: Esrang Space Center ເຮັດໃຫ້ລັດຖະບານຊູແອດ ຫັນມາສົ່ງເສີມສັກກະຍະພາບໃນກິດຈະການດ້ານອາວະກາດຢ່າງຈິງຈັງຫຼາຍຂຶ້ນ ໂດຍໃນຮ່າງງົບປະມານປີ 2022 ລັດຖະບານໄດ້ສະເໜີງົບປະມານຈຳນວນ 100 ລ້ານໂຄຣນາສະວີເດນ (ສະກຸນເງິນຊູແອດ) ຕໍ່ປີ ສຳລັບການວິໄຈດ້ານອະວະກາດ ໂດຍສະເພາະ ຕັ້ງແຕ່ປີ 2022 ເປັນຕົ້ນໄປ ໂດຍລັດຖະບານເຫັນຜົນປະໂຫຍດທີ່ຈະນຳໄປສູ່ການພັດທະນາດ້ານນະວັດຕະກຳອື່ນໆ ເພື່ອເພີ່ມຄວາມສາມາດທາງດ້ານການແຂ່ງຂັນຂອງປະເທດ ແລະ ສ້າງອາຊີບໃຫ້ກັບປະຊາກອນ ໂດຍມີອົງກອນອາວະກາດແຫ່ງຊາດຊູແອດ (NSA) ເປັນໜ່ວຍງານຫຼັກທີ່ເບິ່ງແຍງກິດຈະການດ້ານດັ່ງກ່າວຕາມຍຸດທະສາດກິດຈະການດ້ານອາວະກາດຂອງຊູແອດໃນປີ 2018. ເມື່ອບໍ່ດົນມານີ້, ລັດຖະບານຊູແອດ ໄດ້ມອບໝາຍໃຫ້ NSA ພັດທະນາຫ້ອງປະຕິບັດການຂໍ້ມູນອາວະກາດຂອງຊູແອດ ຊຶ່ງປັດຈຸບັນເປັນສູນຂໍ້ມູນທີ່ໜ່ວຍງານຂອງຊູແອດ ແລະ ຕ່າງປະເທດໃຊ້ໃນການເຮັດວຽກກ່ຽວກັບຂໍ້ມູນການສັງເກດພື້ນໂລກ ແລະ ການວິເຄາະຂໍ້ມູນໂດຍໃຊ້ລະບົບປັນຍາປະດິດ (AI-based analysis of data) ເພື່ອຍົກລະດັບການໃຊ້ງານຂໍ້ມູນຈາກສູນດັ່ງກ່າວໃຫ້ສາມາດນຳໄປໃຊ້ປະໂຫຍດໃນການພັດທະນາສັງຄົມ, ອຸດສາຫະກຳ ແລະ ເພື່ອປະໂຫຍດລວມຂອງໂລກ.

ສາມ, ແຜນການເປັນປະເທດຂັ້ນນຳດ້ານວິທະຍາສາດຊີວະພາບ (Life Sciences) ໂດຍໃນປີ 2018 ລັດຖະບານໄດ້ກຳນົດຍຸດທະສາດ ເພື່ອສະໜັບສະໜູນກິດຈະການດ້ານວິທະຍາສາດ ໂດຍມີເປົ້າ ໝາຍເພື່ອໃຫ້ຊູແອດ ເປັນປະເທດທີ່ໜ້າດຶງດູດສຳລັບພາກທຸລະກິດ, ພາກການລົງທຶນ, ຄວາມຮ່ວມມືດ້ານການວິໄຈ ແລະ ນະວັດຕະກຳທີ່ກ່ຽວຂ້ອງກັບ ວິທະຍາສາດຊີວະພາບ ຊຶ່ງປັດຈຸບັນ ຊູແອດ ມີໜ່ວຍງານພາກລັດ, ຜູ້ປະກອບການ, ສະຖາບັນການສຶກສາທີ່ເຮັດວຽກດ້ານວິທະຍາສາດຊີວະພາບ ໃນຫຼາຍພື້ນທີ່ຂອງປະເທດລວມທັງໝົດປະມານ 3.000 ແຫ່ງ ແລະ ມີການຈ້າງງານປະມານ 42.000 ອັດຕາໃນປີ 2018. ຂະນະທີ່ສະຖານະການໂຄວິດ-19 ສະທ້ອນໃຫ້ເຫັນເຖິງບົດບາດຂອງອຸດສາຫະກຳວິທະຍາສາດສຸຂະພາບໃນດ້ານຕ່າງໆ ໂດຍສະເພາະດ້ານເສດຖະກິດ ເນື່ອງຈາກ ວິທະຍາສາດຊີວະພາບ ເປັນໜຶ່ງໃນບໍ່ເທົ່າໃດອຸດສາຫະກຳທີ່ມີມູນຄ່າການສົ່ງອອກເພີ່ມຂຶ້ນໃນໄລຍະໂຄວິດ-19 ເຊັ່ນ: ໂຕເລກການສົ່ງອອກຢາຈາກຊູແອດ ໃນປີ 2020 ເພີ່ມຂຶ້ນ 10% ຈາກປີກ່ອນໜ້າ 115.000 ລ້ານໂຄຣນາສະວີເດນ.

ເຫັນໄດ້ວ່ານະໂຍບາຍດັ່ງກ່າວຂອງຊູແອດ ຈະເນັ້ນການພັດທະນາຄວາມຍືນຍົງຂອງການທ່ອງ ທ່ຽວ, ວິທະຍາສາດ ແລະ ນະວັດຕະກຳ ຊຶ່ງການສະແດງຄວາມໂດດເດັ່ນດ້ານນະວັດຕະກຳສູ່ສາຍຕານັກທ່ອງທ່ຽວ, ມຸ່ງເນັ້ນອຳນວຍຄວາມສະດວກດ້ານການເດີນທາງ ແລະ ຂົນສົ່ງ ຈະສາມາດດຶງດູດຄວາມສົນໃຈແກ່ນັກທ່ອງທ່ຽວ, ຜູ້ປະກອບການ ແລະ ນັກວິໄຈດ້ານວິທະຍາສາດທົ່ວໂລກໄດ້ງ່າຍຂຶ້ນ ຊຶ່ງການທີ່ຊູແອດ ບໍ່ມີຂໍ້ກີດກັ້ນທາງດ້ານການລົງທຶນຈາກຕ່າງປະເທດເຮັດໃຫ້ຊູແອດ ເປັນອີກໜຶ່ງປະເທດທີ່ໜ້າລົງທຶນຈາກທົ່ວໂລກອີກດ້ວຍ.

ຮຽບຮຽງໂດຍ: ວິໄລພອນ ເພັດໄພບູນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version