Home ທຸລະກິດ ເຄື່ອງຫັດຖະກໍາຈັກສານປະກອບສ່ວນຊ່ວຍເຫຼືອຊ່າງຫັດຖະກໍາ

ເຄື່ອງຫັດຖະກໍາຈັກສານປະກອບສ່ວນຊ່ວຍເຫຼືອຊ່າງຫັດຖະກໍາ

0

ການຮັບເອົາເຄື່ອງຫັດຖະກໍາທີ່ເປັນສີໄມ້ລາຍມືຂອງປະຊາຊົນລາວມາຈໍາໜ່າຍສູ່ຕະຫຼາດ ແລະ ເຂົ້າເຖິງຜູ້ຊົມໃຊ້ ເປັນອີກອາຊີບໜຶ່ງທີ່ຊຸກຍູ້ສົ່ງເສີມຜະລິດຕະພັນຂອງຄົນລາວໃຫ້ເປັນທີ່ຮູ້ຈັກຢ່າງກວ້າງ ຂວາງ ແລະ ສາມາດສ້າງລາຍຮັບໃຫ້ກັບຕົນເອງ.

ນາງ ວິໄລລັກ ຂຸນບູລົມ ເຈົ້າຂອງຮ້ານຂາຍເຄື່ອງຫັດຖະກໍາຈັກສານ ຫວາຍ ແລະ ໄມ້ປ່ອງໃຫ້ສໍາພາດເມື່ອບໍ່ດົນມານີ້ວ່າ: ຂ້ອຍເປັນຜູ້ໜຶ່ງທີ່ມັກຮັກໃນຜະລິດຕະພັນທີ່ເຮັດດ້ວຍສີໄມ້ລາຍມືຂອງຄົນລາວ ແລະ ດ້ວຍຄວາມມັກຮັກວຽກງານດັ່ງກ່າວ ໃນໄລຍະເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຄັດເລືອກຊື້ເຄື່ອງຫັດຖະກໍາຈັກສານທີ່ເຮັດດ້ວຍສີໄມ້ລາຍມືຂອງຄົນລາວມາປະກາດຂາຍທາງອອນລາຍຜ່ານເຟສບຸກ ລາວຊ່ວຍລາວ ດັ່ງນາງ ວິໄລລັກ ຂຸນບູລົມ ເປັນຜູ້ໜຶ່ງທີ່ນໍາຜະລິດຕະພັນເຄື່ອງຫັດຖະກໍາໃນທົ່ວປະເທດມາຈໍາໜ່າຍສູ່ທ້ອງຕະຫຼາດໂດຍມີການວາງຂາຍຕາມຕະຫຼາດ, ງານຫັດຖະກໍາຈັກສານທີ່ພາກສ່ວນກ່ຽວຂ້ອງຈັດຂຶ້ນ ແລະ ຂາຍຜ່ານລະບົບອອນລາຍ ໂດຍມີຈຸດປະສົງເພື່ອຊ່ວຍເຫຼືອຄົນລາວດ້ວຍກັນ ເຮັດໃຫ້ຜະລິດຕະພັນເປັນທີ່ຍອມຮັບຂອງສັງຄົມກໍຄືຜູ້ຊົມໃຊ້ໃຫ້ນັບມື້ຫຼາຍຂຶ້ນ.

ໃນເດືອນກໍລົດກົດ ປີ 2020 ປະກອບມີ: ກະຕ່າທີ່ເຮັດດ້ວຍໄມ້ໄຜ່ ແລະ ພາເຂົ້າທີ່ເຮັດດ້ວຍຫວາຍ ຜ່ານການໂພສເຫັນວ່າໄດ້ຮັບຄວາມສົນໃຈຈາກຜູ້ຊົມໃຊ້ ຈາກນັ້ນມີໝູ່ແນະນໍາໃຫ້ນໍາໄປວາງຈໍາໜ່າຍທີ່ຕະຫຼາດຂາຍຜັກປອດສານພິດສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ໃນວັນເສົາຂອງທຸກໆອາທິດ. ຜະລິດຕະພັນທີ່ນໍາມາຈໍາໜ່າຍລ້ວນແລ້ວແຕ່ເປັນຜະລິດຕະພັນທີ່ຕົນເອງມັກ ແລະ ມີຄວາມສົນໃຈ ແລ້ວເລືອກເອົາຜະລິດຕະພັນທີ່ມີຄວາມແໜ້ນໜາ, ມີຄວາມປານີດ ແລະ ມີເອກະລັກເປັນອັນສະເພາະ ຊຶ່ງໄດ້ແກ່: ເຄື່ອງປະດັບເອ້ຢ້ອງຂອງຊົນເຜົ່າ, ແຜ່ນແພ, ຖົງພາຍ ແລະ ຜະລິດຕະພັນອື່ນໆ. ປັດຈຸບັນ ຜະລິດຕະພັນທີ່ຈໍາໜ່າຍແມ່ນໄດ້ນໍາມາຈາກທົ່ວທຸກແຂວງໃນປະເທດລາວ ມີລາຄາຈໍາໜ່າຍ ຕໍ່າສຸດ 50 ພັນກີບ ຫາ 3 ລ້ານກີບ, ຖ້າຫາກວ່າລູກຄ້າທ່ານໃດມີຄວາມສົນໃຈສາມາດເຂົ້າເບິ່ງຜະລິດຕະພັນໄດ້ທີ່ເຟສບຸກ LAOS handicraft ລາວຊ່ວຍລາວ.

ນາງ ວິໄລລັກ ຂຸນບູລົມ ເລົ່າໃຫ້ຟັງຕື່ມວ່າ: ການຂາຍເຄື່ອງຫັດຖະກໍາຈັກສານ ຫວາຍ ແລະ ໄມ້ປ່ອງນີ້, ນອກຈາກເປັນການຊຸກຍູ້ສົ່ງເສີມຊາວຊ່າງຫັດຖະກໍາແລ້ວ ຍັງສາມາດສ້າງລາຍຮັບໃຫ້ກັບຕົນເອງຕື່ມອີກ ພ້ອມນັ້ນຂໍສະແດງຄວາມຂອບໃຈສະມາຄົມຫັດຖະກໍາລາວທີ່ໄດ້ເຊື້ອເຊີນໃຫ້ຮ້ານຂອງຂ້ອຍນໍາເອົາຜະລິດຕະພັນດັ່ງກ່າວມາວາງຈໍາໜ່າຍໃນກິດຈະກໍາຕ່າງໆທີ່ສະມາຄົມຈັດຂຶ້ນ ແລະ ຫວັງວ່າໃນອະນາຄົດ ຈະໄດ້ເຂົ້າຮ່ວມເປັນສະມາຊິກຂອງສະມາຄົມຊາວຊ່າງຫັດຖະກໍາ.

ໂດຍ: ແສງຈັນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version