Home ຂ່າວຕ່າງປະເທດ ກອງປະຊຸມເຈລະຈາຄວາມໝັ້ນຄົງດ້ານການປ້ອງກັນຊາດ ຄັ້ງທີ 20

ກອງປະຊຸມເຈລະຈາຄວາມໝັ້ນຄົງດ້ານການປ້ອງກັນຊາດ ຄັ້ງທີ 20

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ກອງປະຊຸມເຈລະຈາຄວາມໝັ້ນຄົງດ້ານການປ້ອງກັນຊາດ (Shangri-La 2023) ຄັ້ງທີ 20 ໄດ້ດຳເນີນເມື່ອບໍ່ດົນມານີ້ ຢູ່ສິງກະໂປ, ໂດຍການເຂົ້າຮ່ວມຂອງລັດຖະມົນຕີກະຊວງປ້ອງກັນປະເທດ, ເຈົ້າໜ້າທີ່ອາວຸໂສ, ນັກທຸລະກິດ ແລະ ນັກຮຽນຮູ້ ຫຼາຍກວ່າ 500 ທ່ານ ທີ່ມາຈາກຫຼາຍກວ່າ 40 ປະເທດ ແລະ ເຂດແຄ້ວນ. ກອງປະຊຸມຄັ້ງນີ້ເອີ້ນວ່າ: ກອງປະຊຸມຂັ້ນສູງຄວາມໝັ້ນຄົງໃນພາກພື້ນອາຊີ, ກອງປະຊຸມເຈລະຈາ Shangri – La ໄດ້ສ້າງກາລະໂອກາດປຶກສາຫາລືກ່ຽວກັບບັນດາສິ່ງທ້າທາຍຄວາມໝັ້ນຄົງຢ່າງຮີບດ່ວນ ແລະ ບັນດາຫົວຂໍ້ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຂອງພາກພື້ນ ແລະ ທົ່ວໂລກ.

ປະກອບຄຳເຫັນເປີດກອງປະຊຸມ, ທ່ານ ອັນໂຕນີ ອັລບານີສ ໃຫ້ຮູ້ວ່າ: ເວທີປາໄສປີນີ້ຈະແມ່ນກາລະໂອກາດເພື່ອໃຫ້ການນຳອົສຕຣາລີ ສະເໜີທັດສະນະກ່ຽວກັບການແກ້ໄຂບັນດາສິ່ງທ້າທາຍຄວາມ ໝັ້ນຄົງ ຢູ່ພາກພື້ນ ແລະ ວິໄສທັດກ່ຽວກັບອາຊີ – ປາຊີຟິກ ທີ່ມີສະຖຽນລະພາບ, ສັນຕິພາບ, ອົງອາດກ້າຫານ ແລະ ວັດທະນາຖາວອນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version