Home ຂ່າວໜ້າໜຶ່ງ ຫລາຍພາກສ່ວນຮ່ວມສະຫລອງວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ

ຫລາຍພາກສ່ວນຮ່ວມສະຫລອງວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ

0

ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຮ່ວມກັບອົງການປົກຄອງນະຄອນຫລວງວຽງຈັນ, ບັນດາແຂວງ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງສັງຄົມ ຈັດງານສະເຫລີມສະຫລອງວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 24 ປີ ແລະ ວັນສິ່ງແວດລ້ອມໂລກ ຄົບຮອບ 50 ປີ (5 ມີຖຸນາ 2023) ພາຍໃຕ້ຄຳຂັວນ “ສິ່ງແວດລ້ອມພວກເຮົາຈະດີ ຖ້າຫລຸດຜ່ອນການນຳໃຊ້ພລາສຕິກ” ໃນຕອນເຊົ້າ ວັນທີ 3 ມິຖຸນາ 2023 ທີ່ປະຕູໄຊ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກ ລັດຖະມົນຕີ, ມີພາກສ່ວນທີ່ກ່ຽວຂ້ອງ ແລະ ມວນຊົນພາຍໃນນະຄອນຫລວງວຽງຈັນ ເຂົ້າຮ່ວມ

ທ່ານ ນາງ ບຸນຄຳ ວໍລິຈິດ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ກ່າວວ່າ: ປີນີ້ ເປັນປີ ທີ່ມີຄວາມໝາຍຄວາມສໍາຄັນ, ໃນທົ່ວໂລກໄດ້ພ້ອມກັນສະເຫລີມສະຫລອງວັນສໍາຄັນດັ່ງກ່າວຢ່າງປັນຂະບວນຟົດຟື້ນ. ຄືດັ່ງທີ່ພວກເຮົາຮູ້ນໍາກັນດີແລ້ວວ່າ ໂລກກໍາລັງຜະເຊີນກັບສິ່ງທ້າທາຍຫລາຍດ້ານ ໃນການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ. ໃນຂະນະທີ່ເຮົາກໍາລັງຍືນຢູ່ນີ້ ສິ່ງແວດລ້ອມທໍາມະຊາດກໍາລັງຖືກທໍາລາຍ, ລະບົບນິເວດ ກໍາລັງເຊື່ອມໂຊມລົງ ຊຶ່ງມີສາເຫດມາຈາກ ສະພາບການປ່ຽນແປງຂອງດິນຟ້າອາກາດ ອັນໄດ້ສົ່ງຜົນກະທົບທາງກົງ ແລະ ທາງອ້ອມ ຕໍ່ປະຊາກອນໂລກໃນປັດຈຸບັນ ແລະ ອາດຈະສົ່ງຜົນກະທົບແກ່ຍາວໄປສູ່ຄົນຮຸ່ນຫລັງໃນອະນາຄົດ. ສຳລັບ ປະເທດພວກເຮົາກໍເຊັ່ນດຽວກັນ ແມ່ນກຳລັງຜະເຊີນໜ້າກັບຜົນກະທົບຕໍ່ສິ່ງແວດລ້ອມທີ່ເກີດຈາກ ໄຟໄໝ້ປ່າ, ນໍ້າເປື້ອນ ແລະ ບັນຫາຂີ້ເຫຍື້ອ ໂດຍສະເພາະແມ່ນຂີ້ເຫຍື້ອພລາສຕິກ ທີ່ນັບມື້ນັບເພີ່ມຂຶ້ນຈາກການຊົມໃຊ້ ແລະ ການຖິ້ມຊະຊາຍຕາມຊຸມຊົນ, ຖະໜົນຫົນທາງ, ຕາມຕົວເມືອງໃຫຍ່, ຕົວເມືອງນ້ອຍ ຍ້ອນການກໍາຈັດ ແລະ ຫລຸດຜ່ອນຍັງເຮັດໄດ້ໜ້ອຍ.

ຕໍ່ສະພາບການ ແລະ ບັນຫາດັ່ງກ່າວ ພັກ ແລະ ລັດຖະບານ ກໍໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ເພື່ອສ້າງໃຫ້ປະເທດລາວ ເປັນປະເທດ ຂຽວສະອາດງາມຕາ ໂດຍໃຫ້ມີນິຕິກໍາ, ຄູ່ມື, ຄໍາແນະນໍາຕ່າງໆ ແລະ ໃຫ້ໂຄສະນາເຜີຍແຜ່ ແລະ ສ້າງຈິດສໍານຶກ ໃຫ້ທົ່ວສັງຄົມ ພ້ອມກັນປະກອບສ່ວນ ແລະ ເຂົ້າຮ່ວມຈັດຕັ້ງປະຕິບັດ ໂດຍສະເພາະການແກ້ໄຂບັນຫາຂີ້ເຫຍື້ອ ທີ່ນອນໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ກໍຄື ການຫລຸດຜ່ອນຂີ້ເຫຍື້ອ ແລະ ການສ້າງສະໜາມຂີ້ເຫຍື້ອ ເພື່ອຮອງຮັບສິ່ງເສດເຫລືອຈາກການຊົມໃຊ້ທີ່ເພີ່ມຂຶ້ນ, ພ້ອມທັງສ້າງຕົວເມືອງໃຫ້ສະອາດງາມຕາ ປາສະຈາກມົນລະພິດ.

ສຳລັບການສະເຫລີມສະຫລອງ ວັນສິ່ງແວດລ້ອມໂລກ ຄົບຮອບ 50 ປີ ຂອງປີນີ້, ປະເທດກົດດີວົວ ກັບ ປະເທດໂຮນລັງ ໄດ້ເປັນເຈົ້າພາບຮ່ວມ ໃນການຈັດງານສະເຫລີມສະຫລອງວັນສິ່ງແວດລ້ອມໂລກຄັ້ງນີ້ ຊຶ່ງໄດ້ຮຽກຮ້ອງໃຫ້ພວກເຮົາທຸກຄົນ ເປັນເຈົ້າການນໍາກັນ ໃນການແກ້ໄຂບັນຫາມົນລະພິດຈາກພລາສຕິກ ໂດຍສະເພາະ ພາກລັດ ແລະ ພາກເອກະຊົນ ທີ່ມີບົດບາດສໍາຄັນ ໃນການແກ້ໄຂບັນຫາດັ່ງກ່າວ ດ້ວຍການຊຸກຍູ້ໃຫ້ເກີດການປ່ຽນແປງຫລາຍດ້ານ ເປັນຕົ້ນ ຫ້າມນໍາໃຊ້ຖົງຢາງປລາສຕິກ, ການນໍາໃຊ້ຜະລິດຕະພັນທາງເລືອກ ທົດແທນພລາສຕິກທີ່ນໍາໃຊ້ຄັ້ງດຽວ, ການລະດົມທຶນເພື່ອຄວາມຍືນຍົງ ແລະ ການນໍາພາ-ຊີ້ນໍາ ເພື່ອກ້າວໄປສູ່ຂໍ້ຕົກລົງລະດັບໂລກ ໃນການຫລຸດຜ່ອນມົນລະພິດຈາກພລາສຕິກ.

ໃນໂອກາດດັ່ງກ່າວ ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ໃຫ້ກຽດຕັດແຖບຜ້າເປີດງານຢ່າງເປັນທາງການ ຊຶ່ງກິດຈະກຳພາຍໃນຄັ້ງນີ້ປະກອບມີ: ຍ່າງເພື່ອສຸຂະພາບ, ການວາງສະແດງຜົນງານຈາກບັນດາຫ້ອງການ, ກົມ, ສະຖາບັນພາຍໃນກະຊວງ ກຊສ, ພະແນກການໃນນະຄອນຫລວງວຽງຈັນ, ອົງການຈັດຕັ້ງທາງສັງຄົມ, ສາກົນ ແລະ ກິດຈະກຳການຣິໄຊເຄິນແຍກຂີ້ເຫຍື້ອ ແລະ ກິດຈະກຳຖາມ-ຕອບກ່ຽວກັບສິ່ງແວດລ້ອມ. ໃນນັ້ນ, ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໄດ້ມອບຖັງໃສ່ຂີ້ເຫຍື້ອໃຫ້ກະຊວງ ກຊສ ອີກດ້ວຍ.

ຂ່າວ-ພາບ: ວຽງສະຫວັນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version