Home ຂ່າວໜ້າໜຶ່ງ ລາວ-ຈີນ ວາງສະແດງຮູບພາບ ການທ່ອງທ່ຽວພູເຂົາອາຊີ ແລະ ຫັດຖະກຳພື້ນເມືອງ

ລາວ-ຈີນ ວາງສະແດງຮູບພາບ ການທ່ອງທ່ຽວພູເຂົາອາຊີ ແລະ ຫັດຖະກຳພື້ນເມືອງ

0

ສະຫະພັນການທ່ອງທ່ຽວພູເຂົາສາກົນ ສປ ຈີນ ຮ່ວມກັບ ກະຊວງຖະແຫລງຂ່າວ ວັດທະ ນະທຳ ແລະ ທ່ອງທ່ຽວ ໄດ້ຈັດງານວາງສະແດງ ຮູບພາບການທ່ອງທ່ຽວພູເຂົາອາຊີ ແລະ ງານວາງສະ ແດງຫັດຖະກຳພື້ນເມືອງ ຂຶ້ນໃນວັນທີ 29 ພຶດສະພາ 2023 ທີ່ໂຮງແຮມແລນມາກ ນະຄອນຫລວງວຽງຈັນ ເຊິ່ງພາຍໃນງານໄດ້ລວບລວມເອົາ ສຸດຍອດຮູບພາບພູເຂົາ ແລະ ທຳມະຊາດ ທີ່ມີຄວາມສວຍສົດງົດງາມ ໃນອາຊີມາວາງສະແດງໄວ້ຈຸດດຽວ. ໃຫ້ກຽດເຂົ້າຮ່ວມຂອງທ່ານ ອຸ່ນທວງ ຂາວພັນ ຮອງລັດຖະ ມົນຕີກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

ການວາງສະແດງຮູບພາບການທ່ອງທ່ຽວພູເຂົາອາຊີ ໃນຄັ້ງນີ້, ມີຫລາຍກວ່າ 40 ຮູບພາບ; ໃນນັ້ນ, ຮູບພາບຂອງ ສປປ ລາວ ຮ່ວມວາງສະແດງ 15 ຮູບພາບ ເປັນຕົ້ນນໍ້າຕົກຕາດກວາງຊີ, ທິວທັດຂອງເມືອງຫລວງພະບາງ, ນຳຕົກຕາດຟານ ແຂວງຈຳປາສັກ, ຖໍ້າກອງລໍ ແຂວງຄຳມ່ວນ, ທົ່ງໄຫຫີນ ແຂວງຊຽງຂວາງ, ງານບຸນປີໃໝ່ລາວ ທີ່ຫລວງພະບາງ, ຮູບພາບສາວມົ້ງລາວ ແລະ ອື່ນໆ. ບັນດາຮູບພາບດັ່ງກ່າວ ສະແດງໃຫ້ເຫັນເຖິງຄວາມສວຍສົດງົດງາມຂອງ ບັດດາພູເຂົາ ແລະ ທຳມະຊາດໃນອາຊີ ຜ່ານຮູບຖ່າຍ.

ນອກຈາກນີ້, ພາຍໃນງານ ຍັງມີການວາງສະແດງ ຫັດຖະກຳພື້ນເມືອງລາວ-ຈີນ ເຊັ່ນ: ກະເປົາ, ແກະສະລັກຮູບປັ້ນ, ຮູບແຕ້ມວິຈິດສິນ, ເຄື່ອງທີ່ລະນຶກ ແລະ ອື່ນໆ, ທັງນີ້ ແນໃສ່ສົ່ງເສີມການຜະລິດຫັດຖະກຳ, ສ້າງໂອກາດພົບປະແລກປ່ຽນ ຊື້-ຂາຍ ໃຫ້ແກ່ຫົວໜ່ວຍຫັດຖະກຳ, ຜູ້ປະກອບການກັບພາກ ສ່ວນຄູ່ຄ້າ ຄຽງຄູ່ກັບການເຜີຍແຜ່ວຽກງານຫັດຖະກຳ ເຊື່ອມໂຍງກັບການທ່ອງທ່ຽວ; ພ້ອມກັນນັ້ນ ກໍເປັນການສ້າງຄວາມເຂັ້ມແຂງ ຊ່ວຍໃຫ້ຂະແໜງຫັດຖະກຳ ຟື້ນຕົວຈາກສະພາບການລະບາດຂອງພະຍາດໂຄວິດ-19.

ຂ່າວ: ກິດຕາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version