Home ສຶກສາ ຄວາມເປັນມາຂອງການສະຫຼອງວັນເດັກນ້ອຍ

ຄວາມເປັນມາຂອງການສະຫຼອງວັນເດັກນ້ອຍ

0

ຫ້ອງການຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກນ້ອຍ ພະແນກສົ່ງເສີມ ແລະ ປົກປ້ອງເດັກ ສູນກາງສະຫະພັນແມ່ຍິງລາວ ໄດ້ໃຫ້ຮູ້ຄວາມເປັນມາຂອງການສະເຫຼີມສະຫຼອງວັນເດັກນ້ອຍສາກົນ (1 ມິຖຸນາຂອງທຸກໆປີ) ວ່າ: ວັນເດັກສາກົນແຕ່ລະປີ ແມ່ນເຫດການພິເສດໜຶ່ງທີ່ມີຄວາມໝາຍຕໍ່ເດັກ ຈຸດປະສົງແນໃສ່ຊຸກຍູ້ສົ່ງເສີມ, ພັດທະນາ ແລະ ປົກປ້ອງເດັກ ໃນທົ່ວໂລກ; ຍ້ອນເຫັນໄດ້ຄວາມສໍາຄັນຂອງເດັກ ທີ່ເປັນອະນາຄົດຂອງຊາດ, ເປັນເມັດພືດ, ເປັນໜໍ່ແໜງທຶນຮອນແຫ່ງຊີວິດໃນມື້ນີ້ ເພື່ອກາຍເປັນອະນາຄົດອັນແຈ່ມໃສຂອງປະເທດຊາດໃນມື້ໜ້າ. ບັນດາປະຊາຊາດໃນທົ່ວໂລກ ຈຶ່ງໄດ້ສະເຫຼີມ ສະຫຼອງວັນເດັກສາກົນຕາມເງື່ອນໄຂ ແລະ ສະພາບຕົວຈິງຂອງປະເທດຕົນ.

ວັນເດັກສາກົນ ວັນທີ 1 ມິຖຸນາ (International Children’s Day) ເລີ່ມເມື່ອປີ 1924 ກອງປະຊຸມສະມັດຊາໃຫຍ່ຂອງສັນນິບາດນາໆຊາດ, ໃນວັນທີ 16 ກັນຍາ 1924 ໄດ້ຮັບຮອງເອົາ “ຖະແຫຼງການເຊີແນວ ກ່ຽວກັບສິດທິຂອງເດັກ” ເປັນຄັ້ງທໍາອິດ ຊຶ່ງໄດ້ປະກາດວ່າ: ເດັກມີຄວາມຕ້ອງການໃນການປ້ອງກັນ ແລະ ດູແລເບິ່ງແຍງເປັນພິເສດ ລວມທັງການຊຸກຍູ້, ສົ່ງເສີມ, ພັດທະນາ ແລະ ປົກປ້ອງທີ່ເໝາະສົມທາງດ້ານກົດໝາຍແກ່ເດັກກ່ອນເກີດ ແລະ ຫຼັງເກີດ ຍ້ອນວ່າເດັກຍັງບໍ່ທັນມີວຸດທິພາວະທີ່ສົມບູນຄົບຖ້ວນທາງດ້ານຮ່າງກາຍ ແລະ ຈິດໃຈ. ປີຕໍ່ມາກອງປະຊຸມໂລກຄັ້ງທໍາອິດ ເພື່ອຄວາມເປັນຢູ່ທີ່ດີຂອງເດັກ ໄດ້ຖືກຈັດຂຶ້ນຢູ່ທີ່ເຊີແນວ, ປະເທດສະວິດເຊີແລນ ໃນວັນທີ 1 ມິຖຸນາ 1925 ແລະ ກໍໄດ້ປະກາດເອົາວັນດັ່ງກ່າວເປັນວັນເດັກສາກົນ, ມາຮອດເດືອນພະຈິກ 1949 ກອງປະຊຸມໃຫຍ່ຂອງສະຫະພັນແມ່ຍິງປະຊາທິປະໄຕສາກົນ ທີ່ນະຄອນຫຼວງມົດສະກູ ສະຫະພາບໂຊວຽດ ໄດ້ປະກາດເອົາວັນທີ 1 ມິຖຸນາ ເປັນວັນເດັກສາກົນອີກເທື່ອໜຶ່ງ. ຈຸດປະສົງແມ່ນເພື່ອຊຸກຍູ້ ສົ່ງເສີມ, ພັດທະນາ ແລະ ປົກປ້ອງເດັກ. ການສະເຫຼີມສະຫຼອງວັນເດັກສາກົນ ຈະມີການອອກບົດປາໄສກ່ຽວກັບສິດທິ, ຄວາມເປັນຢູ່ທີ່ດີຂອງເດັກ ແລະ ການດຳເນີນກິດຈະກຳຕ່າງໆເພື່ອເດັກ.

ພ້ອມນີ້, ການສະເຫຼີມສະຫຼອງວັນເດັກສາກົນ ຍັງມີມູນເຊື້ອສະເຫຼີມສະຫຼອງວັນດັ່ງກ່າວ ແຕ່ສະໄໝຕໍ່ສູ້ກູ້ຊາດໃນເມື່ອກ່ອນຈົນເຖິງປັດຈຸບັນ ພາຍຫຼັງມີການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975. ວັນ 1 ມິຖຸນາ ຂອງທຸກໆປີ ພວກເຮົາໄດ້ຈັດກິດຈະກໍາຕ່າງໆ ເພື່ອໂຄສະນາເຜີຍແຜ່ ກ່ຽວກັບແນວທາງນະໂຍບາຍຂອງພັກ-ລັດ, ບັນດານິຕິກໍາພາຍໃນ ກໍຄືສົນທິສັນຍາສາກົນ ແລະ ພາກພື້ນຕ່າງໆທີ່ພົວພັນເຖິງເດັກ ເປັນຕົ້ນ ສົນທິສັນຍາ ວ່າດ້ວຍສິດທິເດັກ ແລະ ອະນຸສັນຍາທີ່ກ່ຽວຂ້ອງ ຜ່ານສື່ສັງຄົມຕ່າງໆ ກໍຄືສ້າງຂະບວນການຢ່າງຫຼາຍຮູບຫຼາຍສີ, ແນໃສ່ປູກຈິດສໍານຶກທີ່ຖືກຕ້ອງໃນທົ່ວສັງຄົມ ກ່ຽວກັບສິດທິຂອງເດັກ ແລະ ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນຕໍ່ເດັກ ເພື່ອຮັບປະກັນໃຫ້ເດັກມີຊີວິດທີ່ດີ, ການຢູ່ລອດ, ການພັດທະນາ, ການປົກປ້ອງ ແລະ ການມີສ່ວນຮ່ວມ ຂອງເດັກລາວບັນດາເຜົ່າ ໃຫ້ມີໄວເດັກທີ່ເຕັມໄປດ້ວຍຄວາມຜາສຸກ, ຄວາມອົບອຸ່ນ ແລະ ການດູແລເບິ່ງແຍງເປັນຢ່າງດີຈາກພໍ່-ແມ່, ຍາດຕິພີ່ນ້ອງໃນຄອບຄົວ, ສັງຄົມ ແລະ ການຈັດຕັ້ງທຸກຂັ້ນ ເພື່ອປ່ຽນແປງຈິນຕະນາການອັນເກົ່າແກ່ຫຼ້າຫຼັງ ແລະ ຮີດຄອງປະເພນີດັ່ງເດີມທີ່ຍັງຫຼົງເຫຼືອຢູ່ໃນຈິດສຳນຶກຂອງຄົນຈຳນວນໜຶ່ງໃນສັງຄົມ. ທີ່ບໍ່ເຫັນຄວາມສໍາຄັນຂອງເດັກໃນການປັບປຸງສະຖາບັນຄອບຄົວ ໂດຍໃຫ້ໂອກາດເທົ່າທຽມກັນລະຫວ່າງເດັກຍິງ ແລະ ເດັກຊາຍ, ຍິ່ງໄປກວ່ານັ້ນ, ຍັງໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ, ການຂົ້າຮ່ວມຄ້າຂາຍຢາເສບຕິດໃນກຸ່ມເດັກ, ການຄ້າຂາຍເດັກ, ການຄ້າປະເວນີ ແລະ ສິ່ງລາມົກອານາຈານ ກ່ຽວກັບເດັກ ກໍຄືການຂູດຮີດແຮງງານເດັກ. ວັນເດັກສາກົນຍັງແມ່ນວັນໜຶ່ງທີ່ພວກເຮົາຕ້ອງໄດ້ຄໍານຶງເຖິງກຸ່ມເດັກທີ່ດ້ອຍໂອກາດເຊັ່ນ: ເດັກພິການ, ເດັກກຳພ້າກຳພອຍ, ເດັກທີ່ຖືກປະຖິ້ມ, ເດັກຂ້າງຖະໜົນ, ເດັກທີ່ຢູ່ໃນກຸ່ມສ່ຽງ, ເດັກຢູ່ເຂດທຸກຍາກ ແລະ ເຂດຫ່າງໄກສອກຫຼີກໃຫ້ມີສິດ, ຜົນປະໂຫຍດ ແລະ ການມີສ່ວນຮ່ວມຢ່າງເຕັມສ່ວນໃນທຸກກິດຈະກໍາປົກກະຕິຂອງເດັກໃນຂອບເຂດທົ່ວປະເທດ ເພື່ອຮັບປະກັນການພັດທະນາ ແລະ ການຂະຫຍາຍຕົວຢ່າງແຂງແຮງ ຕາມເສດຖະກິດຂອງຊາດ ແລະ ໄປທົ່ວເຖິງເດັກທຸກຄົນໃນສັງຄົມ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version