Home ທຸລະກິດ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເປີດຮັບສະໝັກແຮງງານປະຈຳປີ 2023 ຄັ້ງທີ I

ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເປີດຮັບສະໝັກແຮງງານປະຈຳປີ 2023 ຄັ້ງທີ I

0

ພິທີຮັບສະໝັກແຮງງານຂອງເຂດເສດຖະກິດພິເສດສາມຫຼ່ຽມຄຳ ໄດ້ຈັດຂຶ້ນໃນວັນທີ 27 ພຶດສະພາຜ່ານມາ ທີ່ໂຮງຮຽນປະຖົມດອກງິ້ວຄຳ ຊຶ່ງມີທ່ານ ເຄື່ອນເພັດ ວົງຈັນ ຮອງເຈົ້າແຂວງບໍ່ແກ້ວ ຜູ້ຊີ້ນຳວຽກງານເສດຖະກິດ, ທ່ານ ຫວາງ ເອີ້ເປົາ ປະທານກຸ່ມບໍລິສັດດອກງິ້ວຄຳ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄຳສະແຫວງ ວິໄລພົງ ຮອງຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ກ່າວວ່າ: ປັດຈຸບັນ ເຂດເສດຖະກິດພິເສດສາມຫຼ່ຽມຄຳມີແຮງງານປະມານ 50 ພັນກວ່າຄົນ ທີ່ເຄື່ອນໄຫວອອກແຮງງານຢູ່ບັນດາຫົວໜ່ວຍທຸລະກິດຂະແໜງການຕ່າງໆທັງນ້ອຍ ແລະ ໃຫຍ່ ລວມປະມານ 1.700 ຫົວໜ່ວຍ ແລະ ມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະວັນ ຊຶ່ງອີງຕາມຂໍ້ມູນສະຖິຕິມີແຮງງານເຂົ້າມາເຮັດວຽກຢູ່ພາຍໃນເຂດເພີ່ມຂຶ້ນປະມານ 1.000 ກວ່າຄົນຕໍ່ເດືອນ. ດັ່ງນັ້ນ, ການຄຸ້ມຄອງແຮງງານຖືເປັນວຽກງານສຳຄັນໜຶ່ງຂອງເຂດ ແລະ ປັດຈຸບັນ ຍັງມີຫຼາຍຂະແໜງການ ຫຼື ບໍລິສັດທີ່ຕ້ອງການແຮງງານທີ່ມີລະດັບຄວາມຮູ້, ຄວາມສາມາດ, ມີປະສົບການ, ມີຄວາມອົດທົນ ແລະ ມີລະບຽບວິໄນ, ຮູ້ວຽກບໍລິຫານ ໂດຍສະເພາະແມ່ນຄວາມຮູ້ດ້ານພາສາຈີນ, ດ້ານໄອທີ, ດ້ານເຕັກນິກວິຊາຊີບ ຫຼື ນາຍຊ່າງ, ວິຊາການດ້ານການປູກຝັງ ແລະ ລ້ຽງສັດ, ພະນັກງານໃນຂະແໜງບໍລິການ ແລະ ອື່ນໆ. ເພື່ອແນໃສ່ສ້າງເງື່ອນໄຂໃຫ້ບັນດາຫົວໜ່ວຍທີ່ຕ້ອງການນຳໃຊ້ແຮງງານ ແລະ ຜູ້ທີ່ກຳລັງຊອກວຽກເຮັດງານທຳໄດ້ມີໂອກາດພົບປະແລກປ່ຽນກັນ, ໄດ້ມີບັນດາຫົວໜ່ວຍຕ້ອງການແຮງງານມາລົງທະບຽນ ເພື່ອເຂົ້າຮ່ວມຮັບສະໝັກຈຳນວນ 60 ຫົວໜ່ວຍ, ໃນນັ້ນ, ສະເພາະກຸ່ມບໍລິສັດດອກງິ້ວຄຳຈຳກັດມີ 30 ກວ່າຫົວໜ່ວຍ ແລະ ທຸລະກິດອື່ນໆຈໍານວນ 30 ກວ່າຫົວໜ່ວຍ ຊຶ່ງມີຄວາມຕ້ອງການແຮງງານທັງໝົດປະມານ 1.000 ຄົນ.

ທ່ານ ຫວາງ ເອີ້ເປົາ ກ່າວວ່າ: ສຳລັບຜູ້ທີ່ຜ່ານການຮັບສະໝັກເຂົ້າເຮັດວຽກ ຈະໄດ້ຮັບສະຫວັດດີການ,ນະໂຍບາຍຕ່າງໆ ເພື່ອອຳນວຍຄວາມສະດວກໃຫ້ພະນັກງານທີ່ເຮັດວຽກໃນບໍລິສັດມີທີ່ພັກເຊົາ, ມີບັດແຮງງານ,ເອກະສາງຕ່າງໆໃຫ້ຖືກຕ້ອງຕາມລະບຽບ.

ໂອກາດນີ້, ທ່ານ ເຄື່ອນເພັດ ວົງຈັນ ກ່າວວ່າ: ຄຽງຄູ່ກັບການພັດທະນາເສດຖະກິດ-ສັງຄົມຂອງແຂວງການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ, ງານຄັ້ງນີ້ຍັງເປັນການເສີມສ້າງການຊອກວຽກເຮັດງານທຳໃຫ້ແກ່ຊາວຜູ້ອອກແຮງງານ ແລະ ປະຊາຊົນບັນດາເຜົ່າຈາກພາຍໃນ ແລະ ຕ່າງປະເທດທີ່ມາຊອກວຽກເຮັດງານທຳໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ, ທ່ານຍັງຮຽກຮ້ອງໃຫ້ບັນດາຫົວໜ່ວຍທຸລະກິດໃຫ້ການສະໜັບສະໜູນຮັບເອົາຊາວໜຸ່ມ-ໄວໜຸ່ມເຂົ້າເຮັດວຽກ ປະກອບໃສ່ຫົວໜ່ວຍທຸລະກິດຕ່າງໆຂອງເຂດ ເພື່ອໃຫ້ມີການຈັດຕັ້ງປະຕິບັດທີ່ຖືກຕ້ອງ ແລະ ເຮັດວຽກໄປຕາມຂັ້ນຕອນ.

ຂ່າວ-ພາບ: ສອນໄຊ ບຸບຜາປັນໂຍ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version