Home ຂ່າວກິລາ ບົດສະຫຼຸບ ພຣີເມຍລີກ ອັງກິດ ລະດູການ 2022-2023 ແມນຊິຕີ ຄອງແຊ໋ມສະໄໝທີ 5 ຂອງສະໂມສອນ

ບົດສະຫຼຸບ ພຣີເມຍລີກ ອັງກິດ ລະດູການ 2022-2023 ແມນຊິຕີ ຄອງແຊ໋ມສະໄໝທີ 5 ຂອງສະໂມສອນ

0

ແມນເຊັດເຕີ ຊິຕີ ຍັງຄົງແຂງແກ່ນສົມເປັນທີມອັນດັບ 1 ຂອງ ພຣີເມຍລີກ ອັງກິດ ເຖິງວ່າໃນໄລຍະຕົ້ນລະດູການ ຟອມຍັງຈະບໍ່ຄົງທີ່ ແຕ່ຫຼັງຈາກປັບທຸກຢ່າງລົງຕົວ ແມນຊິຕີ ກໍຈັດການແຊງໜ້າ ອາເຊນອນ ໃນໄລຍະໂຄ້ງສຸດທ້າຍ ຄວ້າແຊ໋ມລີກໄປຄອງຢ່າງຍິ່ງໃຫຍ່.

ສຳລັບຄູຝຶກ ທ່ານ ເປບ ກວາດິໂອລາ ຄວ້າແຊ໋ມລີກສູງສຸດອັງກິດ ສະໄໝທີ 3 ຕິດຕໍ່ກັນ ແລະ ເປັນສະໄໝທີ 5 ຈາກ 6 ລະດູການຫຼັງສຸດ ຂະນະທີ່ ອາເຊນອນ ຕ້ອງບອກວ່າໜ້າຜິດຫວັງສຸດໆເພາະພວກເຂົາໂຊຟອມໄດ້ຢ່າງຮ້ອນແຮງມາຕະຫຼອດ ແລະ ຄອງຕຳແໜ່ງທີມນຳຕາຕະລາງ 93 ເປີເຊັນຂອງລະດູການ ແຕ່ພວກເຂົາຊ້ຳພັດມາຟອມຕົກໃນໄລຍະສຳຄັນເຮັດໃຫ້ຖືກ ແມນຊິຕີ ເລັ່ງເຄື່ອງແຊງໜ້າ.

ຂະນະທີ່ ແມນເຊັດເຕີ ຢູໄນເຕັດ ພາຍໃຕ້ການນຳທີມຂອງ ທ່ານ ເອຣິກ ເທັນຮາກ ຕ້ອງບອກວ່າສາມາດລົບຄຳປະມາດຂອງບັນດາແຟນບານໄດ້ສຳເລັດ ເມື່ອພວກເຂົາຈົບອັນດັບ 3 ໄດ້ຢ່າງສຸດຍອດທັງໆທີ່ເປີດຕົວໄດ້ບໍ່ຄ່ອຍດີປານໃດເສຍ 2 ເກມຕິດຕໍ່ກັນ ແຕ່ສຸດທ້າຍບັນລຸເປົ້າໝາຍ ພ້ອມຄວ້າໂຄຕ້າກັບໄປຫຼິ້ນໃນ ຢູຟາ ແຊ໋ມປ້ຽນລີກ ໄດ້ສຳເລັດ.

ໃນສ່ວນຂອງ ນິວຄາດເຊິນ ຢູໄນເຕັດ ຖືເປັນເລື່ອງທີ່ຍິ່ງໃຫຍ່ສຳລັບແຟນບານ ເມື່ອພວກເຂົາສາມາດກ້າວຂຶ້ນສູ່ຄວາມຍິ່ງໃຫຍ່ອີກຄັ້ງ ຫຼັງສາມາດຈົບ 1 ໃນ 4 ອັນດັບທຳອິດຂອງຕາຕະລາງໄດ້ຢ່າງຍິ່ງໃຫຍ່ ແລະ ຫວນກັບໄປຮ່ວມແຂ່ງຂັນເຕະບານ ຢູຟາ ແຊ໋ມປ້ຽນລີກ ໄດ້ເປັນຄັ້ງທຳອິດ ໃນຮອບ 20 ປີ.

ແຕ່ທີ່ໜ້າຜິດຫວັງຄົງໜີບໍ່ມົ້ມ ລິເວີພູ ເນື່ອງຈາກພວກເຂົາຖືເປັນຂາປະຈຳຢູຟາ ແຊ໋ມປ້ຽນລີກ ມາຕະຫຼອດ 7 ຊີຊັນທີ່ຜ່ານມາໂດຍລະດູການນີ້ ລິເວີພູ ເລີ່ມຕົ້ນໄດ້ຢ່າງໜ້າຜິດຫວັງຟອມຂາດຄວາມສະໝ່ຳສະເໝີ ແລະ ກວ່າຈະຕັ້ງຕົວໄດ້ໄດ້ກໍໄລຍະທ້າຍລະດູການແລ້ວ ເຮັດໃຫ້ພວກເຂົາຈົບອັນດັບ 5 ໄປຫຼິ້ນໃນ ຢູຟາ ຢູໂຣປາ ລີກ.

ດ້ານສະໂມສອນທີ່ຕ້ອງບອກວ່າຮ້ອນແຮງເກີນຢ່າງ ໄບຣຕັນ ແອນ ໂຮບອັບບຽນ ຖືວ່າເປັນສິ່ງທີ່ໜ້າຕື່ນເຕັ້ນສຸດໆເມື່ອພວກເຂົາສາມາດສູ້ກັບທີມໃຫຍ່ໄດ້ຢ່າງສຸດມ່ວນ ໂດຍສາມາດຈົບອັນດັບ 6 ໄດ້ສິດໄປລຸຍຮອບແບ່ງກຸ່ມ ຢູໂຣປາ ລີກ ງານນີ້ ແຟນບານຕ້ອງຂອບໃຈ ທ່ານ ໂຣແບໂຕ ເດແຊບີ ຄູຝຶກຊາວອີຕາລີ ທີ່ເຂົ້າມາຮັບງານຕໍ່ຈາກ ທ່ານ ແກຣມ ພັອດເຕີ.

ສຳລັບ ແອດຕັນ ວິນລາ ຕ້ອງບອກເລີຍວ່າກັບຊາດມາເກີດອີກຄັ້ງນັບຕັ້ງແຕ່ທີ່ໄດ້ ທ່ານ ອູໄນ ເອເມຣີ ເຂົ້າມາຄຸມທີມ ໂດຍເຂົາສາມາດປຸກ ແອດຕັນ ວິນລາ ຈາກທີມໃນໂຊນທ້າຍຕາຕະລາງໃນໄລຍະຕົ້ນລະດູການຄ່ອຍໆໄຕ່ອັນດັບຂຶ້ນມາເລື່ອຍໆຈົນໃນທີ່ສຸດສາມາດຈັບອັນດັບ 7 ຄວ້າສິດໄປຫຼິ້ນ ຢູໂຣປາ ຄອນເຟີເຣນ ລີກ.

ຈົບທ້າຍດ້ວຍ 3 ທີມທີ່ຕ້ອງກັບໄປເລີ່ມຕົ້ນໃໝ່ທີ່ ເດິ ແຊ໋ມປ້ຽນຊິບ ໂດຍສະໂມສອນທຳອິດກໍຄື ເຊົາແທມຕັນ ທີ່ຕ້ອງໂບກມືລາ ພຣີເມຍລີກ ເປັນສະໄໝທຳອິດນັບຕັ້ງແຕ່ລະດູການ 2011-2012 ຫຼື ເມື່ອ 11 ປີທີ່ແລ້ວ.

ສ່ວນ ເລດເຕີ ຊິຕີ ທີ່ພະຍາຍາມຢ່າງເຕັມທີ່ໃນເກມສຸດທ້າຍ ແຕ່ບໍ່ພຽງພໍເຊັ່ນດຽວກັບ ລີດ ຢູໄນເຕັດ ເມື່ອທັງສອງທີມບໍ່ສາມາດລອດພົ້ນຊະຕາກຳຕ້ອງຈັບມືກັນໄປເລີ່ມຕົ້ນໃໝ່ໃນເກມແຊ໋ມປ້ຽນຊິບ ລະດູການໜ້າ.

ບົດສະຫຼຸບ ພຣີເມຍລີກ ອັງກິດ ປະຈຳລະດູການ 2022-2023

ແຊ໋ມ: ແມນເຊັດເຕີ ຊິຕີ; ໂຄຕ້າ ຢູຟາ ແຊ໋ມປ້ຽນລີກ: ແມນເຊັດເຕີ ຊິຕີ, ອາເຊນອນ, ແມນເຊັດເຕີ ຢູໄນເຕັດ ແລະ ນິວຄາດເຊິນ ຢູໄນເຕັດ; ໂຄຕ້າ ຢູຟາ ຢູໂຣປາ ລີກ: ລິເວີພູ, ໄບຣຕັນ ແອນໂຮບອັນບຽນ; ໂຄຕ້າ ຢູຟາ ຄອນເຟີເຣນ ລີກ: ແອດຕັນ ວິນລາ; ຕົກຊັ້ນ: ເລດເຕີ ຊິຕີ, ລີດ ຢູໄນເຕັດ, ເຊົາແທມຕັນ; ເລື່ອນຊັ້ນ: ເບິນລີ, ເຊບຟິວ ຢູໄນເຕັດ, ລູຕັນ ທາວ; ດາວຊັນໂວ: ເອີລິງ ຮາແລນ (ແມນຊິຕີ) 36 ປະຕູ; ແອັດຊິດຫຼາຍທີ່ສຸດ: ເຄວິນ ເດີບຣອຍ (ແມນຊິຕີ) 16 ຄັ້ງ; ລາງວັນຊົບມືຄຳ: ດາບິດ ເດເຄອາ (ແມນຢູ) 17 ຄລີນຊີດ; ນັກເຕະດີເດັ່ນປະຈຳລະດູການ: ເອີລິງ ຮາແລນ (ແມນຊິຕີ); ນັກເຕະດາວຮຸ່ງປະຈຳປີ: ເອີລິງ ຮາແລນ (ແມນຊິຕີ); ນັກເຕະດີເດັ່ນປະຈຳລະດູການຂອງສື່ມ່ວນຊົນອັງກິດ: ເອີລິງ ຮາແລນ (ແມນຊິຕີ).

ຮຽບຮຽງໂດຍ: ພອນເພັດ ບຸນຄ້ຳ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version