Home ຂ່າວຕ່າງປະເທດ ປີຜ່ານມາ ບຣູໄນ ມີປະຊາກອນເພີ່ມຂຶ້ນ 4.685 ຄົນ

ປີຜ່ານມາ ບຣູໄນ ມີປະຊາກອນເພີ່ມຂຶ້ນ 4.685 ຄົນ

0

ຂ່າວຕ່າງປະເທດລາຍງານ ເມື່ອທ້າຍອາທິດຜ່ານມາ, ສຳນັກງານວາງແຜນເສດຖະກິດ ແລະ ສະຖິຕິ ສັງກັດກະຊວງການເງິນ ແລະ ເສດຖະກິດຂອງບຣູໄນໄດ້ເປີດເຜີຍບົດລາຍງານໂດຍລະບຸວ່າ ໂຕເລກການຄາດຄະເນຈຳນວນປະຊາກອນຫຼ້າສຸດເມື່ອປີຜ່ານມາ ມີ 445.400 ຄົນ ຊຶ່ງເພີ່ມຂຶ້ນຈາກ 440.715 ຄົນ ໃນປີ 2021 ຫຼື ເພີ່ມຂຶ້ນ 1,1%.

ບົດລາຍງານລະບຸວ່າ ພົນລະເມືອງບຣູໄນກວມອັດຕາສ່ວນຫຼາຍທີ່ສຸດຂອງປະຊາກອນທັງໝົດ 338.300 ຄົນ ຄິດເປັນ 76%. ຂະນະທີ່ຜູ້ພັກອາໄສຖາວອນ ແລະ ຜູ້ທີ່ພັກອາໄສຊົ່ວຄາວກວມອັດຕາສ່ວນ 5,8% ຄິດເປັນ 25.800 ຄົນ ແລະ 18,3% ຄິດເປັນ 81.300 ຄົນຂອງປະຊາກອນທັງໝົດຕາມລຳດັບ. ທັງນີ້, ສະຖິຕິປະຊາກອນທັງໝົດຂອງບຣູໄນ ໃນປີ 2022, ປະກອບດ້ວຍປະຊາກອນເພດຊາຍ 235.000 ຄົນ ຄິດເປັນ 52,8% ແລະ ປະຊາກອນເພດຍິງ 210.400 ຄົນ ຄິດເປັນ 47,2%.

ນອກຈາກນີ້, ປະຊາກອນເຊື້ອສາຍມາເລເຊຍເປັນຊຸມຊົນຂະໜາດໃຫຍ່ທີ່ສຸດໃນບຣູໄນກວມອັດຕາສ່ວນ 73,5% ຫຼື 327.300 ຄົນຂອງປະຊາກອນທັງໝົດ ສ່ວນປະຊາກອນເຊື້ອສາຍຈີນ ແລະ ອື່ນໆກວມອັດຕາສ່ວນ 9,5% ຄິດເປັນ 42.300 ຄົນ ແລະ 17% ຫຼື 75.800 ຄົນ ຂອງປະຊາກອນທັງໝົດຕາມລຳດັບ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version