Home ສຶກສາ ໂຮງຮຽນປະຖົມທີ່ຮັບຜົນກະທົບຈາກໄພທຳມະຊາດ ແຂວງອຸດົມໄຊ-ເຊກອງ ໄດ້ຮັບປື້ມແບບຮຽນ ຈາກອຸຍນີເຊັບ

ໂຮງຮຽນປະຖົມທີ່ຮັບຜົນກະທົບຈາກໄພທຳມະຊາດ ແຂວງອຸດົມໄຊ-ເຊກອງ ໄດ້ຮັບປື້ມແບບຮຽນ ຈາກອຸຍນີເຊັບ

0

ເມື່ອບໍ່ດົນຜ່ານມາ ທີ່ກະຊວງສຶກສາທິການ ແລະ ກີລາ (ສສກ) ມີພິທີມອບ-ຮັບປຶ້ມ ແບບຮຽນ ແລະ ປຶ້ມຄູ່ມືຄູ ສໍາລັບຊັ້ນປະຖົມສຶກສາ (ປ1 ຫາ ປ4) ໃຫ້ແກ່ຫ້ອງການ ກະຊວງ ສສກ ຕາງໜ້າມອບໂດຍທ່ານ ນາງ ທຣີນ ປີເຕີເຊັນ ຮັກສາການຫົວໜ້າພະແນກສຶກສາ ອົງການອຸຍນິເຊັບ ປະຈໍາລາວ ແລະ ຕາງໜ້າຮັບຂອງທ່ານ ປອ ນາງ ດາລາວອນ ກິດຕິພັນ ຫົວໜ້າຫ້ອງການ ກະຊວງ ສສກ ມີຜູ້ຕາງໜ້າກົມ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ສໍານັກພິມສຶກສາ ແລະ ກິລາ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ການມອບປຶ້ມແບບຮຽນ ແລະ ປຶ້ມຄູ່ມືຄູ ສໍາລັບຊັ້ນປະຖົມສຶກສາ (ປ1 ຫາ ປ4) ໃຫ້ແກ່ຫ້ອງການ ກະຊວງ ສສກ ຄັ້ງນີ້ ເພື່ອນຳໄປແຈກຍາຍຕໍ່ໃຫ້ບັນດາໂຮງຮຽນທີ່ຖືກຜົນກະທົບຈາກລົມພາຍຸລະດູຮ້ອນເມື່ອເດືອນກໍລະກົດ ຫາ ເດືອນສິງຫາ 2022 ຜ່ານມາ ທີ່ເຂດທ້ອງຖິ່ນແຂວງອຸດົມໄຊ ແລະ ແຂວງເຊກອງ ຈໍານວນ 27.451 ຫົວ ລວມມູນຄ່າ 594 ລ້ານກວ່າກີບ ປະມານ 34.233 ໂດລາສະຫະລັດ.

ໂອກາດນີ້ ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງມາຍັງອົງການອຸຍນີເຊັບ ທີ່ເປັນຄູ່ຮ່ວມງານຫຼັກ ໄດ້ປະກອບສ່ວນຊ່ວຍເຫຼືອຂະແໜງການສຶກສາ ແລະ ກີລາ ຂອງພວກເຮົາຕະຫຼອດມາ ແລະ ຫວັງເປັນຢ່າງຍິ່ງວ່າ ອົງການອຸຍນີເຊັບ ຈະສືບຕໍ່ໃຫ້ການຊ່ວຍເຫຼືອ ສະໜັບສະໜູນທາງດ້ານວິຊາການ ກໍຄືງົບປະມານ ເພື່ອເຮັດໃຫ້ນັກຮຽນລາວ ໄດ້ສືບຕໍ່ການຮຽນຢ່າງເປັນປົກກະຕິ ແລະ ປອດໄພ.

#VientianeMai

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version