Home ຂ່າວໜ້າໜຶ່ງ ໂຄງການແສງແຫ່ງຄວາມຫວັງ ສືບຕໍ່ຈັດກິດຈະກໍາ ຢູ່ ໂຮງຮຽນ ມືແຫ່ງງຄວາມຫວັງ Hands of Hope

ໂຄງການແສງແຫ່ງຄວາມຫວັງ ສືບຕໍ່ຈັດກິດຈະກໍາ ຢູ່ ໂຮງຮຽນ ມືແຫ່ງງຄວາມຫວັງ Hands of Hope

0

ວັນທີ 26 ພຶດສະພາ ຄະນະວິຊາການຂອງບໍລິສັດຕາຂ່າຍໄຟຟ້າຈີນພາກໃຕ້ ພ້ອມດ້ວຍອາສາສະໝັກຈາກລາວ ໄດ້ຈັດກິດຈະກໍາຢູ່ໂຮງຮຽນມືແຫ່ງຄວາມຫວັງ (Hands of Hope School) ນະຄອນຫຼວງວຽງຈັນ.

ທ່ານ ນາງ ໂສພາພອນ ເຮືອງລິດ ຜູ້ອໍານວຍການໂຮງຮຽນມືແຫ່ງຄວາມຫວັງ ກ່າວວ່າ: ໂຮງຮຽນ ຂອງພວກເຮົາມີນັກຮຽນທີ່ມີບັນຫາບົກຜ່ອງທາງການໄດ້ຍິນທັງໝົດ 20 ນ້ອງ ອາຍຸຢູ່ລະຫວ່າງ 6-12 ປີ ເຊິ່ງເດັກນ້ອຍເຫຼົ່ານີ້ແມ່ນມີຄວາມຫຍຸ້ງຍາກ ແລະ ທ້າທາຍຫຼາຍໃນການສຶກສາຮໍ່າຮຽນ ລວມໄປເຖິງການດໍາລົງຊີວິດປະຈໍາວັນຂອງເຂົາເຈົ້າ ດັ່ງນັ້ນກິດຈະກໍາຄັ້ງນີ້ແມ່ນມີຄວາມສຳຄັນຫຼາຍຕໍ່ກັບເຂົາເຈົ້າ ຊຶ່ງສິ່ງສຳຄັນແມ່ນແນໃສ່ແລກປ່ຽນໃຫ້ເດັກເຫຼົ່ານັ້ນໄດ້ຮຽນຮູ້ວິຖີການດໍາລົງຊີວິດ ເພື່ອໃຫ້ເຂົາເຈົ້າເຫຼົ່ານັ້ນໄດ້ຮັບການສົ່ງເສີມຈາກສັງຄົມ.

ກິດຈະກໍາຄັ້ງນີ້ ແມ່ນໄດ້ມອບອຸປະກອນໃນການແຕ້ມຮູບເພື່ອໃຫ້ເປັນການສານຝັນຂອງເຂົາເຈົ້າ ເຊິ່ງຄະນະອາສາສະໝັກການສຶກສາແມ່ນເປັນປັດໃຈສໍາຄັນອັນໜຶ່ງໃນການປ່ຽນອະນາຄົດຂອງເດັກນ້ອຍເຫຼົ່ານັ້ນ. ທ່ານ ນາງ ໂສພາພອນ ເຮືອງລິດ ກ່າວຕື່ມວ່າ: ໂຮງຮຽນຂອງພວກເຮົາແມ່ນບ່ອນເສີມສ້າງການຮຽນຮູ້ຂອງເດັກນ້ອຍກຸ່ມເຫຼົ່ານັ້ນ ແຕ່ພວກເຮົາຍັງຕ້ອງການ ການມີສ່ວນຮ່ວມ ການສະໜັບສະໜູນຂອງສັງຄົມ ດັ່ງນັ້ນຂ້າພະເຈົ້າຂໍຂອບໃຈຕໍ່ການສະໜັບສະໜູນຈາກ ບໍລິສັດຕາຂ່າຍໄຟຟ້າຈີນພາກໃຕ້ ທີ່ໄດ້ນໍາເອົາອຸປະກອນ ແລະ ຈັດກິດຈະກໍາຕ່າງໆ ຢູ່ພາຍໃນໂຮງຮຽນ.

ກິດຈະກໍາດັ່ງກ່າວ ແມ່ນຈັດຂຶ້ນເປັນຄັ້ງທີ 3 ແລ້ວພາຍໃຕ້ວິໃສທັດ “ແສງແຫ່ງຄວາມຫວັງ” ທ່ານ ມ່າຫິຼນ ຕາງໜ້າບໍລິສັດຕາຂ່າຍໄຟຟ້າຈີນພາກໃຕ້ ກ່າວວ່າ: ກິດຈະກໍາຄັ້ງນີ້ຈັດຂຶ້ນໂດຍສືບເນື່ອງຈາກບໍລິສັດຕາຂ່າຍໄຟຟ້າຢູນນານສາກົນ ມີຈຸດປະສົງແນໃສ່ເພື່ອສົ່ງເສີມ ແລະ ພັດທະນາ ລະບົບ່ງສະຫວັດດີການສາທາລະນະໃນ ສປປ ລາວ ພ້ອມທັງເປັນການແລກປ່ຽນທາງດ້ານວັດທະນະທໍາລາວ-ຈີນ ເຊິ່ງໄດ້ເລີ່ມຈັດກິດຈະກໍາ ແຕ່ວັນທີ 14 ມັງກອນ 2023 ຢູ່ ໂຮງຮຽນປະຖົມສີວິໄລ, ໂຮງຮຽນເຕັກນິກວິຊາຊີບພິເສດສີເກີດ ໂດຍການສະໜອງອຸປະກອນທີ່ຈໍາເປັນໃຫ້ໂຮງຮຽນ ແລະ ຍັງຈະສືບຕໍ່ໃນການກໍ່ສ້າງ ແລະ ພັດທະນາໂຮງຮຽນ ພ້ອມທັງປັບປຸງການຮຽນການສອນໃຫ້ນັບມື້ດີຂຶ້ນ.

ທ່ານ ມາຫຼິນ ກ່າວຕື່ມວ່າ: ຂ້າພະເຈົ້າຮູ້ສຶກປະທັບໃຈຫຼາຍທີ່ໄດ້ເປັນສ່ວນໜຶ່ງໃນການສືບຕໍ່ຈັດກິດຈະກໍາກັບອາສາສະ ໝັກຄົນລາວ ໃນໂຄງການແສງແຫ່ງຄວາມຫວັງ ເຊິ່ງຂ້າພະເຈົ້າເຊື່ອວ່າກິດຈະກໍາດັ່ງກ່າວ ເປັນຈຸດໃນການນັດພົບ ການສົ່ງເສີມ ແລະ ເຕົ້າໂຮມຄວາມຮັກແພງ ຄວາມສາມັກຄີ ເພື່ອດຶງດູດການຊ່ວຍເຫຼືອຈາກສັງຄົມ.

ທັງນີ້ສະແດງເຖິງ ຕະຫຼອດໄລຍະທີ່ໄດ້ດໍາເນີນໂຄງການຢູ່ ສປປ ລາວ ບໍລິສັດຕາຂ່າຍຈີນພາກໃຕ້ ມີຄວາມມຸ່ງໝັ້ນ ໃນການປະກອບສ່ວນພັດທະນາສັງຄົມ ແລະ ປັບປຸງຊິວິດການເປັນຢູ່ຂອງປະຊາຊົນລາວໃຫ້ດີຂຶ້ນ ຜ່ານການປະຕິບັດໂຄງການກໍ່ສ້າງ ຕາຂ່າຍໄຟຟ້າ 230 ກິໂລໂວນ ຢູ່ພາກເໜືອຂອງລາວ ແລະ ໂຄງການສະໜອງພະລັງງານພາຍນອກໃຫ້ເສັ້ນທາງລົດໄຟລາວ-ຈີນ ໂດຍມີການຈ້າງແຮງງານທ້ອງຖິ່ນ, ໃຫ້ການສະໜັບສະໜູນດ້ານການສຶກສາ, ການສະໜັບສະໜູນອຸປະກອນການສິດສອນ ແລະ ປັບປຸງການດໍາລົງຊິວິດຂອງປະຊາຊົນ ເພື່ອສະທ້ອນໃຫ້ເຫັນເຖິິງເນື້ອໃນຈິດໃຈຂອງໂຄງການ “CSG ສ່ອງສະຫວ່າງທຸກຄົວເຮືອນ ສານຕໍ່ມິດຕະພາບລາວ-ຈີນ” ໃນອະນາຄົດ ບໍລິສັດຕາຂ່າຍໄຟຟ້າຈີນພາກໃຕ້ ຈະເພີ່ມທະວີການປະສານກັບຄູ່ຮ່ວມງານຝ່າຍລາວໃຫ້ເລິກເຊິ່ງ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຜ່ານການສະໜອງໄຟຟ້າທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ຮ່ວມກັນໃຫ້ຄວາມຮັກ ການບໍລິການຊຸມຊົນ ເພື່ອເພີ່ມແສງສະຫວ່າງໃຫ້ກັບຫຼາຍພັນຄອບຄົວ ໃນ ສປປ ລາວ ໃຫ້ປະກົດຜົນເປັນຈິງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version