Home ຂ່າວຕ່າງປະເທດ ເບຣຊິນ ປະກາດພາວະສຸກເສີນພະຍາດໄຂ້ຫວັດສັດປີກ

ເບຣຊິນ ປະກາດພາວະສຸກເສີນພະຍາດໄຂ້ຫວັດສັດປີກ

0

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 24 ພຶດສະພາ ຜ່ານມາ, ກະຊວງການກະເສດເບຣຊິນໄດ້ອອກຖະແຫຼງການກ່ຽວກັບການໃຊ້ມາດຕະການສຸກເສີນເປັນເວລາ 180 ວັນ ນັ້ບຕັ້ງແຕ່ຕົ້ນອາທິດຜ່ານມາ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດໄຂ້ຫວັດສັດປີກບໍ່ໃຫ້ແຜ່ລາມໄປຍັງສັດລ້ຽງຕາມຄົວເຮືອນ,ສັດລ້ຽງເພື່ອການຄ້າ ແລະ ເພື່ອປົກປ້ອງສຸຂະພາບຂອງປະຊາຊົນ.

ການເຄື່ອນໄຫວດັ່ງກ່າວຂອງລັດຖະບານເບຣຊິນເກີດຂຶ້ນຫຼັງຈາກຕະຫຼອດໄລຍະເວລາ 2 ອາທິດທີ່ມີການຢືນຢັນການພົບເຊື້ອພະຍາດໄຂ້ຫວັດສັດປີກ 8 ກໍລະນີ ໂດຍພົບໃນນົກປ່າທັງໝົດ ແບ່ງອອກເປັນ 1 ກໍລະນີໃນລັດຣີໂອເດຈາເນໂຣ ສ່ວນທີ່ເຫຼືອພົບໃນລັດເອສປີຣີຕູຊານຕູ ຊຶ່ງສອງລັດນີ້ຕັ້ງຢູ່ທາງພາກຕາເວັນອອກສ່ຽງໃຕ້ຂອງເບຣຊິນ ແຕ່ຍັງບໍ່ມີການລະບຸວ່າເປັນເຊື້ອໄວຣັດສາຍພັນໃດ. ທັງນີ້, ເບຣຊິນເປັນປະເທດຜູ້ສົ່ງອອກໄກ່ລາຍໃຫຍ່ທີ່ສຸດຂອງໂລກ ກວມອັດຕາສ່ວນໃນຕະຫຼາດປະມານ 35%, ການແຜ່ລະບາດຂອງພະຍາດໄຂ້ຫວັດສັດປີກ ເກີດຂຶ້ນຢູ່ການາດາໃນປີ 2021 ແລ້ວແຜ່ລາມມາຍັງອາເມຣິກາ ແລະ ອີກຫຼາຍປະເທດໃນອາເມຣິກາໃຕ້. ອົງການອະນາໄມໂລກ (WHO) ໄດ້ອອກຖະແຫຼງການໃນເດືອນກຸມພາຜ່ານມາ ໂດຍສະແດງຄວາມກັງວົນຕໍ່ສະຖານະການການແຜ່ລະບາດຂອງພະຍາດໄຂ້ຫວັດສັດປີກ ຊຶ່ງມີການພົບສັດລ້ຽງລູກດ້ວຍນົມຕິດເຊື້ອຫຼາຍຂຶ້ນ ແຕ່ຍັງຄົງເນັ້ນຢ້ຳວ່າ ຄວາມສ່ຽງຂອງພະຍາດທີ່ມີຕໍ່ມະນຸດຍັງຢູ່ໃນລະດັບຕ່ຳ ໂດຍຮຽກຮ້ອງໃຫ້ປະຊາຊົນຮັບປະທານຜະລິດຕະພັນຈາກສັດປີກທີ່ປຸງສຸກແລ້ວເທົ່ານັ້ນ ແລະ ຫຼີກລ່ຽງການສຳຜັດກັບຊາກສັດປີກທີ່ສົງໄສວ່າຕາຍເພາະເຊື້ອພະຍາດໄຂ້ຫວັດສັດປີກ.

ຂະນະນີ້, WHO ຮັບຮອງວັກຊີນສຳລັບໄຂ້ຫວັດສັດປີກສາຍພັນ H5 ແລ້ວເກືອບ 20 ລາຍການ ແລະ ຕະຫຼອດ 2 ທົດສະວັດຜ່ານມາ WHO ຢືນຢັນການພົບຜູ້ຕິດເຊື້ອພະຍາດໄຂ້ຫວັດສັດປີກ H5N1 ສະສົມເກືອບ 900 ຄົນທົ່ວໂລກ ແລະ ເສຍຊີວິດຫຼາຍກວ່າ 450 ຄົນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version