Home ຂ່າວຕ່າງປະເທດ ອີຕາລີ ພົບວິກິດອາຫານປະເພດເສັ້ນເພີ່ມຂຶ້ນ

ອີຕາລີ ພົບວິກິດອາຫານປະເພດເສັ້ນເພີ່ມຂຶ້ນ

0

ຂ່າວຕ່າງປະເທດລາຍງານຫວ່າງບໍ່ດົນມານີ້, ສຳນັກງານສະຖິຕິແຫ່ງຊາດອີຕາລີ (ISTAT) ລະບຸວ່າ ລາຄາ Pasta ເພີ່ມຂຶ້ນ 17,5% ໃນເດືອນມີນາ ແລະ 16,5% ໃນເດືອນເມສາ ຊຶ່ງລາຄາທີ່ເພີ່ມຂຶ້ນດັ່ງກ່າວຖືວ່າເປັນ 2 ເທົ່າຂອງດັດຊະນີລາຄາຜູ້ບໍລິໂພກ (CPI) ຂອງອີຕາລີ ຊຶ່ງເພີ່ມຂຶ້ນ 8,7% ໃນເດືອນມີນາ ແລະ 8,1% ໃນເດືອນເມສາເມື່ອທຽບແບບລາຍປີ.

ແອສຊູເທນຕິ (Assotenti) ຊຶ່ງເປັນອົງກອນເຄື່ອນໄຫວເພື່ອສິດທິຜູ້ບໍລິໂພກລະບຸວ່າ: ລາຄາ Pasta ໃນຮ້ານອາຫານເພີ່ມຂຶ້ນ 6,1% ເມື່ອທຽບແບບລາຍປີ. ຂະນະທີ່ຜົນສຳຫຼວດໃນປີ 2022 ຂອງອົງການ Pasta ນາໆຊາດລະບຸວ່າ ຄົນອີຕາລີບໍລິໂພກ Pasta ໂດຍສະເລ່ຍເກືອບ 23 ກິໂລຕໍ່ປີ. ການຂາຍຍ່ອຍຂອງ Pasta ທີ່ເພີ່ມສູງຂຶ້ນ ເປັນຜົນມາຈາກຜູ້ຜະລິດ ຂາຍ Pasta ທີ່ສະສົມໄວ້ ຊຶ່ງຜະລິດໃນຂະນະທີ່ຕົ້ນທຶນວັດຖຸດິບສູງຂຶ້ນ. ທ່ານ ຟູຣິໂອ ທຼຸດຊີ ປະທານ Assotenti ກ່າວວ່າ: ເປັນເພາະການລະບາຍເຄື່ອງໃນສາງຜະລິດຈາກວັດຖຸດິບທີ່ລາຄາເພີ່ມຂຶ້ນ ໂດຍອີງໃສ່ລາຄາເຂົ້າສາລີ ແລະ ລາຄາພະລັງງານທີ່ສູງຂຶ້ນ.

ໃນເດືອນມີນາ 2022 ລາຄາເຂົ້າສາລີເພີ່ມສູງຂຶ້ນເປັນປະຫວັດສາດໃນຮອບຫຼາຍກວ່າ 1 ທົດສະວັດ ໃນຂະນະທີ່ສະຖານະການໂລກໃນປັດຈຸບັນຍັງຄົງແກ່ຍາວເວລາ ເຖິງຢ່າງໃດກໍຕາມ, ທ່ານ ຟູຣິໂອ ທຼຸດຊີ ຊີ້ໃຫ້ເຫັນວ່າ: ລາຄາຕົ້ນທຶນວັດຖຸດິບເລິ່ມຖືກລົງ ສ່ວນລາຄາ Pasta ທີ່ເພີ່ມສູງຂຶ້ນໃນຕອນນີ້ມີແຮງໜູນມາຈາກປັດໄຈດ້ານອື່ນໆ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version