Home ຂ່າວຕ່າງປະເທດ ອັງກິດ ຈຳກັດໂກຕ້ານັກສຶກສາ ເພື່ອຫຼຸດຜ່ອນການຍ້າຍຖິ່ນຖານ

ອັງກິດ ຈຳກັດໂກຕ້ານັກສຶກສາ ເພື່ອຫຼຸດຜ່ອນການຍ້າຍຖິ່ນຖານ

0

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 24 ພຶດສະພາ ຜ່ານມາ, ລັດຖະບານອັງກິດໄດ້ປະກາດມາດຕະການຈຳກັດການຮັບນັກສຶກສາຕ່າງປະເທດ ລວມເຖິງສະມາຊິກຄອບຄົວບາງຄົນ ເນື່ອງຈາກບັນດາລັດຖະມົນຕີຢູ່ພາຍໃຕ້ແຮງກົດດັນທີ່ເພີ່ມຂຶ້ນໃນການຫຼຸດຈຳນວນຄົນເຂົ້າເມືອງ.

ການຍ້າຍຖິ່ນຖານສຸດທິຂອງອັງກິດ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ຄາດວ່າ ຈະສູງເປັນປະຫວັດສາດໃນປີນີ້ ໂດຍໂຕເລກຢ່າງເປັນທາງການທີ່ເຜີຍແຜ່ໃນເດືອນພະຈິກ 2022 ໄດ້ຄາດຄະເນວ່າ ການຍ້າຍຖິ່ນຖານສຸດທິຈົນເຖິງເດືອນມີນາ 2023 ສູງເກີນ 500.000 ຄົນ. ພາຍໃຕ້ຂໍ້ສະເໜີໃໝ່, ອັງກິດກໍານົດໃຫ້ສະເພາະນັກສຶກສາລະດັບບັນດິດການສຶກສາໃນແຜນງານວິໄຈເທົ່ານັ້ນທີ່ຈະສາມາດພາຜູ້ຕິດຕາມເຂົ້າປະເທດຂະນະທີ່ຢູ່ໃນລະຫວ່າງການສຶກສາ ແລະ ນັກສຶກສາຕ່າງປະເທດຈະຖືກປ້ອງກັນບໍ່ໃຫ້ປ່ຽນຈາກແນວທາງການສຶກສາເປັນແນວທາງການເຮັດວຽກກ່ອນທີ່ພວກເຂົາຈະສຳເລັດການສຶກສາ. ນອກຈາກນີ້, ລັດຖະບານອັງກິດລະບຸວ່າ ຈະມີການປັບປຸງ ແລະ ການບັງຄັບໃຊ້ກົດໝາຍເພີ່ມຂຶ້ນ ລວມເຖິງການປາບປາມນາຍໜ້າທີ່ໃຊ້ການສຶກສາເປັນການບັງໜ້າໃນການອົບພະຍົບເຂົ້າເມືອງ. ຂະນະທີ່ ທ່ານນາງ ຊູເອນລາ ບຣາເວີແມນ ລັດຖະມົນຕີກະຊວງພາຍໃນອັງກິດກ່າວວ່າ: ນັກສຶກສາຕ່າງປະເທດມີສ່ວນສຳຄັນໃນການສະໜັບສະໜູນເສດຖະກິດຂອງອັງກິດ. ທ່ານນາງ ຊູເອນລາ ບຣາເວີແມນ ກ່າວຕື່ມວ່າ: ຂໍ້ສະເໜີດັ່ງກ່າວຢູ່ໃນຄວາມສົມດູນທີ່ເໝາະສົມ ແລະ ມັນຍັງມີທ່າອ່ຽງທີ່ຈະເຮັດໃຫ້ການຍ້າຍຖິ່ນຖານສຸດທິຫຼຸດລົງສູ່ລະດັບກ່ອນເກີດການແຜ່ລະບາດຂອງພະຍາດໂຄວິດ-19.

ທັງນີ້, ການສິ້ນສຸດເສລີພາບໃນການເຄື່ອນຍ້າຍສຳລັບແຮງງານພາຍໃນສະຫະພາບເອີຣົບ (EU) ເນື່ອງຈາກການຖອນຕົວອອກຈາກ EU ຫຼື Brexit ແລະ ກົດການຍ້າຍຖິ່ນຖານທີ່ເຂັ້ມງວດ ພິສູດໃຫ້ເຫັນເຖິງຄວາມຂັດແຍ່ງໃນດ້ານທຸລະກິດ ອີກທັງຫຼາຍພາກສ່ວນທີ່ອາໄສແຮງງານໃນ EU ຢ່າງຫຼວງຫຼາຍ ໂດຍສະເພາະພາກການກະເສດ ແລະ ພາກການບໍລິການສຸຂະພາບກັບສັງຄົມ ຕ່າງກໍພົບກັບບັນຫາການຂາດແຄນແຮງງານທັກສະສູງທີ່ມີປະສົບການ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version