Home ຂ່າວພາຍໃນ ວັນປູກຕົ້ນໄມ້ແຫ່ງຊາດ ປີນີ້, ທົ່ວປະເທດ ຈະປູກຕົ້ນໄມ້ໃຫ້ໄດ້ 3.400 ກວ່າເຮັກຕາ

ວັນປູກຕົ້ນໄມ້ແຫ່ງຊາດ ປີນີ້, ທົ່ວປະເທດ ຈະປູກຕົ້ນໄມ້ໃຫ້ໄດ້ 3.400 ກວ່າເຮັກຕາ

0

ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ 2023 ທີ່ຈະມາເຖິງນີ້, ທົ່ວປະເທດ ມີແຜນ ຈະສ້າງຂະບວນການປູກຕົ້ນໄມ້ ໃຫ້ໄດ້ 3.480 ເຮັກຕາ, ເບ້ຍໄມ້ 3.484.000 ກວ່າເບ້ຍ. ໃນນັ້ນ, ປະກອບມີ: ໄມ້ດູ່, ໄມ້ແຕ້ຄ່າ, ໄມ້ສັກ, ໄມ້ແຄນ, ໄມ້ສົ້ມຝາດ, ໄມ້ຂະຍຸງ, ໄມ້ແຕ້ຮໍ, ໄມ້ສະຟາງ, ໄມ້ກາກະເລົາ ແລະ ໄມ້ອື່ນໆ. ໃນຂະນະທີ່ກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ກໍານົດຕົວເລກ ເຂົ້າໃນແຜນການ 5 ປີ (2021-2025) ແມ່ນຈະປູກໃຫ້ໄດ້ 200.000 ເຮັກຕາ, ສະເລ່ຍປີໜຶ່ງຈະປູກປະມານ 40.000 ເຮັກຕາ ແນໃສ່ເຮັດໃຫ້ອັດຕາປົກຫຸ້ມຂອງປ່າໄມ້ໃນແຕ່ລະປີເພີ່ມຂຶ້ນ ເພື່ອບັນລຸຕາມເປົ້າໝາຍທີ່ວາງໄວ້ 70%.

ທ່ານ ບຸນປອນ ແສງທອງ ຮອງຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ສຳພາດ ຕໍ່ສື່ມວນຊົນ ໃນວັນທີ 24 ພຶດສະພາ 2023 ນີ້ວ່າ: ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ປີນີ້, ກະຊວງກະສິກຳ ແລະ ປ່າໄມ້ ກໍຄື ກົມປ່າໄມ້ ຈະປຸກລະດົມ, ຊຸກຍູ້, ສົ່ງເສີມ ຂະແໜງການຕ່າງໆທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ປູກຕົ້ນໄມ້ ໃຫ້ໄດ້ຕາມແຜນການທີ່ວາງໄວ້ 3.480 ເຮັກຕາ. ໃນນີ້, ນະຄອນຫລວງວຽງຈັນ ປູກໃຫ້ໄດ້ 101 ເຮັກຕາ, ຜົ້ງສາລີ 65 ເຮັກຕາ, ຫລວງນ້ຳທາ 8 ເຮັກຕາ, ອຸດົມໄຊ 38 ເຮັກຕາ, ບໍ່ແກ້ວ 35 ເຮັກຕາ, ໄຊຍະບູລີ 40 ເຮັກຕາ, ຫລວງພະບາງ 655 ເຮັກຕາ, ຫົວພັນ 300 ເຮັກຕາ, ຊຽງຂວາງ 18 ເຮັກຕາ, ແຂວງວຽງຈັນ 1.956 ເຮັກຕາ, ບໍລິຄຳໄຊ 8 ເຮັກຕາ, ຄຳມ່ວນ 18 ເຮັກຕາ, ສະຫວັນນະເຂດ 75 ເຮັກຕາ, ສາລະວັນ 14 ເຮັກຕາ, ຈຳປາສັກ 85 ເຮັກຕາ, ເຊກອງ 20 ເຮັກຕາ, ອັດຕະປື 14 ເຮັກຕາ ແລະ ແຂວງໄຊສົມບູນ 30 ເຮັກຕາ. ສະເພາະ ກະຊວງກະສິກຳ ແລະ ປ່າໄມ້ ຈະປູກໄມ້ໃຫ້ໄດ້ ປະມານ 4 ເຮັກຕາ ຢູ່ເຂດສວນພຶກສາສາດ ດົງໝາກຄາຍ, ເຊິ່ງຈະປູກໄມ້ພັນພື້ນເມືອງ ເປັນຕົ້ນ ໄມ້ຂະຍຸງ, ໄມ້ດູ່ເລືອດ, ໄມ້ແຕ້ຂ່າ ແລະ ໄມ້ຍາງ ລວມທັງໝົດ 3.200 ຕົ້ນ ເພື່ອປະກອບສ່ວນ ຟື້ນຟູສະພາບປ່າໄມ້ ໃຫ້ມີຄວາມດົກໜາ ແລະ ອຸດົມສົມບູນ ໄປດ້ວຍຊະນິດພັນໄມ້ພື້ນເມືອງ ແລະ ພັນໄມ້ຕ່າງປະເທດນາໆຊະນິດ ແນໃສ່ເຮັດໃຫ້ສວນພຶກສາສາດແຫ່ງນີ້ ກາຍເປັນສະຖານທີ່ສຶກສາຄົ້ນຄວ້າ ດ້ານປ່າໄມ້, ເປັນແຫລ່ງແນວພັນໄມ້, ເປັນເຂດສຶກສານິເວດວິທະຍາ, ເປັນແຫລ່ງທ່ອງທ່ຽວທຳມະຊາດ ແລະ ເປັນບ່ອນພັກຜ່ອນ ຂອງຄົນໃນສັງຄົມ ໃນອະນາຄົດ.

ທ່ານ ບຸນປອນ ແສງທອງ ຍັງໃຫ້ຮູ້ອີກວ່າ: ພາຍຫລັງປູກຕົ້ນໄມ້ແລ້ວ ຈະມອບໝາຍຄວາມຮັບຜິດຊອບໃຫ້ບຸກຄົນ, ການຈັດຕັ້ງ ຫລື ອົງການຈັດຕັ້ງມະຫາຊົນພາຍໃນທ້ອງຖິ່ນ ທີ່ມີເງື່ອນໄຂ ເປັນຜູ້ຮັບຜິດຊອບຄຸ້ມຄອງ, ບົວລະບັດ ແລະ ປົກປັກຮັກສາປ່າປູກ, ເຂດປ່າຟື້ນຟູ ເພື່ອໃຫ້ຕົ້ນໄມ້ທີ່ປູກແລ້ວນັ້ນຈະເລີນເຕີບໂຕ, ພ້ອມທັງເອົາໃຈໃສ່ການປູກສ້ອມຄືນຕົ້ນໄມ້ທີ່ຕາຍ ເພື່ອບໍ່ໃຫ້ບ່ອນທີ່ປູກນັ້ນເປົ່າຫວ່າງ ແລະ ໃຫ້ກາຍເປັນປ່າໄມ້ ທີ່ອຸດົມສົມບູນໃນອະນາຄົດ ໂດຍໄດ້ມີການຕິດປ້າຍ, ປັກຫລັກໝາຍຊີ້ບອກ ແລະ ອອກກົດລະບຽບຫ້າມບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທຳ ລາຍປ່າໄມ້ ດ້ວຍການບຸກລຸກ, ບຸກເບີກຖາກຖາງປ່າໄມ້, ຈູດປ່າ, ຕັດໄມ້ ຫລື ນຳໃຊ້ສານເຄມີ ໃຫ້ຕົ້ນໄມ້ຕາຍ ຫລື ດ້ວຍການກະທຳອື່ນໆ ທີ່ບໍ່ຖືກຕ້ອງຕາມກົດໝາຍ. ສ່ວນການຄຸ້ມຄອງປ່າທີ່ປູກ ໃໝ່ ແມ່ນຈະເນັ້ນໃສ່ການມີສ່ວນຮ່ວມຂອງປະຊາຊົນ ໂດຍການມອບໝາຍໃຫ້ປະຊາຊົນເປັນເຈົ້າການ ພາຍໃຕ້ການນໍາພາ-ຊີ້ນໍາ ຂອງອໍານາດການປົກຄອງບ້ານ, ກຸ່ມບ້ານພັດທະນາ ແລະ ເມືອງ ໃນການປ້ອງກັນ, ຄຸ້ມຄອງ ແລະ ປົກປັກຮັກສາ ເຊັ່ນ: ປ້ອງກັນ ແລະ ສະກັດກັ້ນ ໄຟໄໝ້ລາມປ່າ, ກວດກາລາດຕະເວນ, ການບຸກລຸກທໍາລາຍ, ການລັກລອບເຂົ້າໄປເຮັດກິດຈະກໍາຕ່າງໆ ທີ່ເປັນຜົນກະທົບອັນບໍ່ດີຕໍ່ພື້ນທີ່ປ່າທີ່ປູກໃໝ່.

ໂອກາດນີ້, ທ່ານ ບຸນປອນ ແສງທອງ ຍັງໄດ້ຮຽກຮ້ອງເຖິງປວງຊົນລາວທັງຊາດ ໃຫ້ມີນ້ຳໃຈຮັກປ່າໄມ້, ປົກປັກຮັກສາປ່າໄມ້ ແລະ ຖະນຸບຳລຸງປ່າໄມ້, ສ້າງຂະບວນການ ໃນການຄຸ້ມຄອງ, ປົກປັກຮັກສາ ຊັບພະຍາກອນປ່າໄມ້ ອັນເປັນມໍລະດົກຂອງຊາດ ໃຫ້ນັບມື້ອຸດົມສົມບູນ ແລະ ສາມາດຕອບສະໜອງ ຄວາມຮຽກຮ້ອງຕ້ອງການວັດຖຸດິບດ້ານໄມ້ ແລະ ຜະລິດຕະຜົນປ່າໄມ້ ໄດ້ຢ່າງຍືນນານ ບໍ່ມີວັນບົກແຫ້ງ, ເຮັດໃຫ້ຊັບພະຍາກອນປ່າໄມ້ ເຊິ່ງເປັນສ່ວນປະກອບສຳຄັນເຂົ້າໃນການພັດທະນາເສດຖະກິດຂອງຊາດ ແລະ ເປັນການປົກປັກຮັກສາສິ່ງແວດລ້ອມ ນັບມື້ນັບຂະຫຍາຍຕົວຂຶ້ນເລື້ອຍໆ.

ຂ່າວ-ພາບ: ທະນູທອງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version