Home ຂ່າວການເມືອງ ປະກາດແຕ່ງຕັ້ງຫົວໜ້າຄະນະສານປົກຄອງ ສານປະຊາຊົນສູງສຸດ

ປະກາດແຕ່ງຕັ້ງຫົວໜ້າຄະນະສານປົກຄອງ ສານປະຊາຊົນສູງສຸດ

0

ມະຕິຕົກລົງຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການແຕ່ງຕັ້ງຫົວໜ້າຄະນະສານປົກຄອງ ຂອງສານປະຊາຊົນສູງສຸດ. ດັ່ງນັ້ນ, ໃນວັນທີ 24 ພຶດສະພາ ນີ້ ທີ່ສານປະຊາຊົນສູງສຸດ (ສປສສ) ຈຶ່ງໄດ້ຈັດພິທີປະກາດແຕ່ງຕັ້ງ ທ່ານ ທອງຄຳ ສະຫວັນເພັດ ຜູ້ພິພາກສາຊັ້ນສີ່ ຮັກສາການຄະນະສານປົກຄອງ ສານປະຊາຊົນສູງສຸດ ເປັນຫົວໜ້າ ຄະນະສານປົກຄອງສານປະຊາຊົນສູງສຸດ ໃຫ້ກຽດມອບມະຕິຕົກລົງ ຂອງ ທ່ານນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ຊຶ່ງມີຄະນະພັກ, ຄະນະນຳ, ຫົວໜ້າກົມ ເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ ທ່ານນາງ ວຽງທອງ ສີພັນດອນ ໄດ້ໂອ້ລົມເນັ້ນໃຫ້ຜູ້ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ ຈົ່ງສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ, ເຕົ້າໂຮມຄວາມສາມັກຄີພາຍໃນເພື່ອເຮັດໃຫ້ພະນັກງານ-ຜູ້້ພິພາກສາ ມີແນວຄິດເປັນເອກະພາບກັບແນວທາງຂອງພັກ, ອຸ່ນອ່ຽນທຸ່ນທ່ຽງ ປະຕິບັດໜ້າທີ່ຮັບໃຊ້ປະຊາຊົນ, ປົກປ້ອງກົດໝາຍ, ນໍາເອົາຄວາມຍຸຕິທໍາມາສູ່ສັງຄົມ, ເດັດດ່ຽວຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນຖັນແຖວສະມາຊິກພັກ-ພະນັກງານ ຊຶ່ງໃນນັ້ນ ຕ້ອງເຂັ້ມງວດປະຕິບັດ ກົດຈັນຍາບັນ-ຈັນຍາທຳ ດ້ານວິຊາຊີບ.

ໃຫ້ເອົາໃຈໃສ່ຕິດຕາມ, ຊຸກຍູ້ ແລະ ກວດກາ ການດຳເນີນຄະດີປົກຄອງ ຂັ້ນລຸ່ມ ເພື່ອຮັບປະກັນເຮັດໃຫ້ການດຳເນີນຄະດີ ປະຕິບັດຖືກຕ້ອງ, ເປັນທໍາ, ວ່ອງໄວ, ໂປ່ງ ໃສ, ຍົກລະດັບຄວາມເຊື່ອໝັ້ນຂອງປະຊາຊົນ ທີ່ມີຕໍ່ລະບົບການບໍລິຫານຄຸ້ມຄອງລັດ ຄຸ້ມຄອງສັງຄົມດ້ວຍກົດໝາຍ ໃຫ້ສູງຂຶ້ນເທື່ອລະກ້າວ.

ສືບຕໍ່ນໍາພາປັບປຸງແບບແຜນ ວິທີນໍາພາຂອງຄະນະໜ່ວຍພັກ, ການແບ່ງງານ, ແບ່ງຄວາມຮັບຜິດຊອບພາຍໃນຄະນະໜ່ວຍພັກຢ່າງຈະແຈ້ງ, ຂາດຕົວ, ນໍາພາ-ຊີ້ນໍາຕາມແຜນການ, ຈຸດສຸມ, ຄາດໝາຍທີ່ກໍານົດໄວ້, ພ້ອມທັງມີການຕິດຕາມກວດກາ, ປະເມີນຜົນ, ມີການສະຫຼຸບ, ຖອດຖອນບົດຮຽນ, ສ່ອງແສງລາຍງານ, ເສີມຂະຫຍາຍຫົວຄິດປະດິດສ້າງຂອງບັນດາສະຫາຍສະມາຊິກພັກ ຕາມຫຼັກການສຽງສ່ວນໜ້ອຍຂຶ້ນກັບສຽງສ່ວນຫຼາຍ, ບຸກຄົນຂຶ້ນກັບການຈັດຕັ້ງເມື່ອຕົກລົງເປັນມະຕິແລ້ວ ຕ້ອງປະຕິບັດຕາມມະຕິຢ່າງເຂັ້ມງວດ.

ສືບຕໍ່ຄົ້ນຄວ້າ, ສ້າງນິຕິກຳໃຕ້ກົດໝາຍ ລວມທັງສ້າງກົນໄກຮ່ວມມື ແລະ ປະສານງານກັບພາກສ່ວນທີ່ມີສ່ວນກ່ຽວຂ້ອງກັບການດຳເນີນຄະດີປົກຄອງ ໃຫ້ລະອຽດ, ຈະແຈ້ງ ເພື່ອຮັບປະກັນຄຸນນະພາບຂອງການດຳເນີນຄະດີປົກຄອງ ຕາມກົດໝາຍ, ຍົກສູງລະດັບການບໍລິການປະຊາຊົນ, ການຈັດຕັ້ງຕ່າງໆທີ່ພົວພັນ ໃຫ້ໂປ່ງໃສ, ຖືກຕ້ອງ ແລະ ເປັນທຳ.

ເອົາໃຈໃສ່ຊຸກຍູ້ອົງການຈັດຕັ້ງມະຫາຊົນ ໃຫ້ເຄື່ອນໄຫວຕາມພາລະບົດບາດ, ໜ້າທີ່ ແລະ ຂໍ້ແຂ່ງຂັນຂອງແຕ່ລະອົງການວາງອອກໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຂະບວນການຟົດຟື້ນ ແລະ ມີຜົນສຳເລັດ. ເຕົ້າໂຮມໄດ້ຄວາມສາມັກຄີ, ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະ, ວິຊາການ. ຖືເອົາຂະບວນການຂອງມະຫາຊົນ ເປັນບ່ອນຝຶກຝົນຫຼໍ່ຫຼອມ, ທົດສອບ, ເລືອກເຟັ້ນໄດ້ຜູ້ພົ້ນເດັ່ນ, ຫ້າວຫັນໃນຂະບວນການ ເພື່ອຂະຫຍາຍເຂົ້າພັກ ແລະ ຮັບໜ້າທີ່ວຽກງານສຳຄັນຂອງພັກ, ຂອງສານປະຊາຊົນ.

(ຂ່າວ-ພາບ: ອານຸພົນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version