Home ທ່ອງທ່ຽວ ສໍາມະນາການທ່ອງທ່ຽວມາເລເຊຍ ປະຈໍາປີ 2023

ສໍາມະນາການທ່ອງທ່ຽວມາເລເຊຍ ປະຈໍາປີ 2023

0

ອົງການທ່ອງທ່ຽວປະເທດມາເລເຊຍ ໄດ້ຈັດງານສໍາມະນາກ່ຽວກັບການທ່ອງທ່ຽວມາເລເຊຍປະຈໍາປີ 2023 ຂຶ້ນເມື່ອບໍ່ດົນມານີ້ ທີ່ໂຮງແຮມຈໍາປາສັກແກຣນ ນະຄອນປາກເຊ ແຂວງຈໍາປາສັກ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານນາງ ຊາລີນ້າ ອາໝັດ ຮອງຜູ້ອຳນວຍການ ພະແນກສົ່ງເສີມສາກົນ (ອາຊີຕາເວັນອອກສ່ຽງໃຕ້)ປະເທດມາເລເຊຍ, ທ່ານນາງ ສຳດາລີ ຈັນທິວົງ ຫົວໜ້າການຕະຫຼາດອົງການທ່ອງທ່ຽວມາເລເຊຍປະຈໍານະຄອນຫຼວງວຽງຈັນ, ມີຕາງໜ້າຂະແໜງທ່ອງທ່ຽວ, ບັນດານັກທຸລະກິດທ່ອງທ່ຽວຂອງລາວ ແລະ ມາເລເຊຍເຂົ້າຮ່ວມ.

ທ່ານນາງ ຊາລີນ້າ ອາໝັດ ກ່າວວ່າ: ນັບຕັ້ງແຕ່ເປີດດ່ານຊາຍແດນມາເລເຊຍຄືນໃໝ່ໃນວັນທີ 1 ເມສາ 2022 ມີນັກທ່ອງທ່ຽວລາວເຂົ້າມາທ່ຽວມາເລເຊຍຈຳນວນຫຼາຍພັນຄົນ. ປັດຈຸບັນເຖິງແມ່ນວ່າຍັງບໍ່ທັນມີສາຍການບິນໆຕົງລະຫວ່າງມາເລເຊຍກັບ ສປປ ລາວ. ແຕ່ສາມາດເດີນທາງໄປມາເລເຊຍໄດ້ໂດຍການໃຊ້ສາຍການບິນ Scoot Air ຈາກວຽງຈັນໄປສິງກະໂປ ແລ້ວຂ້າມຊາຍແດນໄປມາເລເຊຍໂດຍຜ່ານ Johor Bahru ຫຼື ຜ່ານສາຍການບິນ Air Asia ແລະ ສາຍການບິນ Thai Airways ໂດຍບິນຜ່ານໄປບາງກອກ ແລ້ວບິນໄປຕໍ່ກວາລາລຳເປີ Kuala Lumpur ຊຶ່ງໃນໄວໆນີ້, ພວກເຮົາຈະມີຖ້ຽວບິນໂດຍກົງທີ່ບິນໄປ-ມາລະຫວ່າງມາເລເຊຍ ໂດຍບິນຈາກນະຄອນຫຼວງວຽງຈັນໄປກວາລາລຳເປີ Kuala Lumpur ເລີ່ມແຕ່ວັນທີ 4 ສິງຫາ 2023 ເປັນຕົ້ນໄປດ້ວຍ 3 ຖ້ຽວບິນຕໍ່ອາທິດ, ວັນຈັນ, ວັນສຸກ, ວັນອາທິດ.

ໃນປີ 2023 ນີ້, ມາເລເຊຍໄດ້ວາງເປົ້າໝາຍເພື່ອຕ້ອນຮັບນັກທ່ອງທ່ຽວຕ່າງປະເທດປະມານ 16,1 ລ້ານຄົນ ດ້ວຍຍອດລາຍຮັບການທ່ອງທ່ຽວ 49,2 ຕື້ລິງກິດ (ສະກຸນເງິນມາເລເຊຍ) ເພື່ອບັນລຸເປົ້າໝາຍດັ່ງກ່າວ, ການທ່ອງທ່ຽວມາເລເຊຍຂໍການຮ່ວມມືນໍາບັນດາທ່ານເພື່ອຊ່ວຍເຮັດໃຫ້ປະເທດມາເລເຊຍກາຍເປັນ ໜຶ່ງໃນຈຸດໝາຍປາຍທາງທີ່ຄົນລາວເລືອກໄປທ່ອງທ່ຽວຫຼາຍທີ່ສຸດ. ພວກເຮົາໝັ້ນໃຈວ່າການທ່ອງທ່ຽວມາເລເຊຍປະຈຳນະຄອນຫຼວງວຽງຈັນ ຈະໃຫ້ຄວາມຊ່ວຍເຫຼືອໃນການສະໜັບສະໜູນຂໍ້ລິເລີ່ມການທ່ອງທ່ຽວໃໝ່ ເພື່ອດຶງດູດນັກທ່ອງທ່ຽວລາວໄປທ່ຽວມາເລເຊຍໃຫ້ຫຼາຍຂຶ້ນ.

ການສຳມະນາຄັ້ງນີ້ເປັນຄັ້ງທຳອິດໃນປີ 2023 ສະແດງໃຫ້ເຫັນວ່າການທ່ອງທ່ຽວມາເລເຊຍ ມີຄວາມມຸ່ງໝັ້ນໃນການສ້າງສາຍພົວພັນທາງທຸລະກິດທີ່ເຂັ້ມແຂງ ກັບຕົວແທນການທ່ອງທ່ຽວຂອງລາວ ເພື່ອຕອບສະໜອງຄວາມສົນໃຈຂອງຄົນລາວທີ່ຢາກຮູ້ກ່ຽວກັບມາເລເຊຍຫຼາຍຂຶ້ນ ເພື່ອເປັນບ່ອນພັກຜ່ອນໃນອາຊີ. ການສຳມະນາຄັ້ງນີ້ຍັງເປີດໂອກາດໃຫ້ນັກທຸລະກິດລາວ ແລະ ມາເລເຊຍໄດ້ພົບປະແລກປ່ຽນຮ່ວມມືກັນເປັນຕົ້ນ: ບໍລິສັດນຳທ່ຽວຮັບເອົານັກທ່ອງທ່ຽວລາວໄປທ່ຽວມາເລເຊຍ ແລະ ຮັບເອົານັກທອງທ່ຽວຈາກມາເລເຊຍ ມາທ່ຽວລາວໃຫ້ມີບັນຍາກາດຟົດຟື້ນຍິ່ງຂຶ້ນ.

ຂ່າວ-ພາບ: ຈັນທະວີສັກ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version