Home ຂ່າວຕ່າງປະເທດ ອີຣານ ແລະ ອິນໂດເນເຊຍ ສົ່ງເສີມການຮ່ວມມືດ້ານການຄ້າ

ອີຣານ ແລະ ອິນໂດເນເຊຍ ສົ່ງເສີມການຮ່ວມມືດ້ານການຄ້າ

0

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 23 ພຶດສະພາ ຜ່ານມາ, ທ່ານ ໂຈໂກ ວິໂດໂດ ປະທານາທິບໍດີອິນໂດເນເຊຍໄດ້ຕ້ອນຮັບ ທ່ານ ອິບຣາຮິມ ໄຣຊີ ປະທານາທິບໍດີອີຣານ ທີ່ເດີນທາງມາຢ້ຽມຢາມອິນໂດເນເຊຍຢ່າງເປັນທາງການ ເພື່ອເພີ່ມຂອບເຂດການຮ່ວມມືລະດັບທະວິພາຄີ ໂດຍສະເພາະທາງດ້ານການຄ້າ.

ທັງນີ້, ທ່ານ ໂຈໂກ ວິໂດໂດ ແລະ ທ່ານ ອິບຣາຮິມ ໄຣຊີ ໄດ້ຮ່ວມກັນເປັນສັກຂີພິຍານໃນການລົງນາມຂໍ້ຕົກລົງການສົ່ງເສີມການຮ່ວມມືຈຳນວນ 10 ສະບັບ ຊຶ່ງລວມເຖິງການຄ້າ ໂດຍອິນໂດເນເຊຍຈະຫຼຸດກຳແພງພາສີໃຫ້ແກ່ອີຣານ ເພື່ອອຳນວຍຄວາມສະດວກໃນການສົ່ງອອກສິນຄ້າຫຼາຍລາຍການມາຍັງອິນໂດເນເຊຍບໍ່ວ່າຈະເປັນນ້ຳມັນພືດ, ແຮ່ທາດຕ່າງໆ ແລະ ຜະລິດຕະພັນເຄມີ ຂະນະທີ່ອີຣານກໍໄດ້ຫຼຸດກຳແພງພາສີໃຫ້ແກ່ສິນຄ້າຫຼາຍລາຍການຂອງອິນໂດເນເຊຍເຊັ່ນດຽວກັນ ລວມເຖິງໂກໂກ້, ກາເຟ, ນໍ້າມັນພືດ ແລະ ຢາສູບ.

ຂະນະທີ່ ທ່ານ ອິບຣາຮິມ ໄຣຊີ ຜູ້ນຳອີຣານໄດ້ສະແດງຄວາມເຊື່ອໝັ້ນວ່າ ການຍົກລະດັບການຮ່ວມມືທາງດ້ານການຄ້າກັບອິນໂດເນເຊຍຈະຊ່ວຍເພີ່ມມູນຄ່າການຄ້າທະວິພາຄີໃຫ້ເພີ່ມຂຶ້ນຢ່າງມະຫາສານ ຈາກພຽງ 250 ລ້ານໂດລາ ເມື່ອປີຜ່ານມາ ເປັນ 20.000 ລ້ານໂດລາ ພາຍໃນອີກບໍ່ເທົ່າໃດປີຂ້າງໜ້າ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version