Home ຂ່າວການເມືອງ ກອງພົນທະຫານຮາບທີ 4 ລາວ-ຫວຽດນາມ ສືບຕໍ່ການຮ່ວມມືປະຈຳປີ 2023

ກອງພົນທະຫານຮາບທີ 4 ລາວ-ຫວຽດນາມ ສືບຕໍ່ການຮ່ວມມືປະຈຳປີ 2023

0

ເມື່ອບໍ່ດົນມານີ້, ກອງພົນທະຫານຮາບທີ 4 ກອງທັບປະຊາຊົນລາວ ແລະ ກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ຈັດກອງປະຊຸມຮ່ວມປະຈຳປີ 2023 ທີ່ຫ້ອງປະຊຸມຫ້ອງວ່າການແຂວງຄໍາມ່ວນ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສົມພອນ ມິດຕະພອນ ຮອງກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ມີສະຫາຍ ພົນຈັດຕະວາ ສົມຈິດ ກິດຕິຍະລາດ ຫົວໜ້າການເມືອງກອງພົນທີ 4 ເປັນຫົວໜ້າຄະນະ, ມີການນໍາຈາກກອງພົນທີ 1, ກອງບັນຊາການທະຫານແຂວງວຽງຈັນ, ຫົວພັນ, ຊຽງຂວາງ, ໄຊສົມບູນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຝ່າຍກອງບັນຊາການທະຫານເຂດ 4 ຫວຽດນາມມີ: ສະຫາຍ ພົນຈັດຕະວາຫງວຽນ ງັອກ ຮ່າ ຮອງຫົວໜ້າກອງບັນຊາການທະຫານເຂດ 4 ເປັນຫົວໜ້າຄະນະ, ມີກອງບັນຊາການທະຫານແຂວງແທັງຫົວ, ເຫງະອານ, ຮ່າຕິງ, ກວາງບິງ, ກວາງຈິ, ແຂວງທຽນເຫ້ວ, ກອງພົນ 968, ກອງພົນ 324, ບໍລິສັດໃຫຍ່ຮ່ວມມືເສດຖະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ຕາງໜ້າທັງສອງຝ່າຍ ໄດ້ຜັດປ່ຽນກັນຂຶ້ນຜ່ານບົດສະຫຼຸບຕີລາຄາໝາກຜົນການຮ່ວມມືໃນປີ 2022 ແລະ ທິດທາງແຜນການຮ່ວມມືປະຈຳປີ 2023 ຊຶ່ງໄດ້ຍົກໃຫ້ເຫັນຫຼາຍບັນຫາໂດຍສະເພາະການຮ່ວມມືກໍ່ສ້າງພື້ນຖານການເມືອງ ຊີ້ນຳບັນດາອົງການ, ກົມກອງ ເປັນເຈົ້າການສົມທົບກັບບັນດາອຳນາດການປົກຄອງທ້ອງຖິ່ນ, ໂຄສະນາຂົນຂວາຍປະຊາຊົນປະຕິບັດຕາມແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ ລາວ-ຫວຽດນາມ, ປະສານສົມທົບກຳແໜ້ນສະພາບຄວາມສະຫງົບທາງດ້ານການເມືອງລຽບຕາມຊາຍແດນ, ຮ່ວມມືດ້ານການທະຫານ, ພະລາທິການ, ເຕັກນິກ, ຈັດຕັ້ງຝຶກຊ້ອມກອບກູ້ໄພພິບັດຮ່ວມ, ເນື່ອງໃນໂອກາດວັນສຳຄັນຕ່າງໆຂອງທັງສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ໄດ້ມີການຈັດຕັ້ງຄະນະຜູ້ແທນຢ້ຽມຢາມ ແລະ ອວຍພອນຊຶ່ງກັນ ແລະ ກັນ, ໂຄງການຮ່ວມມືປູກຝັງ, ລ້ຽງສັດ ແລະ ປຸງແຕ່ງຜະລິດຕະພັນກະສິກຳ, ຮ່ວມມືກໍ່ສ້າງກຸ່ມບ້ານ ແລະ ບັນດາໂຄງການຢູ່ລາວ, ຮ່ວມມືຊອກຄົ້ນທ້ອນໂຮມອັດຖິຂອງອາສາສະ ໝັກຜູ້ທີ່ເສຍສະຫຼະຊີວິດຕໍ່ສູ້ຕ້ານກັບຈັກກະພັດລ່າເມືອງຂຶ້ນກັບຄືນປະເທດຫວຽດນາມ ແລະ ການຮ່ວມມືດ້ານອື່ນໆ. ທັງນີ້, ກໍເພື່ອສືບຕໍ່ຜັນຂະຫຍາຍແຜນການຮ່ວມມືພົບປະແລກປ່ຽນຄະນະຜູ້ແທນລະຫວ່າງສອງກະຊວງປ້ອງກັນປະເທດ ແລະ ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອສາຍພົວພັນມິດຕະພາບຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານກັບເພື່ອນມິດຍຸດທະສາດລະຫວ່າງສອງຊາດ, ສອງກອງທັບໃຫ້ແໜ້ນແພ້ນຂຶ້ນໄປເລື້ອຍໆ.

ໃນຕອນທ້າຍ, ທັງສອງຝ່າຍໄດ້ເຊັນບົດບັນທຶກການຮ່ວມມືຮອບດ້ານລະຫວ່າງກອງບັນຊາການທະຫານເຂດ 4 ຫວຽດນາມ ກັບ ກອງພົນທີ 4, ກອງພົນທີ 1, ກອງບັນຊາການທະຫານແຂວງວຽງຈັນ, ໄຊສົມບູນ, ຫົວພັນ, ຊຽງຂວາງ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ ປະຈຳປີ 2023.

(ຂ່າວ-ພາບ: ແຂວງຄໍາມ່ວນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version