Home ຂ່າວດ່ວນ ຈົ່ງມີສະຕິໃນການນໍາໃຊ້ສື່ສັງຄົມອອນລາຍ

ຈົ່ງມີສະຕິໃນການນໍາໃຊ້ສື່ສັງຄົມອອນລາຍ

0

ເມື່ອບໍ່ດົນມານີ້ ຢູ່ແຂວງອັດຕະປື ໄດ້ມີເຫດການປະຊາຊົນຢູ່ເມືອງສະໝາມໄຊ ແລະ ເມືອງໄຊເສດຖາ ໄດ້ໂພສຄຣິບພາບ-ສຽງ ທີ່ເວົ້າເຖິງເຫດການຄວາມບໍ່ເຂົ້າໃຈກັນ ລະຫວ່າງ ນັກລົງທຶນທີ່ໄດ້ສໍາປະທານດິນລັດ ແລະ ປະຊາຊົນທີ່ທໍາການຜະລິດປູກມັນຕົ້ນ, ຄວາມບໍ່ເຂົ້າໃຈກັນດັ່ງກ່າວ ຈຶ່ງໄດ້ມີປະຊາຊົນຖ່າຍຮູບພາບ ແລະ ຄຣິບສຽງໂພສລົງໃນເຟສບຸກສ່ວນຕົວ ຕາມຄວາມຮູ້ສຶກຂອງຕົນ ທີ່ມີເນື້ອຫາບິດເບືອນຄວາມເປັນຈິງ ທັງແຕະຕ້ອງບົດບາດການນໍາພາ-ຄຸ້ມຄອງ ຂອງອໍານາດການປົກຄອງທ້ອງ ຖິ່ນແຕ່ລະຂັ້ນ ພາໃຫ້ສັງຄົມເກີດມີສຽງວິພາກວິຈານ, ມີທັດສະນະຕ່າງໆນາໆ ທັງດ້ານບວກ ແລະ ດ້ານລົບ ຈົນກາຍເປັນບັນຫາຄວາມບໍ່ສະຫງົບໃນສັງຄົມ; ຕົວຢ່າງ: ເຫດການທີ່ເກີດຂຶ້ນໃນວັນທີ 13-14 ພຶດສະພາ 2023 ນີ້ ຢູ່ບ້ານໄຊດອນໂຂງ ແລະ ບ້ານໜອງຫີນ ມີນັກລົງທຶນເຂົ້າໄປກໍານົດແລວ ໃນຂອບເຂດດິນສໍາປະທານ ຊຶ່ງບາງຈຸດກວມເອົາດິນທີ່ປະຊາຊົນທໍາການຜະລິດຢູ່ ຈຶ່ງພາໃຫ້ມີການສະເໜີຕໍ່ວ່າ ແລະ ມີປະຊາຊົນຖ່າຍພາບ, ສົ່ງພາບ ແລະ ຊີ້ແຈງຂໍ້ມູນແຕ່ຝ່າຍດຽວ. ຕໍ່ມາໃນໄລຍະດຽວກັນ ຊໍ້າພັດມີເຫດການເກີດຂຶ້ນຢູ່ບ້ານສະປວນ ເມືອງໄຊເສດຖາ, ໄດ້ມີປະຊາຊົນຖ່າຍພາບກອງປະຊຸມຂອງບ້ານ ແລ້ວສົ່ງພາບໃຫ້ກຸ່ມຄົນບໍ່ຫວັງດີຢູ່ຕ່າງປະເທດ ເພື່ອໃຫ້ລົງຂ່າວວິພາກວິຈານ ຕໍ່ການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດເຮົາ ຊຶ່ງໄດ້ໃຫ້ຂໍ້ມູນບິດເບືອນວ່າ: ອໍານາດການປົກຄອງບ້ານ ແລະ ປະຊາຊົນ ກໍາລັງລວມຕົວກັນຮ້ອງທຸກ ຄັດຄ້ານນັກລົງທຶນມາບຸກເບີກເນື້ອທີ່ດິນສວນຂອງປະຊາຊົນຈົນກາຍເປັນກະແສ ໂດ່ງດັງໃນໂລກສື່ສັງຄົມອອນລາຍ, ແຕ່ໃນຄວາມເປັນຈິງ ກອງປະຊຸມຂອງບ້ານສະປວນ ແມ່ນໄດ້ປຶກສາຫາລື ເພື່ອຊຸກຍູ້ວຽກງານສຶກສາ ແລະ ສາທາລະນະສຸກພາຍໃນບ້ານ.

ຕໍ່ເຫດການທີ່ເກີດຂຶ້ນຄືກໍລະນີນີ້ ແມ່ນເປັນຂໍ້ມູນຂ່າວສານທີ່ບໍ່ສ້າງສັນ, ໃຫ້ຂໍ້ມູນຂ່າວສານບິດເບືອນ, ຂາດການຕຶກຕອງ ບໍ່ຄຳນຶງເຖິງສິ່ງບໍ່ດີຈະຕາມມາຕໍ່ຕົນເອງ, ຕໍ່ຄອບຄົວ ຫຼື ການຈັດຕັ້ງ; ສາ ເຫດຕົ້ນຕໍແມ່ນ ເກີດຈາກບຸກຄົນ ຫຼື ຜູ້ຢູ່ໃນເຫດການ ຢາກໂດ່ງດັງຕາມກະແສ ຖ່າຍຮູບ-ພາບ, ໄລສົດ ຜ່ານເຟສບຸກ ທັງບັນຍາຍເຫດການຕາມອາລົມຈິດຂອງຕົນ, ຂາດການກັ່ນກອງຂໍ້ມູນຄວາມຈິງ ຮອບດ້ານ ແລ້ວໂພສລົງເຟສບຸກສ່ວນຕົວ ເຮັດໃຫ້ຜູ້ຊົມໃຊ້ຂໍ້ມູນຂ່າວສານມີຄວາມສັບສົນ ເກີດມີສຽງວິພາກວິຈານຫຼວງຫຼາຍ. ອີງຕາມດໍາລັດ ວ່າດ້ວຍການຄຸ້ມຄອງຂໍ້ມູນຂ່າວສານ ຜ່ານອິນເຕີເນັດ, ເລກທີ 327/ລບ, ລົງວັນທີ 16/9/2014, ໝວດທີ 3 ມາດຕາ 10 ໄດ້ລະບຸບາງເນື້ອໃນບໍ່ອະນຸຍາດໃຫ້ເຜີຍແຜ່ຜ່ານອິນເຕີເນັດດັ່ງນີ້: ຂໍ້ມູນຕົວະຍົວະ, ຫຼອກລວງ ແລະ ຊວນເຊື່ອປະຊາຊົນທີ່ຢູ່ໃນ ແລະ ຕ່າງປະເທດ ຕໍ່ຕ້ານພັກ-ລັດ, ຍຸຍົງສົ່ງເສີມ ການເຄື່ອນໄຫວທີ່ເປັນການກໍ່ການຮ້າຍ, ຄາດຕະກໍາ ແລະ ປັ່ນປ່ວນສັງຄົມ, ໂຄສະນາບິດເບືອນ ແລະ ປ່າວຂ່າວອະກຸສົນ ເພື່ອສ້າງຄວາມແບ່ງແຍກ; ເຜີຍແຜ່ຂໍ້ມູນຂ່າວສານບໍ່ຖືກຕ້ອງ ແລະ ບິດເບືອນຄວາມເປັນຈິງ ເພື່ອຈຸດປະສົງສ້າງຄວາມເຊື່ອມເສຍຕໍ່ກຽດສັກສີ ຫຼື ສິດທິສ່ວນບຸກຄົນຂອງຄົນອື່ນ, ພາກສ່ວນ, ສະຖາບັນອື່ນໆ; ຕໍ່ເຫດການທີ່ເກີດຂຶ້ນ ສື່ມວນຊົນແຂວງອັດຕະປື ໃນຖານະທີ່ເປັນສື່ກາງ ໄດ້ລົງເຖິງພື້ນທີ່ ເພື່ອພົບກັບອໍານາດການປົກຄອງເມືອງ, ບ້ານ ແລະ ປະຊາຊົນທີ່ຢູ່ໃນເຫດການ ລວມທັງຜູ້ຖ່າຍຮູບ-ພາບ-ສຽງ ໂພສລົງເຟສບຸກ. ຈາກການສອບຖາມຂໍ້ມູນຄວາມເປັນຈິງ ແມ່ນມີເຫດການຄວາມບໍ່ເຂົ້າໃຈກັນ ລະຫວ່າງ ນັກລົງທຶນທີ່ໄດ້ຮັບສິດສໍາປະທານດິນລັດ ກັບປະຊາຊົນ ໂດຍບໍ່ຜ່ານການສະເໜີແກ້ໄຂ ຂອງອໍານາດການປົກຄອງແຕ່ລະຂັ້ນ ຈຶ່ງພາໃຫ້ມີຄວາມເຂົ້າໃຈຄົນລະແງ່ມູມ ແລະ ມີເຫດການ ປາກ-ສຽງ ເກີດຂຶ້ນແທ້. ຍ້ອນຄວາມຮູ້ເທົ່າບໍ່ເຖິງການ ຜູ້ໄດ້ຮັບຜົນກະທົບ ຈຶ່ງຂາດສະຕິຕັດສິນໃຈຖ່າຍຮູບພາບ-ສຽງ ໂພສລົງເຟສບຸກ ທັງມີເນື້ອຫາລະເມີດລະບຽບການຄຸ້ມຄອງຂໍ້ມູນຂ່າວສານຜ່ານອິນເຕີເນັດ, ການເຄື່ອນໄຫວ ຕ້ານ ແລະ ສະກັດກັ້ນ ການນໍາໃຊ້ຂໍ້ມູນຂ່າວສານຜ່ານອິນເຕີເນັດທີ່ເປັນໄພແກ່ສັງຄົມ ແລະ ຄວາມໝັ້ນຄົງຂອງຊາດ. ມາຮອດປັດຈຸບັນ ບຸກຄົນທີ່ຖ່າຍຮູບພາບ ໂພສລົງເຟສ ພາໃຫ້ມີຄວາມສັບສົນໃນສື່ສັງຄົມອອນລາຍ ໄດ້ອອກມາສະແດງຄວາມສໍານຶກຜິດ, ຂໍໂທດຕໍ່ການຈັດຕັ້ງ ແລະ ສັງຄົມຜ່ານສື່ມວນຊົນແລ້ວ ທັງຕັກເຕືອນໃຫ້ສັງຄົມມີສະຕິ ເພື່ອບໍ່ຢາກໃຫ້ເຫດການຄ້າຍຄືລັກສະນະດັ່ງ ກ່າວເກີດຂຶ້ນອີກ; ສື່ສັງຄົມອອນລາຍ ແມ່ນສື່ແບບໃໝ່, ບຸກຄົນ ແລະ ການຈັດຕັ້ງ ມີສິດເຄື່ອນໄຫວໃຫ້ສອດຄ່ອງຕາມລະບຽບການກ່ຽວຂ້ອງ, ຂະນະດຽວກັນນີ້ ການລົງຮູບ-ພາບ-ສຽງ ຜ່ານສື່ ມັກຈະເກີດມີການລະເມີດສິດທິຂອງບຸກຄົນ ແລະ ການຈັດຕັ້ງອື່ນ ພາໃຫ້ມີການກວດກາຄວາມເປັນຈິງ ແລະ ຂໍໂທດຕໍ່ສັງຄົມປະຈໍາ. ສະນັ້ນ ພວກເຮົາຄວນມີສະຕິ ຕ້ອງຫຼີກລ່ຽງກັບຄໍາວ່າ: ຮູ້ເທົ່າບໍ່ເຖິງການ, ຜູ້ທີ່ຈະໂພດ ພາບ-ສຽງ ຄວນຄິດເຖິງໜ້າຕາ, ກຽດສັກສີ ຂອງຕົນເອງ, ຄອບຄົວ ແລະ ການຈັດຕັ້ງ ທຸກສາຍພົວພັນທີ່ຕົນເຂົ້າຮ່ວມ ແນໃສ່ເພື່ອເຮັດໃຫ້ທຸກຄົນ ນໍາໃຊ້ສື່ ຢ່າງມີສະຕິ, ສ້າງສັນ ແລະ ເກີດປະໂຫຍດຕໍ່ຕົນເອງ ແລະ ສັງຄົມ. ກ່ອນຈະໂພສຂໍ້ມູນ, ມີຄໍາເຫັນລົງໃນສື່ອອນລາຍ ຄວນພິຈາລະນາ ເຖິງຄຸນນະພາບ ຂອງຂໍ້ມູນຂ່າວສານວ່າ ມີປະໂຫຍດຕໍ່ຜູ້ຈະຮັບນັ້ນ ຫຼື ບໍ່, ຄວນຫຼີກລ່ຽງຂໍ້ມູນຂ່າວສານທີ່ເປັນພິດໄພ, ປັ່ນປ່ວນ, ຕັ້ງຂໍ້ສົງໄສ ຫຼື ຕັ້ງບັນຫາໃຫ້ແກ່ສັງຄົມມາແກ້ໄຂ, ສິ່ງສໍາຄັນທຸກຄົນຕ້ອງມີຄວາມຮັບຜິດຊອບຕໍ່ຂໍ້ມູນຂ່າວສານທີ່ຕົນເອງເຜີຍແຜ່.

(ຂ່າວ-ພາບ: ແຂວງອັດຕະປື)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version