Home ຂ່າວໜ້າໜຶ່ງ ຄະນະຜູ້ແທນຂັ້ນສູງ ພັກຣັດເຊຍເອກະພາບ ຢ້ຽມຢາມ ສປປ ລາວ

ຄະນະຜູ້ແທນຂັ້ນສູງ ພັກຣັດເຊຍເອກະພາບ ຢ້ຽມຢາມ ສປປ ລາວ

0

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ຄະນະຜູ້ແທນຂັ້ນສູງຂອງພັກຣັດເຊຍເອກະພາບ ນໍາໂດຍ ສະຫາຍ ດີມີຕຣີ ເມັດເວເດັບ ປະທານພັກຣັດເຊຍເອກະພາບ ຮອງປະທານສະພາຄວາມໝັ້ນຄົງ ເເຫ່ງ ສະຫະພັນຣັດເຊຍ ພ້ອມດ້ວຍຄະນະ ໄດ້ມາເຄື່ອນໄຫວຢ້ຽມຢາມ ເເລະ ເຮັດວຽກ ຢູ່ ສປປ ລາວ, ໃນວັນທີ 23 ພຶດສະພາ ນີ້ ທີ່ນະຄອນຫຼວງວຽງຈັນ.

ການພົວພັນ ລາວ-ຣັດເຊຍ ແມ່ນສືບຕໍ່ມາແຕ່ການພົວພັນ ລາວ-ອະດີດສະຫະພາບໂຊວຽດ, ຊຶ່ງສອງປະເທດ ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອຊຶ່ງກັນ ແລະ ກັນ. ໃນໄລຍະຢູ່ຢ້ຽມຢາມ ສປປ ລາວ, ຄະນະຜູ້ແທນຂັ້ນສູງຂອງພັກຣັດເຊຍເອກະພາບ ໄດ້ພົບປະເຮັດວຽກຮ່ວມກັບ ສະຫາຍເລຂາທິການໃຫຍ່ພັກ ປປ ລາວ. ບັນດາການນໍາຝ່າຍລາວ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມ ສປປ ລາວ ຂອງຄະນະຜູ້ແທນຂັ້ນສູງພັກຣັດເຊຍເອກະພາບ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຣັດເຊຍ ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ; ໄດ້ແຈ້ງສະພາບການທີ່ພົ້ນເດັ່ນ ຂອງ ສປປ ລາວ ໃນໄລຍະມໍ່ໆມານີ້ ໃຫ້ຄະນະຜູ້ແທນຝ່າຍຣັດເຊຍ ຮັບຊາບ, ໂດຍສະເພາະການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX; ໄດ້ແລກປ່ຽນບົດຮຽນໃນການຊີ້ນໍາ-ນໍາພາຂອງພັກ ປປ ລາວ ໃນໄລຍະທີ່ຜ່ານມາ, ແລກປ່ຽນທັດສະນະຕໍ່ສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ.

ສະຫາຍ ດີມີຕຣີ ເມັດເວເດັບ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ການຕ້ອນຮັບອັນອົບອຸ່ນ ທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບຂອງບັນດາການນໍາຂັ້ນສູງຂອງພັກ ແລະ ລັດ ເເຫ່ງ ສປປ ລາວ ໃນຄັ້ງນີ້; ໄດ້ປຶກສາຫາລື ກ່ຽວກັບ ທິດທາງການພົວພັນຮ່ວມມື ລະຫວ່າງ ສອງພັກໃນຕໍ່ໜ້າ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງປະເທດ; ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນໃຫຍ່ຫຼວງຮອບດ້ານ ທີ່ຍາດມາໄດ້ຕະຫຼອດໄລຍະຜ່ານມາ ໂດຍພາຍໃຕ້ການນໍາພາອັນຖືກຕ້ອງຂອງ ພັກ ປປ ລາວ ແລະ ສະແດງຄວາມເຊື່ອໝັ້ນວ່າ ປະຊາຊົນລາວ ຈະສືບຕໍ່ໄດ້ຮັບຜົນສຳເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຮັດໃຫ້ປະເທດຊາດມີຄວາມມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມປອງດອງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ.

ໃນການຢ້ຽມຢາມຄັ້ງນີ້, ສະຫາຍ ດີມີຕຣີ ເມັດເວເດັບ ຍັງໄດ້ພົບປະກັບ ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ. ພ້ອມກັນນີ້, ສອງພັກ ໄດ້ມີການລົງນາມໃນເອກະສານການຮ່ວມມື ລະຫວ່າງ ສອງພັກ ແລະ ຂົງເຂດການສຶກສາ ຈໍານວນໜຶ່ງ ຊຶ່ງເປັນການຢໍ້າຄືນເຖິງບົດບາດຄວາມສໍາຄັນຂອງການພົວພັນລະຫວ່າງ ສອງພັກ ທີ່ເປັນພື້ນຖານອັນຕົ້ນຕໍໃຫ້ເເກ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ຣັດເຊຍ. ນອກຈາກນີ້, ຄະນະຜູ້ແທນ ຍັງໄດ້ໄປຢ້ຽມຊົມ ເເລະ ວາງດອກໄມ້ ຢູ່ພິພິທະພັນ ປະທານ ໄກສອນ ພົມວິຫານ ເເລະ ອະນຸສາວະລີນັກບິນທະຫານສະຫະພາບໂຊວຽດ ຢູ່ນະຄອນຫຼວງວຽງຈັນ.

(ຂ່າວ: ຄຕພ, ພາບ: ແສງຈັນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version