Home ຂ່າວຕ່າງປະເທດ ການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ ສູນເສຍປີສຸຂະພາບຫຼາຍກວ່າ 300 ລ້ານປີ

ການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ ສູນເສຍປີສຸຂະພາບຫຼາຍກວ່າ 300 ລ້ານປີ

0

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 21 ພຶດສະພາ ຜ່ານມາ, ອົງການອະນາໄມໂລກ (WHO) ໄດ້ເປີດເຜີຍບົດລາຍງານສະຖິຕິກ່ຽວກັບສຸຂະພາບໂລກປະຈຳປີ 2023 ໂດຍລະບຸວ່າ ທົ່ວໂລກສູນເສຍປີສຸຂະພາບເກືອບ 337 ລ້ານປີ ໃນໄລຍະ 2 ປີທຳອິດຂອງການແຜ່ລະບາດຂອງພະຍາດໂຄວິດ-19 ເນື່ອງຈາກປະຊາຊົນຫຼາຍລ້ານຄົນເສຍຊີວິດກ່ອນໄວອັນຄວນ.

ບົດລາຍງານສະແດງໃຫ້ເຫັນເຖິງໄພຄຸກຄາມທີ່ເພີ່ມຂຶ້ນຈາກກຸ່ມພະຍາດທີ່ບໍ່ຕິດຕໍ່ຊຳເຮື້ອ (NCD) ເຊັ່ນ: ພະຍາດຫົວໃຈ, ພະຍາດມະເຮັງ ແລະ ພະຍາດເບົາຫວານ. ນອກຈາກນີ້, ການຄົ້ນພົບທີ່ໜ້າຕົກໃຈ ຊຶ່ງອີງຕາມຂໍ້ມູນຈົນເຖິງປີ 2022 ສະແດງໃຫ້ເຫັນວ່າ ການແຜ່ລະບາດຂອງພະຍາດໂຄວິດ-19 ສ້າງຄວາມເສຍຫາຍໄປທົ່ວໂລກ ແລະ ຜູ້ຄົນເສຍຊີຍວິດເກືອບ 7 ລ້ານຄົນ ໂດຍເຊື່ອວ່າ ໂຕເລກທີ່ແນ່ນອນຈະຢູ່ທີ່ເກືອບ 20 ລ້ານຄົນ. ບົດລາຍງານດັ່ງກ່າວສະແດງໃຫ້ເຫັນວ່າ ເຊື້ອພະຍາດໂຄວິດ-19 ກັບຜົນກະທົບໃນວົງກວ້າງຂອງວິກິດ ເຮັດໃຫ້ຊີວິດຂອງປະຊາກອນນັບລ້ານຄົນສັ້ນລົງຢ່າງວ່ອງໄວ ໂດຍສະເພາະໃນໄລຍະ 2 ປີທຳອິດຂອງການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ສົ່ງຜົນໃຫ້ເກີດການສູນເສຍປີສຸຂະພາບທົ່ວໂລກເຖິງປະມານ 336,8 ລ້ານປີ. ເຖິງແມ່ນວ່າ ເຫດການຂອງພະຍາດຕິດເຊື້ອຕ່າງໆເຊັ່ນ: HIV, ວັນນະໂຣກ ແລະ ພະຍາດມາລາເຣຍ ຈະຫຼຸດລົງຫຼາຍເຊັ່ນດຽວກັບຄວາມສ່ຽງຂອງການເສຍຊີວິດກ່ອນໄວອັນຄວນຈາກກຸ່ມພະຍາດ NCD ແຕ່ຫຼັງຈາກເກີດການແຜ່ລະບາດຂອງພະຍາດໂຄວິດ-19 ຄວາມບໍ່ເທົ່າທຽມທີ່ມີຢູ່ໃນການເຂົ້າເຖິງບໍລິການສຸຂະພາບທີ່ມີຄຸນນະພາບສູງ, ການເສີມສ້າງພູມຄຸ້ມກັນເປັນປະຈຳ ແລະ ການຄຸ້ມຄອງທາງການເງິນກັບຮ້າຍແຮງລົງ ຍິ່ງໄປກວ່ານັ້ນທ່າອ່ຽງທີ່ດີຂຶ້ນຂອງພະຍາດມາລາເຣຍ ແລະ ວັນນະໂຣກ ຍັງປ່ຽນໄປໃນທາງກົງກັນຂ້າມເຊັ່ນດຽວກັນ.

ບົດລາຍງານລະບຸວ່າ ເຖິງແມ່ນວ່າທົ່ວໂລກຍັງຄົງມີຄວາມກ້າວໜ້າທາງດ້ານສຸຂະພາບໂດຍລວມ ແຕ່ການເສຍຊີວິດຈາກກຸ່ມພະຍາດທີ່ບໍ່ມີການຕິດຕໍ່ຊຳເຮື້ອກັບເພີ່ມຂຶ້ນໃນແຕ່ລະປີ ຊຶ່ງ WHO ກ່າວໃນຖະແຫຼງການວ່າ ຖ້າຫາກທ່າອ່ຽງຍັງຄົງເປັນແບບນີ້ຕໍ່ໄປກຸ່ມພະຍາດ NCD ຄາດວ່າຈະມີອັດຕາສ່ວນປະມານ 86% ຂອງຈຳນວນຜູ້ເສຍຊີວິດ 90 ລ້ານຄົນຕໍ່ປີພາຍໃນໄລຍະກາງທົດສະວັດນີ້. ທ່ານ ດຣ.ເທໂດສ ອາດຮານອມ ເກເບຣເຢຊຸສ ຜູ້ອຳນວຍການ WHO ກ່າວວ່າ ບົດລາຍງານດັ່ງກ່າວສົ່ງສັນຍານຢ່າງຊັດເຈນເຖິງໄພຄຸກຄາມຂອງກຸ່ມພະຍາດທີ່ບໍ່ຕິດຕໍ່ຊຳເຮື້ອ ຊຶ່ງເຮັດໃຫ້ຈຳນວນຜູ້ເສຍຊີວິດເພີ່ມຂຶ້ນ ທ່ານກ່າວຕື່ມວ່າ ການຄົ້ນພົບຄັ້ງນີ້ສະແດງໃຫ້ເຫັນເຖິງຄວາມຈຳເປັນໃນການເພີ່ມການລົງທຶນທາງດ້ານສຸຂະພາບ ແລະ ລະບົບສຸຂະພາບ ເພື່ອກັບໄປສູ່ເປົ້າໝາຍການພັດທະນາທີ່ຍືນຍົງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version