Home ຂ່າວຕ່າງປະເທດ ກອງປະຊຸມອົງການອະນາໄມໂລກຄັ້ງທີ 76 ຈັດຂຶ້ນຢູ່ນະຄອນເຊີແນວ

ກອງປະຊຸມອົງການອະນາໄມໂລກຄັ້ງທີ 76 ຈັດຂຶ້ນຢູ່ນະຄອນເຊີແນວ

0

ຂ່າວສານຊີອາໄອລາຍງານ ເມື່ອວັນທີ 21 ພຶດສະພາ ຜ່ານມາ, ກອງປະຊຸມອົງການອະນາໄມໂລກຄັ້ງທີ 76 ໄດ້ຈັດຂຶ້ນຢູ່ນະຄອນເຊີແນວ ປະເທດສະວິດ ກອງປະຊຸມຄັ້ງນີ້ໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້ 75 ປີແຫ່ງການສ້າງຕັ້ງອົງການອະນາໄມໂລກ: ກອບກູ້ຊີວິດ, ຊຸກຍູ້ໃຫ້ທຸກໆຄົນມີສຸຂະພາບແຂງແຮງ.

ກອງປະຊຸມອົງການອະນາໄມໂລກຄັ້ງນີ້ຈະຕົກລົງວຽກງານສະເພາະໜ້າກໍຄືວຽກງານໃນອະນາຄົດຂອງອົງການອະນາໄມໂລກ. ໃນກອງປະຊຸມທີ່ຈະດໍາເນີນເປັນເວລາ 10 ມື້, ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຈະພິຈາລະນາບົດບາດອັນສໍາຄັນຕໍ່ໂຄງລ່າງດ້ານສາທາລະນະສຸກສຸກເສີນໃນທົ່ວໂລກຂອງອົງການອະນາໄມໂລກ, ພ້ອມທັງພິຈາລະນາຄວາມຄືບໜ້າ, ຜົນສໍາເລັດ ແລະ ສິ່ງທ້າທາຍຂອງປີທີ່ຜ່ານມາ, ພິຈາລະນາວຽກງານບຸລິມະສິດໃນອະນາຄົດທີ່ເປັນວຽກງານເສົາຄໍ້າອັນສໍາຄັນຂອງອົງການອະນາໄມໂລກ ລວມທັງການຮັບປະກັນສຸຂະພາບຂອງປະຊາຊົນທຸກຖ້ວນໜ້າ, ເຫດການສຸກເສີນດ້ານສາທາລະນະສຸກ, ການປັບປຸງສຸຂະພາບ-ສະຫວັດດີການໃຫ້ດີຂຶ້ນ ແລະ ອື່ນໆ.

ທ່ານ ອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ກ່າວຄໍາປາໄສໃນພິທີເປີດກອງປະຊຸມໂດຍຜ່ານຮູບແບບວິດີໂອວ່າ: ນັບແຕ່ສ້າງຕັ້ງອົງການອະນາໄມໂລກເມື່ອ 75 ປີເປັນຕົ້ນມາ, ສຸຂະພາບຂອງມະນຸດໄດ້ຮັບຄວາມກ້າວໜ້າຢ່າງໃຫຍ່ຫຼວງ ແຕ່ພ້ອມດຽວກັນນີ້, ປະຊາຊົນຫຼາຍລ້ານຄົນຍັງໄດ້ຮັບຜົນກະທົບຈາກໄພຂົ່ມຂູ່ຍ້ອນສົງຄາມ ແລະ ການປະທະກັນ, ສຸຂະພາບຂອງປະຊາຊົນຫຼາຍຕື້ຄົນຍັງໄດ້ຮັບຜົນກະທົບຈາກໄພຂົ່ມຂູ່ຍ້ອນວິກິດການດ້ານດິນຟ້າອາກາດນໍາອີກ, ຂະນະທີ່ການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ຄວາມຄືບໜ້າຂອງລະບົບສາທາລະນະສຸກໃນທົ່ວໂລກຢຸດສະງັກເຖິງຂັ້ນຖົດຖອຍລົງ. ໃນໂອກາດນີ້, ທ່ານ ອັນໂຕນີໂອ ກູເຕີເຣັສ ໄດ້ຮຽກຮ້ອງໃຫ້ປະຊາຄົມໂລກຈົ່ງສືບຕໍ່ເພີ່ມທະວີການຮ່ວມມື, ຮ່ວມກັນຊຸກຍູ້ຂະບວນການ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະສະໜັບສະໜູນອົງການອະນາໄມໂລກ ເພື່ອສໍາເລັດເປົ້າໝາຍທີ່ໃຫ້ທຸກໆຄົນມີສຸຂະພາບໃນລະດັບມາດຕະຖານສູງສຸດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version