Home ສຶກສາ ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ທຶນການສຶກສາ ແກ່ ສປປ ລາວ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ທຶນການສຶກສາ ແກ່ ສປປ ລາວ

0

ໃນຕອນເຊົ້າຂອງວັນທີ 22 ພຶດສະພານີ້, ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນໂຄງການທຶນການສຶກສາ ເພື່ອການພັດທະນາຊັບພະຍາກອນມະນຸດ (ລະດັບປະລິນຍາໂທ ແລະ ປະລິນຍາເອກ) ຫຼື ທຶນ JDS, ມູນຄ່າ 343 ລ້ານເຢນ ຈາກ ລັດຖະບານຍີ່ປຸ່ນ ໃຫ້ແກ່ ສປປ ລາວ ຊຶ່ງຕາງໜ້າຝ່າຍລາວ ລົງນາມໂດຍ ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ແລະ ຝ່າຍຍີ່ປຸ່ນ ລົງນາມໂດຍ ທ່ານ ໂຄບະຢະຊິ ເຄນິຈິ (KOBAYASHI Kenichi) ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ມີບັນດາຜູ້ຕາງ ໜ້າຈາກຂະແໜງການກ່ຽວຂ້ອງສອງຝ່າຍ ລາວ ແລະ ຍີ່ປຸ່ນ ເຂົ້າຮ່ວມເປັນສັກຂີພິຍານ.

ທຶນ JDS ແມ່ນ ທຶນການສຶກສາ ລະດັບປະລິນຍາໂທ ແລະ ປະລິນຍາເອກ ທີ່ລັດຖະບານຍີ່ປຸ່ນ ສະໜອງໃຫ້ແກ່ ສປປ ລາວ ເພື່ອແນໃສ່ຍົກລະດັບຄວາມຮູ້-ຄວາມສາມາດຂອງພະນັກງານ-ລັດຖະກອນຂອງລາວ. ນັບແຕ່ປີ 1999 ເປັນຕົ້ນມາ, ມາຮອດປັດຈຸບັນ ສປປ ລາວ ໄດ້ຮັບທຶນການສຶກສາ JDS ລວມທັງໝົດ 474 ທຶນ (ສະເລ່ຍປີລະ 20 ທຶນ) ຊຶ່ງມີບັນດາພະນັກງານຈາກຂະແໜງ ການສຶກສາ, ສາທາລະນະສຸກ, ກະສິກໍາ ແລະ ປ່າໄມ້, ໂຍທາທິການ ແລະ ຂົນສົ່ງ ແລະ ຂະແໜງ ການອື່ນໆຂອງ ສປປ ລາວ ໄດ້ຮັບຄັດເລືອກເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ຊຶ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການຍົກລະດັບຄຸນນະພາບຂອງບຸກຄະລາກອນລາວ ທີ່ປະຕິບັດໜ້າທີ່ວຽກງານ ປະ ກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນແຕ່ລະໄລຍະຜ່ານມາ.

ໃນໂອກາດນີ້, ທ່ານ ໂພໄຊ ໄຂຄຳພິທູນ ກໍໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຕີລາຄາສູງຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອຂອງ ລັດຖະບານ ກໍຄື ປະຊາຊົນຍີ່ປຸ່ນ ຕະຫຼອດໄລຍະທີ່ຜ່ານມາ, ໂດຍສະເພາະການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ຂອງຍີ່ປຸ່ນ ທີ່ຍັງຢູ່ໃນອັນດັບຕົ້ນຂອງການຊ່ວຍເຫຼືອຈາກຕ່າງປະເທດ ໃຫ້ແກ່ ສປປ ລາວ (ສະເລ່ຍປະມານ 90-100 ລ້ານໂດລາ ຕໍ່ປີ), ວຽກງານການສຶກສາ ກໍຄືການພັດທະນາຊັບພະຍາກອນມະນຸດ ແມ່ນຂະແໜງການໜຶ່ງທີ່ລັດຖະບານລາວ ຖືເປັນບຸລິມະສິດສໍາຄັນ ແລະ ເປັນປັດໄຈສໍາຄັນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ໃນໄລຍະຜ່ານມາ, ລັດຖະບານ ກໍຄື ປະຊາຊົນຍີ່ປຸ່ນ ໄດ້ສະໜັບສະໜູນ ສປປ ລາວ ໃນການພັດທະນາວຽກງານການສຶກສາ ກໍຄື ການພັດທະນາຊັບພະຍາກອນມະນຸດຢ່າງຕໍ່ເນື່ອງ ແລະ ສະໝໍ່າສະເໝີ ເປັນຕົ້ນແມ່ນ ການກໍ່ສ້າງ-ປັບປຸງໂຮງຮຽນຢູ່ໃນເຂດຫ່າງໄກສອກຫຼີກ, ການສະໜອງອຸປະກອນການສຶກສາທີ່ຈໍາເປັນ, ການສະໜອງທຶນການສຶກສາ ແລະ ອື່ນໆ. ພ້ອມນີ້, ກໍໃຫ້ຄຳໝັ້ນສັນຍາວ່າ ລັດຖະບານ ແລະ ປະຊາຊົນລາວ ຈະນຳໃຊ້ໂຄງການຊ່ວຍເຫຼືອຄັ້ງນີ້ ໃຫ້ເກີດປະໂຫຍດສູງສຸດ ເພື່ອເຮັດໃຫ້ການພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ ມີຄຸນນະພາບສູງຂຶ້ນ ແລະ ສືບຕໍ່ປະກອບສ່ວນສໍາຄັນໃນການພັດທະນາ ສປປ ລາວ ໃຫ້ມີຄວາມຈະເລີນກ້າວໜ້າຍິ່ງໆຂຶ້ນ ແລະ ຫວັງວ່າ ລັດຖະບານຍີ່ປຸ່ນ ຈະສືບຕໍ່ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອເພື່ອພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ ຕື່ມອີກໃນຕໍ່ໜ້າ.

ໃນຂະນະດຽວກັນ, ທ່ານທູດ ໂຄບະຢະຊິ ເຄນິຈິ ໄດ້ສະແດງຄວາມໝາຍໝັ້ນທີ່ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສອງປະເທດ ຍີ່ປຸ່ນ-ສປປ ລາວ ໃຫ້ນັບມື້ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນຍິ່ງຂຶ້ນ.

(ຂ່າວ: ກະຊວງການຕ່າງປະເທດ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version