Home ຂ່າວການເມືອງ ສຍ ກຕທ ແລກປ່ຽນບົດຮຽນກັບ ສຍ ກະຊວງການຕ່າງປະເທດ ສສ ຫວຽດນາມ

ສຍ ກຕທ ແລກປ່ຽນບົດຮຽນກັບ ສຍ ກະຊວງການຕ່າງປະເທດ ສສ ຫວຽດນາມ

0

ຄະນະສະຫະພັນແມ່ຍິງກະຊວງການຕ່າງປະເທດ (ສຍ ກຕທ) ນຳໂດຍ ທ່ານ ນາງ ອາລຸນີ ກົມມະສິດ ພັນລະຍາຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ປະທານກິດຕິມະສັກສະຫະພັນແມ່ຍິງກະຊວງການຕ່າງປະເທດ ແລະ ປະທານກິດຕິມະສັກກຸ່ມແມ່ຍິງອາຊຽນ ທີ່ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະບໍລິຫານງານສະຫະພັນແມ່ຍິງກະຊວງການຕ່າງປະເທດ ສປປ ລາວ, ພັນລະຍາຄະນະນຳກະຊວງ ແລະ ຄະນະກົມເພດຍິງ ຈຳນວນໜຶ່ງ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ສະຫະພັນແມ່ຍິງກະຊວງການຕ່າງປະເທດ ສສ ຫວຽດນາມ ທີ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໃນລະຫວ່າງວັນທີ 17-20 ພຶດສະພາ ຜ່ານມານີ້. ການຢ້ຽມຢາມຄັ້ງນີ້ ເປັນການຢ້ຽມຢາມ ແລະ ແລກປ່ຽນປະຈຳປີ ຂອງສະຫະພັນແມ່ຍິງສອງກະຊວງການຕ່າງປະເທດ ສປປ ລາວ ແລະ ສສ ຫວຽດນາມ ເພື່ອຮັດແໜ້ນຄວາມສາມັກຄີ ແລະ ແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ.

ໃນໂອກາດການຢ້ຽມຢາມຄັ້ງນີ້, ແມ່ຍິງຂອງສອງກະຊວງການຕ່າງປະເທດ ສປປ ລາວ ແລະ ສສ ຫວຽດນາມ ໄດ້ມີກອງປະຊຸມພົບປະ ແລະ ແລກປ່ຽນບົດຮຽນຮ່ວມກັນ, ໂດຍໄດ້ແຈ້ງໃຫ້ກັນຊາບສະພາບ ແລະ ການເຄື່ອນໄຫວ ຂອງສະຫະພັນແມ່ຍິງກະຊວງຂອງຕົນ ໃນໄລຍະຜ່ານມາ, ຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນການຮ່ວມມືທີ່ໄດ້ຕົກລົງກັນ ໃນກອງປະຊຸມພົບປະຄັ້ງຜ່ານມາ (ປີ 2022) ໃນນັ້ນ, ແມ່ນວຽກສ້າງຄວາມເຂັ້ມແຂງແກ່ແມ່ຍິງກະຊວງການຕ່າງປະເທດ ຊຶ່ງສະຫະພັນແມ່ຍິງກະຊວງການຕ່າງປະ ເທດ ຝ່າຍ ສສ ຫວຽດນາມ ໄດ້ເຫັນດີໃຫ້ການສະໜັບສະໜູນການຈັດຝຶກອົບຮົມ 2 ຊຸດແກ່ແມ່ຍິງກະຊວງການຕ່າງປະເທດ ສປປ ລາວ ຊຶ່ງປັດຈຸບັນຢູ່ໃນຂັ້ນຕອນການດຳເນີນງານ ແລະ ປະສານສົມທົບຂອງສອງຝ່າຍ. ນອກນັ້ນ, ການພົບປະຄັ້ງນີ້ຍັງໄດ້ປຶກສາຫາລືແຜນການຮ່ວມມືໃນຕໍ່ໜ້າຂອງແມ່ຍິງສອງກະຊວງການຕ່າງປະເທດ ສປປ ລາວ ແລະ ສສ ຫວຽດນາມ.

ນອກຈາກນັ້ນ, ຄະນະສະຫະພັນແມ່ຍິງກະຊວງການຕ່າງປະເທດ ສປປ ລາວ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ນາງ ຫງວຽນ ເຟືອງ ຫງ່າ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ແລະ ຢ້ຽມຂໍ່ານັບ ທ່ານ ຮ່ວາງ ມິງ ເກືອງ ຮອງເຈົ້າຄອງນະຄອນຮາຍຟ່ອງ ເພື່ອເພີ່ມທະວີສາຍພົວພັນຮ່ວມມື, ຄວາມສາມັກຄີພິເສດ ຂອງສອງຊາດລາວ-ຫວຽດນາມ. ພ້ອມດຽວກັນນີ້, ຄະນະສະຫະພັນແມ່ຍິງຍັງໄດ້ມີໂອກາດໄປຢ້ຽມສະຖານທີ່ທ່ອງທ່ຽວສຳຄັນຕ່າງໆ ຢູ່ ນະຄອນຫຼວງຮ່າໂນ້ຍ ແລະ ແຂວງຮາຍຟ່ອງ.

ການແລກປ່ຽນຢ້ຽມຢາມຂອງສອງສະຫະພັນແມ່ຍິງກະຊວງການຕ່າງປະເທດ ສປປ ລາວ ແລະ ສສ ຫວຽດນາມ ເປັນກົນໄກການຮ່ວມມືທີ່ສຳຄັນໜຶ່ງ ໂດຍໄດ້ມີການຜັດປ່ຽນຢ້ຽມຢາມຊຶ່ງກັນ ແລະ ກັນ ເປັນປະຈຳທຸກປີ ແລະ ໃນປີ 2024 ສະຫະພັນແມ່ຍິງກະຊວງການຕ່າງປະເທດ ຫວຽດນາມ ຈະມາຢ້ຽມຢາມ ສປປ ລາວ.

(ຂ່າວ-ພາບ: ກະຊວງການຕ່າງປະເທດ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version