Home ຂ່າວພາຍໃນ ໂຮງຮຽນ ມສ ກິນນອນຊົນເຜົ່າ ມິດຕະພາບອະນຸວົງ ໄດ້ຮັບເຄື່ອງຊ່ວຍເຫລືອ

ໂຮງຮຽນ ມສ ກິນນອນຊົນເຜົ່າ ມິດຕະພາບອະນຸວົງ ໄດ້ຮັບເຄື່ອງຊ່ວຍເຫລືອ

0

ແຫລ່ງຂ່າວຈາກ ແຂວງໄຊສົມບູນ ໃຫ້ຮູ້ວ່າ: ຄອບຄົວການນຳ ແຂວງໄຊສົມບູນ ຮ່ວມກັບ ບັນດາສະມາຄົມ, ບໍລິສັດ ແລະ ຫົວໜ່ວຍທຸລະກິດ ຈາກນະຄອນຫລວງວຽງຈັນ ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ແລະ ອຸປະກອນການຮຽນ ມອບໃຫ້ໂຮງຮຽນ ມສ ກິນນອນຊົນເຜົ່າ ມິດຕະພາບອະນຸວົງ ແຂວງໄຊສົມບູນ ໃນວັນທີ 17 ພຶດສະພາ 2023 ຜ່ານມາ. ຕາງໜ້າມອບໂດຍທ່ານ ນາງ ອິນແປງ ຊາມົນຕີ ປະທານສະມາຄົມມັນຕົ້ນລາວ ແລະ ທ່ານ ນາງ ອາລິສາ ໄຊຍະກຸມມານ ປະທານບໍລິສັດ ອາລິສາ ມະຫາຊັບ ຂຸດຄົ້ນບໍ່ແຮ່ ຈຳກັດ ທັງເປັນຄະນະບໍລິຫານງານສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ແລະ ຕາງໜ້າຮັບໂດຍທ່ານ ເຄນໄມ ສີສົມຫວັງ ຜູ້ອຳນວຍການໂຮງຮຽນ ມສ ກິນນອນຊົນເຜົ່າມິດຕະພາບອະນຸວົງ ໂດຍມີ ທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ເຄື່ອງຊ່ວຍເຫລືອທີ່ນຳມາມອບໃນຄັ້ງນີ້ ລວມມູນຄ່າທັງໝົດ 183 ລ້ານກວ່າກີບ, ໃນນີ້ ບໍລິສັດ ອາລິສາ ມະຫາຊັບ ຂຸດຄົ້ນບໍ່ແຮ່ ຈຳກັດ ປະກອບສ່ວນ 60 ລ້ານກີບ, ບໍລິສັດ ສາລະວັນພັດທະນາ ຂາອອກ-ຂາເຂົ້າ ຈຳກັດ 12 ລ້ານກວ່າກີບ, ກຸ່ມບໍລິສັດ ຄຳໄພຊະນະ ແລະ ສະມາຄົມມັນຕົ້ນລາວ ບໍລິສັດລະ 11 ລ້ານກວ່າກີບ, ບໍລິສັດ ລືໄຊກໍ່ສ້າງ, ບໍລິສັດ ຫົງເມັ້ນພັດທະນາ ການລົງທຶນກະສິກໍາ, ບໍລິສັດ ແກ້ວທະວີຄູນເພີ່ມພູນຊັບ ຂາເຂົ້າ-ຂາອອກ ຈຳກັດ ບໍລິສັດລະ 10 ລ້ານກີບ, ສະມາຄົມທຸລະກິດໝຸ່ມແຫ່ງຊາດລາວ 9 ລ້ານກີບ ແລະ ທ່ານ ແສງອາລຸນ ສຸລິຍະວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນະຄອນຫລວງວຽງຈັນ ໄດ້ນຳເອົາເຄື່ອງນຸ່ງຫົ່ມມາມອບໃຫ້ແຂວງໄຊສົມບູນ ລວມມູນຄ່າ 50 ລ້ານກີບ.

ການມອບເຄື່ອງຊ່ວຍຄັ້ງນີ້ ເພື່ອເປັນການປະກອບສ່ວນທີ່ສໍາຄັນ ດ້ານອຸປະກອນຮັບໃຊ້ການຮຽນ ຂອງນ້ອງນ້ອຍນັກຮຽນ ໃຫ້ມີຄວາມສະດວກສະບາຍຍິ່ງໆຂຶ້ນ. ການປະກອບສ່ວນດັ່ງກ່າວ ໄດ້ສະແດງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໃຍ ຕໍ່ລູກຫລານທີ່ເປັນໜໍ່ແໜງຂອງຊາດ ກໍຄືຄວາມກ້າວໜ້າຂອງເຂົາເຈົ້າໃນອະນາຄົດ ແລະ ຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ ຊາວແຂວງໄຊສົມບູນ ຕະຫລອດມາ ໂດຍໄດ້ພ້ອມໃຈກັນບິແບ່ງດ້ານວັດຖຸ ແລະ ຈໍານວນເງິນຂອງຕົນ ດ້ວຍນໍ້າໃຈເສຍສະຫລະອັນສູງສົ່ງ ເຂົ້າໃນການຊຸກຍູ້ຊ່ວຍເຫລືອສັງຄົມ ທີ່ຍັງມີຄວາມຫຍຸ້ງຍາກ ຢູ່ແຂວງໄຊສົມບູນ ໃຫ້ໄດ້ຮັບການແກ້ໄຂດີຂຶ້ນເປັນກ້າວໆ.

ໃນໂອກາດດຽວກັນ, ທີມງານດັ່ງກ່າວ ຍັງໄດ້ສືບຕໍ່ລົງມອບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ແກ່ປະຊາຊົນ ເພື່ອບັນເທົາທຸກໃຫ້ເຂົາເຈົ້າ ໄດ້ມີຊີວິດການເປັນຢູ່ທີ່ດີຂຶ້ນ ພ້ອມດ້ວຍອຸປະກອນການຮຽນໃຫ້ນ້ອງນັກຮຽນ ຢູ່ໂຮງຮຽນປະຖົມສົມບູນ ບ້ານທົ່ງຮັກ ແລະ ບ້ານທົ່ງຄູນ ຕື່ມອີກ.

ຂ່າວ-ພາບ: ຈິນລະວອນ ວໍລະສົມບູນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version