Home ຂ່າວພາຍໃນ ມອບເງິນນະໂຍບາຍ ໃຫ້ຜູ້ທີ່ມີຜົນງານຕໍ່ການປະຕິວັດຊາດ

ມອບເງິນນະໂຍບາຍ ໃຫ້ຜູ້ທີ່ມີຜົນງານຕໍ່ການປະຕິວັດຊາດ

0

ແຫລ່ງຂ່າວຈາກ ແຂວງຫລວງນໍ້າທາ ໃຫ້ຮູ້ວ່າ: ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ເມືອງນາແລ ແຂວງຫລວງນໍ້າທາ ປະຕິບັດເງິນນະໂຍບາຍ ໃຫ້ຜູ້ທີ່ມີຜົນງານຕໍ່ການປະຕິວັດຊາດ ປະຊາທິປະໄຕ ຕາມດໍາລັດ 272/ລບ ຈຳນວນ 2 ທ່ານ ໃນວັນທີ 18 ພຶດສະພາ 2023 ໂດຍການເຂົ້າຮ່ວມຂອງ ທ່ານ ອິນແພງ ແສງມີໄຊ ຮອງເລຂາພັກເມືອງ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ແລະ ຍາດຕິພີ່ນ້ອງຂອງຜູ້ທີ່ໄດ້ຮັບເງິນນະໂຍບາຍ ເຂົ້າຮ່ວມ.

ທ່ານ ຄໍາເນີນ ກໍາວົງວິຈິດ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ໄດ້ຜ່ານຂໍ້ຕົກລົງສະບັບເລກທີ 0592/ຮສສ.ນຫລ ວ່າດ້ວຍການອະນຸມັດເງິນອຸດໜູນເທື່ອດຽວຜູ້ຍັງມີຊີວິດ ໃນງວດ I ປະຈໍາປີ 2023 ແລະ ຂໍ້ຕົກລົງສະບັບເລກທີ 0600/ຮສສ.ນຫລ ວ່າດ້ວຍການອະນຸມັດເງິນອຸດໜູນເສຍສະຫລະຊີວິດ ໃນງວດ I ປະຈໍາປີ 2023 ທັງໝົດຈໍານວນ 2 ທ່ານ ຄື: ທ່ານ ນາງ ຈຽມ ຮັບເງິນນະໂຍບາຍອຸດໜູນເທື່ອດຽວຜູ້ຍັງມີຊີວິດຢູ່ ຈໍານວນ 9 ລ້ານກວ່າກີບ, ທ່ານ ທູນ ຮັບເງິນນະໂຍບາຍອຸດໜູນເສຍສະຫລະຊີວິດ ຈໍານວນ 24 ລ້ານກວ່າກີບ.

ໂອກາດນີ້, ທ່ານ ອິນແພງ ແສງມີໄຊ ໄດ້ກ່າວວ່າ: ຍາມໃດພັກ-ລັດຖະບານ ເວົ້າລວມ ເວົ້າສະເພາະ ກໍຄືແຂວງ,ເມືອງ, ອໍານາດການປົກຄອງບ້ານ ໄດ້ເອົາໃຈໃສ່ໃນການຄົ້ນຄວ້າ ຢ່າງມີລະບຽບຫລັກການທີ່ຖືກຕ້ອງ ສອດຄ່ອງກັບສະພາບຄວາມເປັນຈິງ, ເຫັນໄດ້ຄວາມສໍາຄັນ ແລະ ຄຸນງາມຄວາມດີຂອງບັນດາທ່ານ ທີ່ໄດ້ເສຍສະຫລະຊີວິດເລືອດເນື້ອ ເຫື່ອແຮງສະຕິປັນຍາ ເຂົ້າໃນພາລະກິດການປະຕິວັດຊາດ ປະຊາທິປະໄຕ ໃນເມື່ອກ່ອນ ພ້ອມນີ້ ຜູ້ທີ່ໄດ້ຮັບນະໂຍບາຍໃນຄັ້ງນີ້ ຈົ່ງນໍາເອົາເງິນຈຳນວນດັ່ງກ່າວ ໄປໜູນໃຊ້ເຂົ້າໃນຊີວິດປະຈໍາວັນ ໃຫ້ເກີດຜົນປະໂຫຍດສູງສຸດ ເພື່ອພັດທະນາຊີວິດການເປັນຢູ່ຂອງຄອບຄົວ ໃຫ້ດີຂຶ້ນ.

ຂ່າວ: ພອນທິບ ພິລາວັນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version